Google ເພີ່ມການອັບເດດຟີເຈີໃໝ່ໃນ Android 12 ແລ້ວຮຽບຮ້ອຍ


ຫຼັງຈາກທີ່ໄດ້ປ່ອຍ Android 12 DP 1 (Developer Preview 1) ໄປເມື່ອເດືອນກ່ອນ Google ກໍປ່ອຍອັບເດດ Android 12 DP 2 (Developer Preview 2) ອອກມາໃຫ້ Developer ໄດ້ທົດລອງໃຊ້ງານຟີເຈີໃໝ່ໆເປັນທີ່ຮຽບຮ້ອຍຕາມກຳນົດທີ່ວາງໄວ້ ເຊິ່ງນອກຈາກຟີເຈີທີ່ປ່ອຍອອກມາທົດລອງໃຊ້ງານໃນ version Developer Preview 1 ແລ້ວກໍຍັງເພີ່ມການອັບເດດ ແລະ ແກ້ໄຂບາງຈຸດຕື່ມອີກດັ່ງນີ້:

  • Picture in Picture (PiP)
    ເພີ່ມການປັບປຸງການສະແດງຜົນ Picture in Picture (PiP) ໃຫ້ຜູ້ໃຊ້ສາມາດ Double-tap ເພື່ອຂະຫຍາຍການສະແດງຜົນຂອງຈໍ PiP ຫຼື ຫຍໍ້ຂະໜາດຈໍ ແລະ ເລື່ອນໜ້າ PiP ໄປຫາພື້ນທີ່ທີ່ຕ້ອງການຢ່າງມີອິດສະຫຼະຫຼາຍຂຶ້ນ.
  • Swipe for notifications
    ຜູ້ໃຊ້ສາມາດເບິ່ງການເເຈ້ງເຕືອນດ້ວຍການປັດໜ້າຈໍລົງ ຫຼື ປັດທີ່ໂຕເຊັນເຊີລາຍນິ້ວມື ໂດຍອັບເດດຈາກການທີ່ປົກກະຕິແລ້ວຈະຕ້ອງປັດຢູ່ຂອບຈໍດ້ານເທິງເພື່ອໃຊ້ງານ.
  • People Space Widget
    ເພີ່ມ Widget ທີ່ມີຊື່ວ່າ people space ເຂົ້າມາເພື່ອເຕືອນໃຫ້ຜູ້ໃຊ້ຕອບແຊັດທີ່ໂອ້ລົມກັບຄອບຄົວ ແລະ ໝູ່ ໂດຍທີ່ມັນຈະສະແດງຜົນຂໍ້ຄວາມ ແລະ ໄລຍະເວລາທີ່ຜູ້ໃຊ້ບໍ່ໄດ້ຕອບຂໍ້ຄວາມບຸກຄົນທີ່ເຮົາເລືອກໄວ້.
  •  Media Player
    ນອກຈາກຈະສາມາດຕັ້ງຄ່າສະແດງຜົນ media player ຂອງແອັບພຣິເຄຊັນຕ່າງໆ ແລະ ແຕະມຸມຂວາເພື່ອຕໍ່ກັບອຸປະກອນ Bluetooth ທີ່ຕ້ອງການໄດ້ແລ້ວ ຍັງສາມາດເລືອກສີສະແດງຜົນ media player ໄດ້ນຳອີກດ້ວຍ.

ສ່ວນຟີເຈີອື່ນໆທີ່ນອກເໜືອຈາກນີ້ ແມ່ນຈະອັບເດດເພີ່ມຕື່ມໃນ Google ຕໍ່ໄປ ໂດຍທາງບໍລິສັດໄດ້ລະບຸວ່າຈະພັດທະນາຈົນມີຄວາມສະຖຽນ ແລະ ຈະປ່ອຍອອກມາໃໝ່ໃນເດືອນສິງຫາທີ່ຈະມາຮອດນີ້.

ພາບ: androidpolice, Nextpi

ທີ່ມາ:
9to5google.com 
www.androidauthority.com
www.androidpolice.com , 
www.androidcentral.com
https://news.thaiware.com/20039.html