ກອງທັບທະຫານມຽນມາເຮັດລັດຖະປະຫານ ຍຶດອຳນາດລັດຖະບານ ອອງຊານຊູຈີ


ວັນທີ 1 ກຸມພາ BBC ໄດ້ອ້າງອີງຈາກສຳນັກຂ່າວມຽວດີ ສື່ຂອງກອງທັບຂອງມຽນມາໂດຍລາຍງານວ່າ ກອງທັບມຽນມາໄດ້ເຂົ້າຍຶດອຳນາດອອງຊານຊູຈີ, ປະທານາທິບໍດີ ວິນ ມິນ ແລະ ລັດຖະບານ ພ້ອມປະກາດສະພາວະສຸກເສີນທົ່ວປະເທດເປັນເວລາ 1 ປີ, ແຕ່ງຕັ້ງພົນເອກ ມິນສ່ວຍ ຮອງປະທານາທິບໍດີ ເປັນປະທານາທິບໍດີຊົ່ວຄາວ. ສ່ວນລະບົບສື່ສານທັງໂທລະສັບ ແລະ ອິນເຕີເນັດພາຍໃນປະເທດຖືກຕັດຂາດສັນຍານ.

ໃນການຖະແຫຼງການຂອງກອງທັບທະຫານທີ່ເຂົ້າຍຶດອຳນາດລະບຸວ່າ ການຄວບຄຸມຕົວບຸກຄົນເຫຼົ່ານັ້ນ ເກີດຈາກຄວາມບໍ່ໝັ້ນຄົງທາງການເມືອງ ຫຼັງຈາກພົບຄວາມຜິດປົກກະຕິໃນການລົງທະບຽນຜູ້ມີສິດເລືອກຕັ້ງໃນລະຫວ່າງທີ່ມີການເລືອກຕັ້ງທົ່ວໄປ.

ການຈັບແກນນຳຂອງພັກ NLD ເກີດຂຶ້ນໃນສອງສາມຊົ່ວໂມງກ່ອນການປະຊຸມສະມາຊິກສະພາຊຸດໃໝ່ທີ່ຈະເລີ່ມຕົ້ນຂຶ້ນໃນວັນທີ 1 ກຸມພານີ້. ເຊິ່ງກ່ອນໜ້ານີ້ ຫຼັງຈາກທີ່ພັກ NLD ພາຍໃຕ້ການນຳພາຂອງອອງຊານຊູຈີຊະນະການເລືອກຕັ້ງໃນວັນທີ 8 ພະຈິກ 2020 ທາງດ້ານກອງທັບທະຫານ ແລະ ພັກ USPD ກໍອ້າງວ່າໄດ້ມີການໂກງການເລືອກຕັ້ງ, ຮຽກຮ້ອງໃຫ້ຄະນະກຳມະການການເລືອກຕັ້ງເປີດເຜີຍລາຍຊື່ຜູ້ໃຊ້ສິດເລືອກຕັ້ງ ແຕ່ກໍບໍ່ໄດ້ການຕອບຮັບຈາກອີກຝ່າຍ ເຮັດໃຫ້ຝ່າຍສະໜັບສະໜຸນພັກ USPD ຈັດຂະບວນປະທ້ວງຂຶ້ນມາ.

ຕະຫຼອດອາທິດທີ່ຜ່ານມາ ໄດ້ເກີດຂ່າວລືເລື່ອງການເຮັດລັດຖະປະຫານຢ່າງຕໍ່ເນື່ອງ ໂດຍໃນວັນທີ 30 ມັງກອນ ກອງທັບມຽນມາໄດ້ອອກມາຖະແຫຼງການໂດຍຢັ້ງຢືນວ່າຈະປົກປ້ອງລັດຖະທຳມະນູນ ແລະ ກົດໝາຍຢ່າງເຄັ່ງຄັດ, ແຕ່ການຍຶດອຳນາດໃນຄັ້ງນີ້ກໍເກີດຂຶ້ນໂດຍມີໄລຍະເວລາຫ່າງຈາກວັນຖະແຫຼງການພຽງສອງມື້ເທົ່ານັ້ນ.

ສຳລັບພົນເອກ ມິນ ສ່ວຍ ປະທານາທິບໍດີຊົ່ວຄາວທີ່ຖືກແຕ່ງຕັ້ງນັ້ນ ເປັນພັນທະມິດຄົນສຳຄັນຂອງ ຕານ ສ່ວຍ ອະດີດຜູ້ນຳລັດຖະບານມຽນມາ.

ພາບ: Al Jazeera English, CNA

ທີ່ມາ: https://www.bbc.com/thai/live/international-55882643