ການຮ່ວມມືລະຫວ່າງແຂວງໄຊສົມບູນ ກັບບັນດາແຂວງຂອງ ສສ ຫວຽດນາມ ຊ່ວຍຊຸກຍູ້ເສດຖະກິດໄດ້ຫຼາຍດ້ານ


ບັນດາແຂວງຕ່າງໆຂອງ ສສ ຫວຽດນາມ ໄດ້ພົວພັນຮ່ວມມືຊ່ວຍເຫຼືອແຂວງໄຊສົມບູນ ໃນການພັດທະນາພື້ນຖານໂຄງລ່າງ ໃນໄລຍະ 5 ປີຜ່ານມາ (2017-2021) ມີໂຄງການກໍ່ສ້າງອະນຸສາວະລີຮ່ວມສໍາພັນສູ້ຮົບ ມູນຄ່າ 9,398,000,000 ກີບ, ໂຄງການກໍ່ສ້າງໂຮງຮຽນມິດຕະພາບຊົນເຜົ່າ ມູນຄ່າ 88,678 ລ້ານດົງ (ສະກຸນເງິນຫວຽດນາມ), ກໍ່ສ້າງສະຖານີວິທະຍຸ-ໂທລະພາບແຂວງໄຊສົມບູນ ມູນຄ່າ 118,950,817,000 ດົງ, ກໍ່ສ້າງໂຮງຮຽນທະຫານນາຍສິບແຂວງໄຊສົມບູນ ມູນຄ່າ 153,840,000,000 ດົງ, ກໍ່ສ້າງສູນເຕັກນິກກະສິກໍາແຂວງໄຊສົມບູນ ມູນຄ່າ 130 ຕື້ດົງ, ຊ່ວຍທຶນປັບປຸງ ແລະ ຍົກລະດັບໂຮງໝໍແຂວງໄຊສົມບູນ ມູນຄ່າ 159 ຕື້ດົງ, ກໍ່ສ້າງຊົນລະປະທານຂະໜາດນ້ອຍ 4 ແຫ່ງ ມູນຄ່າ 60,496,760,000 ດົງ, ໃຫ້ທຶນສົ່ງເສີມການປູກຝັງ-ລ້ຽງສັດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ. ປີ 2011 ການປູກສາຄູເພື່ອປ້ອນໂຮງງານຜະລິດເສັ້ນລ້ອນ ຢູ່ເຂດບ້ານນ້ຳຊານ, ບ້ານນໍ້າຜາ ເມືອງລ້ອງແຈ້ງ, ບ້ານອອມ ແລະ 3 ບ້ານເທສະບານ ເມືອງອະນຸວົງ ໃນເນື້ອທີ່ 100.34 ເຮັກຕາ ສ້າງລາຍຮັບໄດ້ 723,818,500 ກີບ.



ສະເພາະການຮ່ວມມື ລະຫວ່າງແຂວງໄຊສົມບູນ ແລະ ແຂວງເຊີນລາ (ແຂວງແຮກສ່ຽວ) ແຂວງເຊີນລາ ຊ່ວຍພັດທະນາຊັບພະຍາກອນມະນຸດລະດັບຕ່າງໆ ຫຼາຍກວ່າ 180 ທຶນ (ທັງໃນແຜນ-ນອກແຜນ-ທຶນ 50%). ແຂວງໄຊສົມບູນ ແລະ ແຂວງບັກຢາງ ພວມຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືຂອງສອງແຂວງ ທັງສອງແຂວງໄດ້ໄປມາຢ້ຽມຢາມພົບປະກັນ 10 ກວ່າຄັ້ງ, ນອກນັ້ນຍັງມີການຮ່ວມມືບໍ່ເປັນທາງການ ລະຫວ່າງແຂວງໄຊສົມບູນ ແລະ ກວາງບິ່ງ. ຜ່ານມາແຂວງກວາງບິ່ງ ໄດ້ຊ່ວຍພັດທະນາຊັບພະຍາກອນມະນຸດ ລວມ 15 ທຶນ. ນອກນັ້ນ, ຍັງມີການຮ່ວມມືດ້ານອື່ນໆອີກຈໍານວນໜຶ່ງ.



ຂອບໃຈຂໍ້ມູນຈາກ: https://bit.ly/3Oskuif

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/