ການແຂ່ງຂັນເຕະບານຢູໂຣ 2020 ພິເສດມີເຈົ້າພາບ 12 ປະເທດ ແລະ ເປີດໃຫ້ຊົມເຖິງ 12 ສະໜາມບານ


ຄວາມຄືບໜ້າການແຂ່ງຂັນບານເຕະ ຢູໂຣ 2020 ທີ່ເລື່ອນມາແຂ່ງຂັນໃນປີ 2021 ຍ້ອນຜົນກະທົບຂອງພະຍາດໂຄວິດ-19, ຫຼ້າສຸດສະຫະພັນບານເຕະຢູໂຣບຢືນຢັນວ່າ: ມີ 8 ເມືອງຈາກ 8 ປະເທດ ເຈົ້າພາບທີ່ສາມາດເປີດປະຕູຮັບຜູ້ຊົມ.

ໃນຂະນະນີ້ມີ 8 ເມືອງຈາກ 12 ເມືອງທີ່ເປັນເຈົ້າພາບຢູໂຣ​ 2020 ທີ່ໄດ້ເລື່ອນມາແຂ່ງຂັນໃນປີ 2021 ເຊັ່ນ: ສະໜາມ ເວມບລີ່ ໃນນະຄອນຫຼວງ London ປະເທດອັງກິດ; ສະໜາມ ປຸສກາສ ອາຣີນ່າ ໃນນະຄອນຫຼວງ Budapest ປະເທດຮັງກາຣີ; ສະໜາມໂຍຮັນໄຄຼຟ ໃນນະຄອນຫຼວງ Amsterdam ປະເທດເນເທີແລນ; ສະໜາມແຮມເດັນປາກ ໃນນະຄອນ Glasgow ປະເທດສະກັອດແລນ; ສະໜາມເຄຣສຕັອບກີ ໃນເມືອງ Saint Petersburg ປະເທດຣັດເຊຍ; ສະໜາມປາເກັນ ໃນນະຄອນຫຼວງ Copenhagen ປະເທດເດັນໝາກ; ສະໜາມໂອແລມປິກ ໃນນະຄອນຫຼວງ Baku ແລະ ສະໜາມໂຣມາເນຍໃນນະຄອນຫຼວງ Bucharest ປະເທດໂຣມາເນຍ. ສ່ວນອີກ​ 4 ສະໜາມທີ່ກຳລັງພິຈາລະນາ ປະກອບມີ: ສະໜາມອາຣຽນອາຣີນ່າ ໃນເມືອງ Munich ປະເທດເຢຍລະມັນ; ສະໜາມໂອແລມປິກ ໃນນະຄອນຫຼວງ Rome ປະເທດອິຕລີ; ສະໜາມອາວີວ່າ ໃນນະຄອນຫຼວງ Dublin ແລະ ສະໜາມຊານ ເມເມສ ໃນເມືອງ Bilbao ປະເທດສະເປນ. ສ່ວນການບັນຈຸຜູ້ຊົມ ແມ່ນຂຶ້ນນຳສະພາບການລະບາດຂອງພະຍາດໂຄວິດ-19 ຂອງປະເທດເຈົ້າພາບ ຖ້າຫາກສະພາບບໍ່ປອດໄພ ອາດຈຳກັດບໍ່ໃຫ້ມີຜູ້ຊົມ.

ຂອບໃຈຂໍ້ມູນຈາກ: https://fb.watch/4_2CveElo2/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/