ເຕະບານເສຍ ຈົນຖືກແຟນບານໂຈມຕີເລື່ອງສີຜິວ


ການໂຈມຕີເລື່ອງສີຜິວຖືວ່າເປັນປະເດັນທີ່ເວົ້າເຖິງກັນຫຼາຍພໍສົມຄວນ ໃນວົງການກິລາບານເຕະ ແລະ ຍັງຄົງເປັນປະເດັນມາຈົນເຖິງທຸກມື້ນີ້.

      ໃນສະໂມສອນຊື່ດັງຕ່າງໆ ທີ່ມີນັກກິລາທີ່ເປັນຄົນມີສີຜິວດໍາ ອາດຈະແຕກຕ່າງຈາກບຸກຄົນອື່ນໃນບາງກຸ່ມຄົນ, ນັກກິລາຄົນນັ້ນໄດ້ຖືກໂຈມຕີຈາກກຸ່ມແຟນບານບາງຈໍານວນ ທີ່ໃຊ້ຖ້ອຍຄໍາທີ່ຮຸນແຮງ ບໍ່ໃຫ້ກຽດ ພ້ອມຍັງເວົ້າໃນທາງເສື່ອມເສຍໃຫ້ແກ່ນັກກິລາຜູ້ທີ່ມີສີຜິວດໍານັ້ນ, ບາງຄົນໃຊ້ຄໍາເວົ້າທີ່ກະທົບເຖິງຈິດໃຈຈົນເຮັດໃຫ້ນັກເຕະໝົດກໍາລັງໃຈ, ເສຍຄວາມຮູ້ສຶກຈົນບໍ່ກ້າປະເຊີນໜ້າກັບຄວາມເປັນຈິງ ກັບກາຍເປັນວ່າແຟນບານນັ້ນ ບໍ່ເຄົາລົບພ້ອມທັງເປັນການທໍລະມານຄົນທັງທີ່ຍັງຫາຍໃຈຢູ່.

      ເມື່ອບໍ່ດົນທີ່ຜ່ານມາ ກໍມີສະໂມສອນດັງແຫ່ງໜຶ່ງ ທີ່ແຂ່ງຂັນເຕະບານກັບກາຍເປັນເສຍໃຫ້ອີກຝ່າຍ ຈົນເຮັດໃຫ້ແຟນບານບາງກຸ່ມໃຈຮ້າຍ ສະແດງຄໍາຄິດເຫັນທີ່ເປັນຜົນລົບ ກໍ່ໃຫ້ເກີດມີການດູໝິ່ນສີຜິວ, ນັກກິລາຍອມຮັບສະເໝີວ່າເມື່ອຫຼິ້ນບານບໍ່ເປັນໃນທາງທີ່ວາງເປົ້າໝາຍໄວ້ ຈະຖືກແຟນບານໂຈມຕີ ແຕ່ເລື່ອງທີ່ຮັບບໍ່ໄດ້ແມ່ນການດູໝິ່ນເລື່ອງສີຜິວ ເຖິງຈະມີສີຜິວດໍາເຮົາກໍຄົນເຊັ່ນດຽວກັນມີຫົວໃຈ, ມີຄວາມຮູ້ສຶກ, ຫົວໄດ້ ແລະ ເຈັບເປັນຄືກັບຄົນທົ່ວໄປ.

      ເຫດການດັ່ງກ່າວ ແມ່ນເກີດຂຶ້ນໄດ້ຕະຫຼອດ ແລະ ທາງພາກສ່ວນທີ່ກ່ຽວຂ້ອງລວມທັງນັກເຕະເອງກໍໄດ້ມີການລຸກຂຶ້ນມາຕໍ່ຕ້ານ ແລະ ຮຽກຮ້ອງໃຫ້ທຸກຄົນຍຸຕິການດູໝິ່ນສີຜິວ. ນອກຈາກນີ້ ນັກກິລາບານເຕະຍັງມີທ່າປະຈໍາ ທີ່ບົ່ງບອກເຖິງໃຫ້ຢຸດໃນການດູໝິ່ນຄົນຜິວດໍາ ເປັນການສະແດງອອກອີກຢ່າງໜຶ່ງທີ່ພວກເຂົາຕ້ອງການຄວາມເປັນທໍາ.

      ຄວາມເປັນຈິງບໍ່ວ່າຈະຄົນສີຜິວໃດກໍຕາມ ເຮົາບໍ່ຄວນໄປສະແດງຄໍາເວົ້າອອກໃນທາງທິດນັ້ນນອກຈາກຈະທໍາຮ້າຍນັກກິລາແລ້ວ ມັນຍັງສົ່ງຜົນກະທົບໃຫ້ແກ່ຕົນເອງໂດຍທີ່ບໍ່ຮູ້ໂຕ. ສະນັ້ນແລ້ວ ຄວນຢຸດຢ່າງຖາວອນ ລົບລ້າງສິ່ງນີ້ອອກໄປໃຫ້ໄປຈາກໂລກນີ້ ທຸກຄົນລ້ວນແລ້ວແຕ່ມີຊີວິດເປັນຂອງໂຕເອງ, ມີມຸມດີ ແລະ ມຸມເສຍເປັນຂອງໂຕເອງ .

ຂອບໃຈໜັງສືຊີ້ແຈງຈາກ:

https://www.manutd.com/en/news/detail/man-utd-issue-statement-following-racial-abuse-to-players-on-social-media?fbclid=IwAR2WUWyIht4HDWgpmaGi1cAxB5UK_NHt4jfiCBKzC2TyZYn6RfJwv6-hJJQ