ນັກວິຊາການໄດ້ຂຸດພົບກັບໂຄງກະດູກຂອງໃດໂນເສົາທີ່ໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍພົບ ທີ່ອາເຈນຕີນາ, ເປັນໄດໂນເສົາຄໍຍາວ ອາຍຸປະມານ 98 ລ້ານປີ ແລະ ເຊື່ອວ່ານີ້ອາດເປັນໜຶ່ງໃນສິ່ງທີ່ມີຊີວິດທີ່ໃຫຍ່ທີ່ສຸດທີ່ເຄີຍມີມາເທິງຜືນແຜ່ນດິນໂລກກໍເປັນໄດ້.

ຟອສຊິວດັ່ງກ່າວ ຄາດວ່າເປັນຂອງໄດໂນເສົາກຸ່ມໄທທັນໂນຊໍ (Titanosaur) ພົບທີ່ Neuquén ທາງພາກຕາເວັນຕົກສຽງເໜືອຂອງພູພຽງ Patagonia ປະເທດອາເຈນຕີນາ ໃນຊັ້ນຫີນຂອງໂລກ Candeleros Formation.
ຟອສຊິວສ່ວນທີ່ຄົ້ນພົບແມ່ນກະດູກສັນຫຼັງຂະໜາດໃຫຍ່ 24 ອັນ ທີ່ເຊື່ອມໄປກະດູກກະໂພກ ແລະ ແອວ-ຫາງ ເຊິ່ງຍັງຢູ່ໃນສະພາບດີ, ນັກວິຊາການຄາດວ່າມັນເປັນບັນພະບຸລຸດຂອງໄດໂນເສົາຄໍຍາວ.

ການຄົ້ນພົບດັ່ງກ່າວຖືກຕີພິມລົງໃນວາລະສານ Creataceous Research ນັກວິຊາການເຜີຍວ່າຟອສຊິວນີ້ໜ້າຈະເປັນ “ໜຶ່ງໃນຊໍໂຣພອດທີ່ໃຫຍ່ທີ່ສຸດໃນໂລກ” ແລະ ອາດຈະໃຫຍ່ກວ່າໄດໂນເສົາໃນກຸ່ມໄທທັນໂນຊໍອື່ນໆເຊັ່ນ: ປາຕາໂກໄທທັນ (Patagotitan) ໜຶ່ງໃນໄດໂນເສົາທີ່ມີຂະໜາດໃຫຍ່ທີ່ມີຊີວິດຢູ່ເມື່ອ 100-95 ລ້ານປີກ່ອນ ແລະ ຍາວປະມານ 37.2 ແມັດ ໜັກເຖິງ 77 ໂຕນ.



ຂອບໃຈຂໍ້ມູນຈາກ: