ສອງບໍລິສັດ ລາວ ແລະ ຈີນ ເຊັນສັນຍາຮັບເໝົາອອກແບບ ແລະ ກໍ່ສ້າງ ໂຄງການ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ໄລຍະ 2


ບໍລິສັດ ວຽງຈັນ ໂລຈິສຕິກພາກ ຈຳກັດ ໄດ້ເຊັນສັນຍາກັບບໍລິສັດຜູ້ຮັບເໝົາອອກແບບ ແລະ ກໍ່ສ້າງ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ໄລຍະ 2 ແລະ ໂຄງການພັດທະນາເຂດໂລຈິສຕິກ ແລະ ລະບົບສ້າງພາສີ ແຂວງບໍລິຄຳໄຊ.

ໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດວຽງຈັນໂລຈິສຕິກພາກ ມີເນື້ອທີ່ທັງໝົດ 382 ເຮັກຕາ ເຊິ່ງກວມເອົາ 4 ບ້ານ ໃນ 2 ເມືອງຂອງນະຄອນຫຼວງວຽງຈັນຄື: ບ້ານດົງໂພສີ, ບ້ານທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ບ້ານ ນາຄວາຍໃຕ້, ບ້ານຊຽງດາ ເມືອງໄຊເສດຖາ ແລະ ມີ 7 ເຂດຫຼັກຄື: ເຂດທ່າບົກ-ທ່ານາແລ້ງ, ເຂດສາມສາມັນ, ເຂດກັກກັນພືດ, ເຂດກັກກັນສັດ, ເຂດຜະລິດ, ເຂດປຸງແຕ່ງສິນຄ້າ ເພື່ອສົ່ງອອກ, ເຂດສາງເຢັນ, ເຂດໂລຈິສຕິກພາກ, ເຂດການຄ້າເສລີ. ໂດຍມີແຜນການພັດທະນາໃຫ້ສຳເລັດພາຍໃນປີ 2027 ເຊິ່ງໃຊ້ງົບປະມານໃນການກໍ່ສ້າງໂຄງການດັ່ງກ່າວ ທັງໝົດ 700 ກວ່າລ້ານໂດລາສະຫະລັດ.

ໂຄງການທີ 2 ຄືໂຄງການພັດທະນາເຂດໂລຈິສຕິກ ແລະ ລະບົບສ້າງພາສີ ບໍລິຄຳໄຊ ຕິດກັບຂົວມິດຕະພາບແຫ່ງທີ 5 ມີເນື້ອທີ່ທັງໝົດ 35 ເຮັກຕາ ແລະ ແບ່ງອອກເປັນ 4 ເຂດຄື: ເຂດສາງເກັບສິນຄ້າທົ່ວໄປ, ເຂດຫ້ອງການບໍລິຫານ ແລະ ເຂດເນື້ອທີ່ໃຫ້ເຊົ່າ. ການກໍ່ສ້າງໂຄງການແມ່ນຢາກໃຫ້ສຳເລັດກ່ອນການເປີດນຳໃຊ້ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊິ່ງມູນຄ່າການກໍ່ສ້າງທັງໝົດຫຼາຍກວ່າ 36 ລ້ານ ໂດລາສະຫະລັດ ໂດຍຜູ້ຮັບເໝົາແມ່ນຈາກ ສປ ຈີນ.

ພິທີເຊັນສັນຍາ 2 ໂຄງການດັ່ງກ່າວ ລະຫວ່າງບໍລິສັດວຽງຈັນ ໂລຈິສຕິກພາກ ແລະ ບໍລິສັດຈາກ ສປ ຈີນ  China Construction Science and Industry Corporation ຈຳກັດ ຈັດຂຶ້ນໃນວັນທີ 10 ມັງກອນ 2024 ທີ່ນະຄອນຫຼວງວຽງຈັນ.

ຂໍ້ມູນຈາກ:

LaoNationalTV

LaoStar

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/