“ການເຕີບໃຫຍ່ຂອງທຸລະກິດ ຕ້ອງບໍ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ຕ້ອງສ້າງຄວາມເປັນຢູ່ທີ່ດີຂອງປະຊາຊົນ”


ການເຕີບໃຫຍ່ຂອງທຸລະກິດ ຕ້ອງບໍ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ຕ້ອງສ້າງຄວາມເປັນຢູ່ທີ່ດີຂອງປະຊາຊົນ ເພື່ອຮັບປະກັນວ່າ ບັນດາວິສາຫະກິດ ຫຼື ທຸລະກິດຕ່າງໆ ຈະສາມາດແຂ່ງຂັນກັນໄດ້ຢ່າງຍືນຍົງ.

ຄຳເຫັນດັ່ງກ່າວ ມີຂຶ້ນ ໃນງານສຳມະນາ ກ່ຽວກັບການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປ ລາວ ເພື່ອເປີດໂຄງການໃໝ່ໃນຫົວຂໍ້ “ການປັບປຸງປະສິດທິພາບ, ຄວາມຮັບຜິດຊອບ, ຫຼັກການປະຕິບັດ, ແລະ ຄວາມໂປ່ງໃສຂອງທຸລະກິດໃນ ສປປ ລາວ”, ຫຼື ເປັນທີ່ຮູ້ຈັກໃນຊື່ໂຄງການ IMPACT Biz. ໂດຍມີ ກະຊວງອຸດສາຫະກໍາ ແລະ ການຄ້າ (MOIC), ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (LNCCI), ສະຖານທູດຍີ່ປຸ່ນ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຮ່ວມເປັນເຈົ້າພາບ.

ໃນທົດສະວັດທີ່ຜ່ານມາ, ສປປ ລາວ ເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວໄວທີ່ສຸດໃນອາຊຽນ. ແຕ່ໃນຂະນະທີ່ການເຄື່ອນໄຫວຂອງທຸລະກິດໄດ້ຊຸກຍູ້ຄວາມກ້າວໜ້າ ແລະ ການຂະຫຍາຍຕົວນີ້, ມັນກໍຕ້ອງໄດ້ແລກມາກັບການສູນເສຍຊັບພະຍາກອນທາງດ້ານສິ່ງແວດລ້ອມ ແລະ ນໍາໄປສູ່ຄວາມທ້າທາຍໃນການຮັກສາມາດຕະຖານແຮງງານ.

ການເພີ່ມຂຶ້ນຂອງມົນລະພິດທາງນ້ຳ ແລະ ທາງອາກາດ, ການທຳລາຍຊີວະນານາພັນ, ແລະ ການລະເມີດສິດທິແຮງງານໂດຍທຸລະກິດທີ່ບໍ່ມີຄວາມຮັບຜິດຊອບ ໄດ້ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງກໍຄືການສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຊີວິດປະຈຳວັນຂອງປະຊາຊົນຈໍານວນຫຼາຍ.

ທ່ານ ດຣ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເນັ້ນໜັກວ່າ: “ບັນດານັກລົງທຶນໃນທົ່ວໂລກກໍາລັງຊອກຫາການສ້າງຜົນກະທົບໃນທາງບວກຕໍ່ສິ່ງແວດລ້ອມໃຫ້ຫຼາຍຂຶ້ນເລື້ອຍໆ ແລະ ຮັບປະກັນວ່າການລົງທຶນແມ່ນຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ. ໂດຍອີງໃສ່ທຶນຮອນທີ່ມີການຂະຫຍາຍຕົວໃນແຕ່ລະປີ, ສປປ ລາວ ຈຳເປັນທີ່ຈະຕ້ອງສ້າງຈຸດຢືນທີ່ແຂງແຮງເພື່ອດຶງດູດການລົງທຶນທີ່ມີປະສິດທິພາບສູງ ແລະ ຍືນຍົງໃນໄລຍະຍາວ ເພື່ອຮັກສາການເຂົ້າເຖິງເສດຖະກິດຂະຫນາດໃຫຍ່ຂຶ້ນ. ດ້ວຍເຫດນີ້ ທັງລັດຖະບານ ແລະ ພາກເອກະຊົນຈຶ່ງຕ້ອງມີຄວາມກະຕືລືລົ້ນທີ່ຈະຮອງຮັບເອົາວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບເຂົ້າເປັນພາລະບົດບາດຫຼັກ ເພື່ອຊຸກຍູ້ການຟື້ນຕົວທາງດ້ານເສດຖະກິດ,”

ທ່ານ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: “ການສະໜັບສະໜູນບັນດາທຸລະກິດລາວໃນການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບເປັນຂັ້ນຕອນທີ່ສໍາຄັນໃນການສ້າງຄວາມໝັ້ນໃຈວ່າບໍລິສັດລາວຍັງຄົງສາມາດແຂ່ງຂັນໄດ້. ຫຼັກຖານຈາກທົ່ວໂລກໄດ້ສະແດງໃຫ້ເຫັນວ່າທຸລະກິດທີ່ໃຊ້ແນວທາງປະຕິບັດທີ່ມີຄວາມຮັບຜິດຊອບແມ່ນມີຂໍ້ໄດ້ປຽບໃນການດຶງດູດບຸກຄະລາກອນທີ່ຫຼາກຫຼາຍຄວາມສາມາດ ແລະ ຂໍ້ໄດ້ປຽບໃນການຮັກສາພະນັກງານ, ຫຼຸດຜ່ອນຄວາມສ່ຽງດ້ານຊື່ສຽງ ແລະ ທາງກົດໝາຍ ສາມາດເຂົ້າເຖິງຖານຕະຫຼາດໃໝ່ໆ ແລະ ພ້ອມທັງເປັນການສ້າງພາບພົດທີ່ດີຕໍ່ບໍລິສັດອີກດ້ວຍ”

ໂຄງການ IMPACT Biz ແມ່ນເປັນສ່ວນໜຶ່ງຂອງໂຄງການລະດັບໂລກ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ໃນ 17 ປະເທດ ແລະ ໂຄງການນີ້ມີຄວາມພະຍາຍາມທີ່ຈະພັດທະນາແນວທາງການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປ ລາວ ໂດຍການຊ່ວຍລັດຖະບານສ້າງກົດໝາຍ ແລະ ນະໂຍບາຍທີ່ເຂັ້ມງວດຍິ່ງຂື້ນກວ່າເກົ່າໃນການຄຸ້ມຄອງການດຳເນີນທຸລະກິດ, ແນະນຳການດຳເນີນທຸລະກິດ.

https://www.dtp.moic.gov.la

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/