Zamio P ແລະ Thinlamphone ເປັນຕົວແທນປະເທດລາວເຂົ້າຮ່ວມງານ ASEAN Music Showcase Festival ທີ່ ປະເທດສິງກະໂປ

Zamio P & Thinlamphone

ເປັນທີ່ໜ້າພາກພູມໃຈ ແລະ ດີໃຈເປັນທີ່ສຸດ ເມື່ອວັນທີ 7 ສິງຫາທີ່ຜ່ານມາ ທາງເພຈ Official ຂອງ ງານ ASEAN Music Showcase Festival ໄດ້ເຜີຍລາຍຊື່ຂອງ Zamio P ແລະ Thinlamphone ສອງສິລະປິນໄດ້ເປັນຕົວແທນປະເທດລາວເຂົ້າຮ່ວມງານ ASEAN Music Showcase Festival 2022 ທີ່ ປະເທດສິງກະໂປ.


ງານໃນຄັ້ງນີ້ ເປັນການຈັດຂຶ້ນເພື່ອເປັນການໃຫ້ສິລະປິນຕົວແທນໃນບັນປະເທດອາຊຽນໄດ້ອອກມາສະແດງ ແລະນໍາສະເໜີຜົນງານຕ່າງ ເຊິ່ງເປັນການປະສົມປະສານດົນຕີແບບໃໝ່ທີ່ເປັນທີ່ຍອມຮັບໃນວົງກວ້າງ ແລະເປັນເອກະລັກສະເພາະຕົວ.

Zamio P & Thinlamphone


ຫຼາຍໆຄົນອາດຮູ້ຈັກກັບ Zamio P ແລະ Thinlamphone ມາກ່ອນແລ້ວ ເພາະ 2 ສິລະປິນນີ້ເປັນເຈົ້າຂອງບົດເພງສຸດດັງແລະຕິດຫູຢ່າງ All day all night ທີ່ຕອນນີ້ຍອດຮັບຊົມສູງເຖິງກວ່າ 4 ລ້ານວິວແລ້ວໃນຂະນະນີ້ ຫຼັງຈາກປ່ອຍມາພຽງ 2 ເດືອນເທົ່ານັ້ນ ແລະ ກ່ອນທີ່ຈະມາຮອດຈຸດນີ້ Zamio P ຕ້ອງປະເຊີນກັບຄຳດູຖູກທາງດ້ານຄວາມສາມາດແລະຮູບຮ່າງໜ້າຕາ ເຊິ່ງນັ້ນບໍ່ເປັນອຸປະສັກຕໍ່ລາວ ເພາະລາວມີຄວາມມຸ່ງໝັ້ນແລະພັດທະນາຕົນເອງໃຫ້ເກັ່ງຂຶ້ນຢູ່ຕະຫຼອດເວລາ. ຈົນໃນທີ່ສຸດມື້ນີ້ກໍມາຮອດ ມື້ທີ່ລາວສາມາດໄປຢືນໃນເວທີສາກົນ ແລະ ພິສູດໃຫ້ເຫັນວ່າແມ່ນແຕ່ຄໍາດູຖູກກໍບໍ່ອາດເຮັດໃຫ້ລາວໝົດກໍາລັງໃຈໄປໄດ້.

Zamio P & Thinlamphone


ທັງນີ້ ກໍຕ້ອງສະແດງຄວາມຍິນດີກັບສອງສິລະປິນໄວໜຸ່ມລາວທີ່ໄດ້ຖືກຮັບເລືອກໄປສະແດງຄວາມສາມາດຢູ່ເທິງເວທີລະດັບສາກົນ ແລະນີ້ກໍເປັນໜຶ່ງຕົວຢ່າງຂອງຄວາມສຳເລັດຂອງສິລະປິນລາວເຮົາ ພ້ອມກັບເອີ້ນໄດ້ວ່າເປັນບາດກ້າວອັນສຳຄັນໜຶ່ງຂອງວົງການສິລະປິນລາວທີ່ສາມາດໄປຢືນຢູ່ຈຸດທີ່ສາມາດເທົ່າທຽມກັບບັນດາປະເທດອື່ນໄດ້ຢ່າງພາກພູມໃຈ.


ສາມາດຟັງເພງ All day all night ຂອງ Zamio P feat. Thinlamphone ໄດ້ທີ່: https://cutt.ly/nZZGs7n


ທີ່ມາ:
https://cutt.ly/sZZFjP8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ