ການຂາຍໝາກເບັງແຄມທາງ ເປັນອາຊີບໜຶ່ງທີ່ຮັກສາວັດທະນະທຳ ແລະ ສະແດງເຖິງຄວາມດຸໝັ່ນຂະຫຍັນພຽນ


ການຫຍິບໝາກເບັງຂາຍ ຖືວ່າເປັນອາຊີບໜຶ່ງທີ່ເຮັດໃຫ້ປະຊາຊົນ ມີລາຍໄດ້ເສີມ ພ້ອມທັງເຮັດໃຫ້ປະຊາຊົນບາງຄອບຄົວມີອາຊີບທີ່ຕິດຕົວ, ນອກຈາກນີ້ ຍັງເປັນການອະນຸລັກວັດທະນະທຳລາວ ແລະ ເປັນອາຊີບເສີມສ້າງລາຍໄດ້ໃຫ້ແກ່ຄອບຄົວໄດ້ດີນຳອີກ.

ຂັນໝາກເບັງ ຖືໄດ້ວ່າເປັນສິ່ງຈຳເປັນທີ່ສຸດສຳລັບຊາວພຸດເຮົາໂດຍສະເພາະແມ່ນວັນສິນ ຫຼື ເອົາມາບູຊາສິ່ງສັກສິດ. ປະຊາຊົນບັນດາເຜົ່າ ສ່ວນໃຫຍ່ແລ້ວແມ່ນຈະນັບຖືສາສະໜາພຸດ ມັກເຂົ້າວັດຟັງທຳ, ມັກໄຫວ້ພະບູຊາພະພຸດພະທຳພະສົງ ສ້າງຄວາມເຊື່ອຖືທີ່ເຄີຍເຄົາລົບ ແລະ ປະຕິບັດກັນມາ ເພື່ອເຮັດໃຫ້ຈິດໃຈມີຄວາມສະຫງົບສຸກ ບໍ່ວ່າຈະເປັນໄວໜຸ່ມ ຫຼື ຜູ້ສູງອາຍຸລ້ວນແລ້ວແຕ່ພາກັນປະຕິບັດມາ.

ເພາະສະນັ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຄົນສ່ວນຫຼາຍຈຶ່ງພາກັນແນມເຫັນຫົນທາງໃນການສ້າງອາຊີບນີ້, ບາງຄົນກໍມີປະສົບການຮຽນຮູ້ຫຍິບໝາກເບັງດ້ວຍຕົນເອງ ຈາກທີ່ສືບທອດມານຳຜູ້ເຖົ້າຜູ້ແກ່ ທີ່ພາເຮັດແຕ່ນ້ອຍ ແລະ ເຫັນພວກເຂົາຫຍິບລົງວັດ, ຈົນສາມາດເຮັດໃຫ້ມີອາຊີບໂດຍບໍ່ຮູ້ຕົວ ແລະ ເມື່ອມາຮອດໃນປັດຈຸບັນ ຜູ້ທີ່ຫຍິບໝາກເບັງເປັນນັ້ນ ຈຶ່ງໄດ້ຫັນປ່ຽນມາເຮັດອາຊີບນີ້ເປັນອາຊີບເສີມ ໂດຍເພິ່ງພາອາໄສພູມປັນຍາຂອງຕົນເອງມາຂາຍແລກປ່ຽນເປັນເງິນ ສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວຢ່າງໜ້າພໍໃຈ.

ພາບ: https://www.facebook.com/pouy.ln.9/posts/512314236016137?_rdc=1&_rdr

ປະມານ 10 ປີກ່ອນ ຂັນໝາກເບັງແມ່ນລາຄາຈະບໍ່ສູງ ຂາຍພຽງຄູ່ລະ 1,000 ກີບ ເຊິ່ງບາງຄອບຄົວສາມາດສ້າງລາຍຮັບໄດ້ປະມານ 280,000 ກີບ/ວັນສິນ. ໃນເວລາຕໍ່ມາ ສັງຄົມເລີ່ມມີການພັດທະນາຂຶ້ນ ແລະ ມີການໄຫວ້ພະ, ສິ່ງສັກສິດຫຼາຍຂຶ້ນທຸກໆວັນສິນເພື່ອຂໍພອນພະຄຸ້ມຄອງ ເມື່ອມີຄົນຕ້ອງການສັ່ງຊື້ ບາງຄອບຄົວຈຶ່ງໄດ້ເຮັດໃຫ້ຫຼາຍຂຶ້ນກວ່າເກົ່າ. ຖ້າກົງກັບມື້ວັນບຸນປະເພນີຕ່າງໆ ກໍສາມາດຂາຍໄດ້ປະມານ 150-180 ຄູ່ ແລະ ມີຫຼາຍລາຄາທີ່ແຕກຕ່າງກັນ ເຊິ່ງໃນປີ 2015 ບາງບ້ານຈະຂາຍພຽງຄູ່ລະ 1,000-5,000 ກີບ ສະເລ່ຍໄດ້ວັນສິນລະ 300,000 ກີບ ເດືອນໜຶ່ງກໍຕົກຢູ່ປະມານ 1,200,000 ກີບ.

ໃນປັດຈຸບັນ ອາດຈະຂາຍໄດ້ກຳໄລຫຼາຍກວ່າແຕ່ກ່ອນ ເພາະລາຄາໝາກເບັງກໍແຕກຕ່າງຈາກເມື່ອກ່ອນ ເຊິ່ງໝາກເບັງ 5 ກາບຂາຍໃນລາຄາ 7,000 ກີບ; ໝາກເບັງ 9 ກາບຂາຍໃນລາຄາ 15,000 ກີບ ບາງບ່ອນກໍອາດຈະຂາຍໃນລາຄາທີ່ບໍ່ຄືກັນ ອາດຈະລົດ ຫຼື ໜ້ອຍ ຂຶ້ນຢູ່ກັບສະພາບຂອງໝາກເບັງ ຫຼື ສະພາບໃນການຜະລິດດອກໄມ້ມີໜ້ອຍ.

ຖືວ່າເປັນອີກອາຊີບໜຶ່ງທີ່ທຸກຄົນທີ່ມີຄວາມສາມາດຄວາມຮູ້ໃນການຫຍິບໝາກເບັງ ນຳມາປະກອບເປັນອາຊີບ ພ້ອມຍັງເປັນການໃຊ້ເວລາວ່າງໃຫ້ເປັນປະໂຫຍດ ໃຫ້ມີລາຍໄດ້ເສີມ ແລະ ຍັງບົ່ງບອກເຖິງຄວາມດຸໝັ່ນຂະຫຍັນພຽນ ແລະ ຮັກສາຄວາມຮູ້ທີ່ຜູ້ເຖົ້າຜູ້ແກ່ເພິ່ນຖ່າຍທອດໃຫ້ນຳອີກດ້ວຍ.

ວິທີຫຍິບໝາກເບັງງ່າຍໆສະບາຍໆ: https://www.facebook.com/watch/?ref=search&v=624785664993676&external_log_id=715de42f-7be0-4dd5-8e5d-61572905092f&q=%E0%BA%82%E0%BA%B1%E0%BA%99%E0%BB%9D%E0%BA%B2%E0%BA%81%E0%BB%80%E0%BA%9A%E0%BA%B1%E0%BA%87&_rdc=1&_rdr

ພາບ:
– https://www.facebook.com/permalink.php?story_fbid=426083162004846&id=100038094967028&_rdc=1&_rdr
– https://www.facebook.com/pouy.ln.9/posts/512314236016137?_rdc=1&_rdr
– khunnaiver.blogspot.com

ຂອບໃຈຂໍ້ມູນຈາກ: https://www.facebook.com/100019089240972/videos/268663740446599?_rdc=1&_rdr