EU ເຫັນດີນຳຕໍ່ກົດລະບຽບທີ່ເຂັ້ມງວດໃນການຈຳກັດຈຳນວນການໃຊ້ຈ່າຍດ້ວຍເງິນສົດເພື່ອຕໍ່ຕ້ານການຟອກເງິນ


ໃນວັນທີ 19 ມັງກອນທີ່ຜ່ານມາ, ສຳນັກງານຕ່າງປະເທດໄດ້ມີການລາຍງານວ່າ ສະຫະພາບຢູໂຣບ (EU) ກໍາລັງວາງແຜນທີ່ຈະໃຊ້ມາດຕະການຈໍາກັດການຊໍາລະເງິນສົດບໍ່ໃຫ້ເກີນ 10,000 ຢູໂຣບຕໍ່ຄັ້ງ ແລະ ມາດຕະການອື່ນໆເພື່ອຕ້ານການຟອກເງິນ, ລວມທັງໃນຂະແໜງສະກຸນເງິນດິຈິຕອນນຳ.

ໂດຍຜູ້ຕາງໜ້າ​ຂອງ​ບັນດາ​ປະ​ເທດ EU ​ແລະ​ ລັດຖະສະພາ​ຢູ​ໂຣບໄດ້​ເຮັດ​ຂໍ້​ຕົກລົງກ່ຽວ​ກັບ​ແຜນການ​ຈັດ​ວາງ​ຂໍ້​ກຳນົດ​ທີ່​ເຂັ້ມ​ງວດ​ເພື່ອ​ແກ້​ໄຂ​ການ​ຟອກ​ເງິນ. ​ແຕ່​ແຜນການ​ດັ່ງກ່າວ​ຈະຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ທຸກໆ​ປະ​ເທດ​ສະມາຊິກ EU, ຈຶ່ງຈະນໍາໄປສູ່ການສ້າງກົດໝາຍ ແລະ ການບັງຄັບໃຊ້.

Mairead McGuiness, ກໍາມະການດ້ານການບໍລິການທາງດ້ານການເງິນຂອງ EU ກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ໜຶ່ງ ຫຼັງ​ຈາກ​ໄດ້​ບັນລຸ​ຂໍ້​ຕົກລົງ​ທີ່​ການ​ເຈລະຈາ​ທີ່​ນະຄອນ Strasbourg ປະເທດຝຣັ່ງວ່າ “ຂໍ້ຕົກລົງໃນອາທິດນີ້ແມ່ນບາດກ້າວອັນສໍາຄັນຕໍ່ກັບການຕໍ່ສູ້ກັບການຟອກເງິນໃນ EU”

Vincent van Petegem ລັດຖະມົນຕີການເງິນຂອງເບວຢຽມ ເຊິ່ງເປັນຜູ້​​ດໍາ​ລົງ​ຕໍາ​ແໜ່ງ​ເປັນ​ປະ​ທານ​ສະ​ຫະ​ພາບ​ຢູໂຣບ​ກ່າວ​ວ່າ​ “ກົດລະບຽບດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ແນ່​ໃຈວ່​າ​ການ​ສໍ້​ໂກງ, ອົງການອາຍາ ​ແລະ ​ພວກ​ກໍ່​ການ​ຮ້າຍ​ຈະ​ບໍ່​ມີພື້ນທີ່ເຫຼືອທີ່ກະທຳຜິດໃນລະບົບຂອງການເງິນ”

ເນື່ອງຈາກກົດລະບຽບດັ່ງກ່າວຈະຄອບຄຸມເຖິງການກວດສອບທຸລະກຳໃນການຊື້ຂາຍ crypto, ການໃຊ້ເງິນສົດໃນການຊຳລະສິນຄ້າທີ່ມີລາຄາແພງ ແລະ ການໃຊ້ເງິນໃນອຸດສາຫະກໍາບານເຕະ ເຊິ່ງການໃຊ້ຈ່າຍຂອງສະໂມສອນບານເຕະອາດຖືກໃຊ້ເປັນຊ່ອງທາງການຟອກເງິນ.

ນອກຈາກນັ້ນ, ຈະມີການຈຳກັດວົງເງິນສູງສຸດໃນທົ່ວ EU ທີ່ 10,000 ຢູໂຣສໍາລັບການຈ່າຍເງິນເປັນເງິນສົດ, ເຊິ່ງນີ້ຈະເຮັດໃຫ້ການຟອກເງິນຫຍຸ້ງຍາກເພີ່ມຂຶ້ນ.

ບໍລິສັດທີ່ຢູ່ໃນຂອບເຂດຂອງກົດລະບຽບໃໝ່ຈະຕ້ອງລະບຸ ແລະ ກວດສອບບຸກຄົນຜູ້ທີ່ເຮັດທຸລະກໍາເງິນສົດເປັນຄັ້ງຄາວ ນັບຕັ້ງແຕ່ການເຮັດທຸລະກຳຈຳນວນ 3,000 – 10,000 ຢູໂຣ. ໂດຍກົດ​ລະ​ບຽບ​ໃໝ່ນີ້​ຈໍາ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຍອມຮັບ​ຢ່າງ​ເປັນ​ທາງ​ການ​ຈາກ​ປະ​ເທດ​ໃນສະຫະພາບຢູໂຣບ ແລະ ​ສະ​ພາ​ແຫ່ງ​ຊາດ EU ກ່ອນ​ທີ່​ຈະ​ກາຍ​ເປັນ​ກົດ​ໝາຍນຳໃຊ້ໄດ້​.

ທັງນີ້, ສຳນັກງານຕຳຫຼວດສາກົນຂອງສະຫະພາບຢູໂຣບ (Europol) ໄດ້ມີການຄາດການວ່າປະມານ 1% ຂອງຍອດຜະລິດຕະພັນພາຍໃນ (GDP) ຂອງ EU ໄດ້ຖືກພົບເຫັນວ່າມີສ່ວນຮ່ວມໃນກິດຈະກໍາທາງດ້ານການເງິນທີ່ໜ້າສົງໄສ.

ທີ່ມາ:

prachachat

businesstimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/