ອາຈານໂຮງຮຽນມັດທະຍົມຈາກ Texas ຖືກໄລ່ອອກສາເຫດຍ້ອນລັກເບິ່ງໜັງໂປ້ໃນເວລາສອນ ແຕ່ມັນບັງເອີນໄປສາຍຂຶ້ນໂປຣເຈັກເຕີ


ການເບິ່ງ ໜັງໂປ້ ຫຼື ເສບ content 18+ ມັນກໍເປັນເລື່ອງປົກກະຕິຂອງມະນຸດເຮົາ ແຕ່ວ່າຕ້ອງເລືອກສະຖານທີ່ ແລະ ເວລາໃຫ້ມັນເໝາະສົມ ຖ້າບໍ່ດັ່ງນັ້ນກໍອາດຈະຊວຍຄືກັນກັບກໍລະນີຂອງອາຈານຈາກໂຮງຮຽນມັດທະຍົມຈາກລັດ Texas ສະຫະລັດອາເມຣິກາຜູ້ນີ້ ທີ່ລາວຖືກໄລ່ອອກຍ້ອນລັກເບິ່ງໜັງໂປ້ໃນເວລາສອນ ແຕ່ມັນບັງເອີນໄປສາຍຂຶ້ນໂປຣເຈັກເຕີ.

ເຫດການນີ້ກາຍເປັນຂ່າວດັງໄປໃນທັນທີ ເມື່ອ Kevin Welchel ຜູ້ທີ່ເຮັດວຽກເປັນອາຈານສອນຢູ່ໂຮງຮຽນມັດທະຍົມ Klein Collins High School ລັດ Texas ສະຫະລັດອາເມຣິກາ ໄດ້ເປີດເບິ່ງໜັງໂປ້ໃນຄອມພິວເຕີ ໃນຂະນະທີ່ກໍາລັງສອນນັກຮຽນຢູ່ ແລະ ລາວຄິດວ່າໜ້າຈະບໍ່ມີໃຜເຫັນ ແຕ່ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນເມື່ອລາວໄດ້ໄປຫຼົງກົດສາຍສິ່ງທີ່ລາວເບິ່ງຢູ່ຂຶ້ນໄປທີ່ໜ້າຈໍໂປຣເຈັກເຕີທີ່ກໍາລັງໃຊ້ສອນ ຈົນເຮັດໃຫ້ນັກຮຽນໝົດຫ້ອງຕ້ອງຕົກໃຈກັບສິ່ງທີ່ອາຈານສາຍອອກມາ.

ຫຼັງຈາກເກີດເລື່ອງ ມັນກໍໄດ້ກາຍເປັນສິ່ງທີ່ຫຼາຍໆ ຄົນນຳໄປວິພາກວິຈານຢ່າງກວ້າງຂວາງ ເນື່ອງຈາກວ່າທາງໂຮງຮຽນແລະເຂດການສຶກສາ ເບິ່ງວ່າການກະທຳທີ່ອາຈານຄົນນີ້ເຮັດນັ້ນຖືເປັນສິ່ງທີ່ຮ້າຍແຮງຫຼາຍຈົນບໍ່ສາມາດປ່ອຍຜ່ານໄດ້.

ຕໍ່ມາອາຈານ Kevin ຜູ້ນີ້ກໍຖືກຕັດສິນໂດຍການຖືກໄລ່ອອກ ແລະຈະບໍ່ໄດ້ຮັບຄ່າຈ້າງຈາກໂຮງຮຽນພາຍໃນເຂດໂດຍເດັດຂາດ. ນອກຈາກນີ້ ທາງໂຮງຮຽນຍັງໄດ້ແຈ້ງຄະດີກັບອາຈານຄົນນີ້ໃນຂໍ້ຫາ “ສະແດງເນື້ອຫາທີ່ເປັນໄພແກ່ເຍົາວະຊົນ”.

ຈາກການລາຍງານເມື່ອວັນທີ 18 ເມສາ 2022 ທີ່ຜ່ານມາລະບຸວ່າຂໍ້ຫາທີ່ທາງໂຮງຮຽນໄດ້ແຈ້ງດຳເນີນຄະດີກັບອາຈານ Kevin ນີ້ອາດເຮັດໃຫ້ລາວມີໂທດຈຳຄຸກເຖິງ 1 ປີ ແລະ ຖືກປັບໃໝບໍ່ເກີນ 4,000 ໂດລາ ຫຼື ປະມານ 52,000,000 ກີບ.

ຈາກປະເດັນດັ່ງກ່າວເຮັດໃຫ້ສັງຄົມອອກມາຕໍາໜິການກະທໍຂອງອາຈານຜູ້ນີ້ວ່າໄດ້ສ້າງຄວາມຢ້ານກົວໃຫ້ເດັກນັກຮຽນ. ຢ່າງໃດກໍຕາມກໍຍັງມີຝ່າຍມາແຍ້ງວ່າເດັກນັກຮຽນໃນໄວອາຍຸເທົ່ານີ້ ໜ້າຈະເຄີຍຮຽນຮູ້ເລື່ອງພວກນີ້ມາກ່ອນແລ້ວ ມັນກໍໜ້າຈະບໍ່ແມ່ນບັນຫາໃຫຍ່.

ທັງນີ້ ຄະດີຂອງອາຈານຄົນດັ່ງກ່າວແມ່ນຈະຕ້ອງຖ້າຕິດຕາມຄຳຕັດສິນຈາກທາງສານອີກເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/