ຊົມເຊີຍສຸດໃຈ! ກະຕໍ້ຄູ່ຍິງທີມຊາດ ສປປ ລາວ ເອົາຊະນະທີມຊາດອິນໂດເນເຊຍ ຄວ້າແຊ້ມໂລກ 2022

ກະຕໍ້ຄູ່ຍິງທີມຊາດ

ໃນລະຫວ່າງວັນທີ 24-31 ກໍລະກົດ 2022 ໄດ້ມີການຈັດການແຂ່ງຂັນກິລາກະຕໍ້ຊິງແຊ້ມໂລກຊິງຂັນພະຣາຊະທານ ຄິງຄັບ ຄັ້ງທີ 35 ທີ່ສູນການຄ້າແຟຊັ່ນໄອສແລນ,  ກຸງເທບມະຫານະຄອນ, ປະເທດໄທ ໂດຍ ສປປ ລາວ ເຮົາໄດ້ສົ່ງທີມນັກກິລາຊາຍ-ຍິງເຂົ້າຮ່ວມການແຂ່ງຂັນຄັ້ງນີ້ດ້ວຍ.

ໃນຮອບຊິງຊະນະເລີດນັ້ນ ນັກກິລາກະຕໍ້ຄູ່ຍິງທີມຊາດລາວເຮົາກໍໄດ້ເຂົ້າໄປໃນຮອບສຸດທ້າຍ ໂດຍເປັນການແຂ່ງຂັນກັບທີມຊາດອິນໂດເນເຊຍ ເຊິ່ງຜົນງານກໍໂດດເດັ່ນ ແລະ ສຸດຍອດ ເພາະລາວເຮົາສາມາດເອົາຊະນະຂາດແບບ 2 ເຊັດຕໍ່ກັນ ໂດຍມີຜົນຄະແນນຢູ່ທີ່ ເຊັດທີ 1: 21-13, ເຊັດທີ 2: 21-19 ຈົນໃນທີ່ສຸດກໍສາມາດຄວ້າໄຊຊະນະມາຄອງ ພ້ອມກັນການເປັນແຊ້ມໂລກກິລາກະຕໍ້ປະເພດຍິງ ປະຈຳປີ 2022 ອີກພ້ອມ. ໃນດ້ານປະເທດອິນໂດເນເຊຍນັ້ນແມ່ນໄດ້ຮັບຫຼຽນທອງຮ່ວມກັບປະເທດມຽນມາ.

ກະຕໍ້ຄູ່ຍິງທີມຊາດ

ໂດຍກະຕໍ້ຄູ່ຍິງລາວເຮົາ ແມ່ນມີຜົນງານດີມາຕັ້ງແຕ່ຮອບແບ່ງກຸ່ມໂດຍເປັນການຊະນະລວດຫຼາຍປະເທດ ເຊັ່ນ: ຊະນະ ມາເລເຊຍ, ເນປານ, ອີຣ່ານ ແລະ ໄຕ້ຫວັນ ຕໍ່ມາໃນຮອບ 4 ທີມສຸດທ້າຍ ກໍເອົາຊະນະ ມຽນມາ 2-0 ເຊັດ: 22-20, 21-13 ແຕ່ລະນັດ ຄວ້າໄຊແບບບໍ່ເສຍເຊັດ ຄວ້າແຊ້ມໂລກມາຄອງຢ່າງສະຫງ່າຜ່າເຜີຍ ເປັນແຊ້ມໂລກສະໄໝທີ 2 ຕໍ່ຈາກປີ 2018.

ສໍາລັບການແຂ່ງຂັນກິລາກະຕໍ້ຊິງແຊ້ມໂລກ ຊິງຂັນພະຣາຊະທານ ຄິງຄັບ ຄັ້ງນີ້ມີ 23 ປະເທດເຂົ້າຮ່ວມ ແລະ ສໍາລັບ ສປປ ລາວ ໄດ້ສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມທັງໝົດ 40 ຄົນ ໂດຍເປັນການຮ່ວມແຂ່ງຂັນ 6 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ, ທີມຊາຍ, ຄູ່ຍິງ, ຄູ່ຊາຍ, ທີມຊຸດຍິງ ແລະ ທີມຊຸດຊາຍ.

ກະຕໍ້ຄູ່ຍິງທີມຊາດ

ເຊິ່ງເຈົ້າພາບກຳນົດແຕ່ລະທີມສົ່ງໄດ້ບໍ່ເກີນ 6 ລາຍການຈາກທັງໝົດ 11 ລາຍການເຊັ່ນ: ກະຕໍ້ລອດບ້ວງ ປະເພດທີມຍິງ, ທີມຊາຍ, ຄູ່ຍິງ, ຄູ່ຊາຍ, ທີມດ່ຽວຍິງ, ທີມດ່ຽວຊາຍ, ທີມຊຸດຍິງ, ທີມຊຸດຊາຍ, ທີມຍິງ 4 ຄົນ, ທີມຊາຍ 4 ຄົນ ແລະ ທີມປະສົມຍິງ 4 ຄົນ.

ນີ້ກໍເປັນຜົນງານໃຫ້ຫຼາຍຄົນແລ້ວວ່າຄົນລາວເຮົານັ້ນເກັ່ງ, ,ມີສັກກະຍະພາບ, ມີຄວາມສາມາດບໍ່ນ້ອຍໜ້າຊາດໃດໃນໂລກ ແລະ ຂໍໃຫ້ທີມນັກກິລາທຸກຄົນຂອງຊາດລາວເຮົາສູ້ຕໍ່ ຢ່າຢຸດພັດທະນາຕໍ່ໄປເດີ!! ລາວສູ້ໆ!!!.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ