Roy Keane ຕຳນານກອງກາງຂອງ ແມນຢູ ອອກມາຕຳໜິນັກເຕະຊຸດນີ້ຂອງ ແມນຢູ ວ່າຫຼິ້ນບານປານເດັກນ້ອຍ


ຈາກເກມການແຂ່ງຂັນບານເຕະລະຫວ່າງ ລິເວີພູລ ເປີດບ້ານພົບກັບ ແມນເຊັສເຕີ້ ຢູໄນເຕັດ ໃນຄືນວັນທີ 19 ເມສາທີ່ຜ່ານມາ ໂດຍເປັນທາງ ລິເວີ້ພູລ ທີ່ສາມາດເອົາຊະນະໄປໄດ້ດ້ວຍຜົນສະກໍ 4ປະຕູຕໍ່0 ໃນລັກສະນະທີ່ວ່າ ແມນຢູ ສູ້ບໍ່ໄດ້ເລີຍ. ຈາກຮູບເກມ ແລະ ຜົນສະກໍທີ່ບໍ່ຄ່ອຍດີຂອງ ແມນຢູ ເຮັດໃຫ້ຫຼາຍຝ່າຍ ບໍ່ວ່າຈະເປັນ ແຟນບານເອງ ແລະ ບັນດາຜູ້ຫຼິ້ນຕຳນານຂອງທີມ ຕ່າງກໍອອກມາຕຳໜິ ນັກເຕະ, ທີມງານ ລວມໄປເຖິງຄະນະບໍລິຫານຂອງທີມຊຸດນີ້ວ່າບໍ່ໄດ້ເລື່ອງ ຕາມໆກັນໄປ.

ຫຼ້າສຸດ ຣອຍ ຄີນ ອະດີດກອງກາງກັບຕັນທີມສາຍໂຫດເລືອດໄອຣິສ ຂອງແມນແຊັສເຕີ້ ຢູໄນເຕັດ ໄດ້ອອກມາຕຳໜິບັນດານັກເຕະຂອງແມນຢູຊຸດນີ້ວ່າ ນັກເຕະຫຼາຍຄົນໃນຊຸດນີ້ດີບໍ່ພໍ່ສຳລັບທີມ ແລະ ຍັງຫຼິ້ນບານປານເດັກນ້ອຍ.

ຣອຍຄີນ ກ່າວຜ່ານໂທລະພາບ Sky Sport ວ່າ: “ນັກເຕະຄື ເຈັສຊີ້ ລິນກາດ (Jesse Lingard) ເຮັດຫຍັງບໍ່ໄດ້ ເຈົ້າຫວັງໃຫ້ລິນກາດນີ້ຫວາລົງມາປ່ຽນເກມ? ຂ້ອຍບອກເລີຍວ່ານ້ອງຄົນນີ້ ຄວນຈະອອກໄປຈາກທີມຕັ້ງແຕ່ 2 ປີກ່ອນພຸ້ນ ຈະກັບມາອີກເຮັດຫຍັງ ເຈົ້າດີບໍ່ພໍສຳລັບແມນຢູ”.

“ສ່ວນ ມາຄາສ ຣັສຟອດ (Marcus Rashford) ນີ້ເດີ ຫຼິ້ນບານປານເດັກນ້ອຍ ເບິິ່ງແມ້ ວິທີລາວຈັບບານ. ເຂົ້າໃຈວ່າຫຼິ້ນເປັນກອງໜ້າ ບານບໍ່ຄ່ອຍໄປຮອດ ບໍ່ໄດ້ຮັບການສະໜັບສະໜູນທີ່ດີ ແຕ່ເຈົ້າໄດ້ຮັບໂອກາດດີໆ 1-2ເທື່ອ ທີ່ໄດ້ບານໃນຂອບເຂດໂທດ ຄວນຈະເຮັດຫຍັງໄດ້ກີກວ່ານີ້ ແຕ່ເຈົ້າກັບເຮັດຫຍັງບໍ່ໄດ້ເລີຍ ຈັບບານກໍຍັງບໍ່ຢູ່ ຫຼິ້ນປານເດັກນ້ອຍນິ”.

“ອີກຄົນໜຶ່ງ ກ່ອນເກມນີ້ຈະເລີ່ມ ຂ້ອຍພະຍາຍາມລືມອະດີດທີ່ເຄີຍຕຳໜິລາວໄວ້ ນັ້ນກໍຄື ແຮຣີ່ ແມັກໄກ່ວ (Harry Maguire) ແຕ່ສຸດທ້າຍເຈົ້າກໍເຮັດຄືເກົ່າອີກແລ້ວ ປະຕູທຳອິດທີ່ເສຍໄປ ບໍ່ຮູ້ເຈົ້າຈະດັນຂຶ້ນມາຫຍັງສູງປານນັ້ນ ຂ້ອຍບອກເລີຍວ່າ ການສົ່ງບານ, ການສະກັດບານ, ການປະກົບຕົວ ລວມເຖິງການຢືນຕຳແໜ່ງຂອງ ແມັກໄກ່ວ ເປັນສິ່ງທີ່ບໍ່ໄດ້ເລື່ອງ ແລະ ຮັບບໍ່ໄດ້ຢ່າງແຮງ ບອກເລີຍວ່າ 3 ຄົນທີ່ກ່າວມານີ້ ແມ່ນບໍ່ດີພໍ່ສຳລັບ ແມນເຊັສເຕີ້ ຢູໄນເຕັດ ເລີຍ”.

ສຳລັບ ແມນເຊສເຕີ້ ຢູໄນເຕັດ ໃນລະດູການນີ້ ໂອກາດທີ່ຈະລຸ້ນໄປຫຼິ້ນ UEFA Champion League ນັ້ນ ແມ່ນລົດໜ້ອຍລົງທຸກມື້ ໂດຍມີຄະແນນຕາມຫຼັງທີມສະເປີ ທີ່ຢູ່ອັນດັບ 4 ຢູ່ທີ່ 3 ຄະແນນ ແຕ່ແຂ່ງຫຼາຍກວ່າ 1 ນັດ. ໂດຍຖ້າຢາກໄປ UEFA ໃນປີໜ້າ ແມນຢູ ຕ້ອງຊະນະອີກ 5 ເກມທີ່ເຫຼືອ ແລະ ຕ້ອງລຸ້ນໃຫ້ ສະເປີ ກັບ ອາເຊນອລ ສະເໝີ ຫຼື ເສຍຢ່າງໜ້ອຍ 3 ນັດ ຈຶ່ງຈະມີສິດໄປ UEFA Champion League ໃນປີໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/