ບໍລິສັດລົດໄຟຂອງຍີ່ປຸ່ນປະກາດນຳໃຊ້ຫຸ່ນຍົນ Humanoid ທີ່ຄວບຄຸມດ້ວຍຄົນ ເພື່ອຕິດຕັ້ງອຸປະກອນໃນບ່ອນສູງແລະອັນຕະລາຍເປັນຄັ້ງທຳອິດ


ຂຶ້ນຊື່ວ່າຍີ່ປຸ່ນກັບເທັກໂນໂລຢີ ແມ່ນຕ້ອງເປັນສິ່ງທີ່ຄູ່ກັນຢູ່ສະເໝີ ເພາະເມື່ອບໍ່ດົນມານີ້ບໍລິສັດລົດໄຟຂອງຍີ່ປຸ່ນໄດ້ປະກາດຈະນຳໃຊ້ຫຸ່ນຍົນ Humanoid ທີ່ມັນຖືກຄວບຄຸມດ້ວຍມະນຸດເຮົາຄືກັບຫຼຸດມາຈາກອະນິເມະ Gundam ພ້ອມນີ້ຍັງມາພ້ອມຄວາມສາມາດທີ່ຕິດຕັ້ງອຸປະກອນເທິງບ່ອນສູງແລະອັນຕະລາຍໄດ້.

ໃນວັນທີ 15 ເມສາ 2022 ທີ່ຜ່ານມາ JR West ບໍລິສັດລົດໄຟຂອງຍີ່ປຸ່ນໄດ້ປະກາດວ່າກໍາລັງພັດທະນາອຸປະກອນໜັກ ສໍາລັບລົດໄຟຟ້າແບບ multifunction (ອະເນກປະສົງ) ທີ່ໄດ້ລວມຫຸ່ນຍົນເຄື່ອງຈັກກົນໜັກແບບ Humanoid ແລະ ຍານພາຫະນະກໍ່ສ້າງທາງລົດໄຟໂດຍໄດ້ຮ່ວມມືກັບບໍລິສັດ Nippon Signal (ບໍລິສັດຈັດຈຳໜ່າຍອຸປະກອນ, ເຄື່ອງມື ແລະ ຊິ້ນສ່ວນເອເລັກໂທຣນິກ) ແບບປະສົມປະສານການເຮັດວຽກລະຫວ່າງມະນຸດກັບເຄື່ອງຈັກ.

ຈຸດປະສົງຂອງການປະກາດໃຊ້ຫຸ່ນຍົນ Humanoid ເຂົ້າກັບຍານພາຫະນະກໍ່ສ້າງທາງລົດໄຟກໍຍ້ອນວ່າ ທາງບໍລິສັດຕ້ອງການທີ່ຈະປັບປຸງປະສິດທິພາບການກໍ່ສ້າງ ແລະ ຄວາມປອດໄພຂະໜາດໃຫຍ່ທີ່ໃຊ້ວຽກໄດ້ຫຼາກຫຼາຍ, ສາມາດໃຊ້ກັບອຸປະກອນຕ່າງໆ ທີ່ຕິດຕັ້ງຢູ່ໃນບ່ອນສູງແລະງານເຄື່ອງຈັກກົນທີ່ກ່ອນໜ້ານີ້ຕ້ອງໄດ້ມີການແຊກແຊງຂອງມະນຸດ.

ເຄື່ອງຈັກກົນໜັກສໍາລັບຮາງລົດໄຟແບບ multifunction ນີ້ແມ່ນກໍາລັງຢູ່ໃນລະຫວ່າງການພັດທະນາຊ່ວຍໃຫ້ໃຊ້ງານໄດ້ງ່າຍ ໂດຍຜ່ານຂະບວນການ Interactive (ປະຕິສຳພັນ) ທັງນີ້ນ້ຳໜັກແລະປະຕິກິລິຍາທີ່ໄດ້ຮັບໂດຍຫຸ່ນຍົນແມ່ນຈະຖືກສົ່ງກັບໄປທີ່ຜູ້ຄວບຄຸມ.

ທາງຜູ້ພັດທະນາໄດ້ລະບຸວ່າຫຸ່ນຍົນນີ້ມັນງ່າຍຕໍ່ການຮຽນຮູ້, ຊ່ວຍໃຫ້ຈັບອຸປະກອນຕ່າງໆ ໄດ້ໂດຍບໍ່ຕ້ອງຄໍານຶງເຖິງຮູບຮ່າງ, ສາມາດໃຊ້ໃນການເຮັດວຽກໃນສະຖານະການຕ່າງໆ ແລະ ສາມາດເຮັດວຽກເທິງບ່ອນສູງໄດ້ໃນຂະນະທີ່ຄົນທີ່ຄວບຄຸມຍັງຢູ່ທີ່ພື້ນ. ນອກຈາກນີ້ມັນຍັງຊ່ວຍເພີ່ມຄວາມປອດໄພໃນການເຮັດວຽກ.

ທາງບໍລິສັດຍັງບອກວ່າຫຸ່ນຍົນ Humanoid ທີ່ປະກອບເຂົ້າກັບຍານພາຫະນະກໍ່ສ້າງທາງລົດໄຟແມ່ນຈະກຽມນຳໃຊ້ແທ້ໃນປີ 2024 ທີ່ຈະມາຮອດນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/