ການສຳຫຼວດພົບວ່າ ປ່າອາເມຊອນມີການຕັດໄມ້ຫຼາຍທີ່ສຸດໃນໂລກ ໃນຂະນະທີ່ລັດຖະບານຫຼຸດຜ່ອນກົດໝາຍຕໍ່ສິ່ງແວດລ້ອມລົງ


ປ່າອາເມຊອນ ເປັນປ່າດົງດິບທີ່ໃຫຍ່ທີ່ສຸດໃນໂລກ ມີພື້ນທີ່ທັງໝົດປະມານ 5.5 ລ້ານກິໂລຕາແມັດ ນອນຢູ່ໃນທະວີບອາເມຣິກາໃຕ້ ກວມເອົາ 9 ປະເທດ ແຕ່ພື້ນທີ່ປ່າ 60% ແມ່ນນອນຢູ່ໃນປະເທດບຣາຊິວ, ເປັນແຫຼ່ງຜະລິດອັອກຊີເຈນຂອງໂລກເຖິງ 20% ຈົນໄດ້ຮັບຂະໜານນາມວ່າເປັນ “ປອດຂອງໂລກ”

ຈາກການສຳຫຼວດໃນປີ 2020 ພົບວ່າປອດຂອງໂລກຢ່າງ “ປ່າອາເມຊອນ” ມີການຕັດໄມ້ທຳລາຍປ່າທີ່ສູງທີ່ສຸດໃນຮອບ 12 ປີ ໃນຂະນະດຽວກັນລັດຖະບານບຣາຊິວເອງກໍລົດຄວາມເຄັ່ງຄັດໃນດ້ານກົດໝາຍຕໍ່ສິ່ງແວດລ້ອມລົງ.

ໜ່ວຍງານສິ່ງແວດລ້ອມຂອງລັດຖະບານບຣາຊິວດຳເນີນຄະດີກັບຜູ່ທີ່ກະທຳຜິດດ້ານສິ່ງແວດລ້ອມໜ້ອຍລົງ 20% ແຕ່ການຕັດໄມ້ທຳລາຍປ່າຊ້ຳພັດເພີ່ມຂຶ້ນຢ່າງຫຼວງຫຼາຍ ແຕ່ລັດຖະບານຫຼຸດຜ່ອນມາດຕະການອະນຸລັກສິ່ງແວດລ້ອມລົງ.

ນັບຕັ້ງແຕ່ປະທານາທິບໍດີ Jair Bolsonaro ກັບເຂົ້າຮັບຕຳແໜ່ງທີ່ຜ່ານມາ ລາວຕັ້ງໃຈໃຫ້ມັນເປັນແບບນີ້, ໂດຍຫຼຸດຜ່ອນງົບປະມານໜ່ວຍງານຕ່າງໆທີ່ກ່ຽວຂ້ອງ, ຈັດຕັ້ງເຈົ້າໜ້າທີ່ທີ່ບໍ່ເຂັ້ມງວດ-ຍົກເວັ້ນຕໍ່ການຕັດໄມ້ທຳລາຍປ່າ ແລະ ເຮັດເໝືອງຢ່າງຜິດກົດໝາຍ.

ຂອບໃຈຂໍ້ມູນຈາກ: https://www.reuters.com/article/us-brazil-environment-ibama-exclusive/exclusive-as-fires-race-through-amazon-brazils-bolsonaro-weakens-environment-agency-idUSKCN1VI14I?fbclid=IwAR2RGFmkkD-k7h0umrHncOV4ZI52C_LJZoo3w1RzOYcN-_JFuVPepa1OV4U

https://th.wikipedia.org/wiki/%E0%B8%9B%E0%B9%88%E0%B8%B2%E0%B8%94%E0%B8%B4%E0%B8%9A%E0%B8%8A%E0%B8%B7%E0%B9%89%E0%B8%99%E0%B9%81%E0%B8%AD%E0%B8%A1%E0%B8%B0%E0%B8%8B%E0%B8%AD%E0%B8%99