ກອງປະຊຸມສະໄໝສາມັນເທື່ອທີ 5 ເລີ່ມ 26 ມິຖຸນາ ຫາ 18 ກໍລະກົດ ເພື່ອແກ້ໄຂບັນຫາລະດັບຊາດ ທຸກຄົນອອກຄຳຄິດເຫັນໄດ້ຜ່ານ 156


ກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ຈະໄຂໃນວັນທີ 26 ມິຖຸນາ 2023 ແລະ ຈະດໍາເນີນໄປເຖິງວັນທີ 18 ກໍລະກົດ 2023 ທີ່ ນະຄອນຫຼວງວຽງຈັນ ໂດຍສະມາຊິກສະພາແຫ່ງຊາດ ຈະໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ ວຽກງານຂອງລັດຖະບານ, .

ໃນວັນທີ 16 ມິຖຸນາ 2023 ນີ້, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ຖະແຫຼງຕໍ່ສື່ມວນຊົນ ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຊຸດທີ IX ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 17 ວັນ (ບໍ່ລວມວັນພັກທາງລັດຖະການ), ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື: ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານພົ້ນເດັ່ນ ຂອງລັດຖະບານ, ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023, ບົດລາຍກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023, ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ບົດລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ, ບົດລາຍງານກ່ຽວກັບທິດທາງແຜນການລົງທຶນ ແລະ ການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດ ປະຈໍາປີ 2024, ບົດລາຍງານກ່ຽວກັບການສະເໜີຂໍດັດແກ້ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2023 ແລະ ແຜນລົງທຶນຂອງລັດ ປະຈໍາປີ 2023 ທີ່ຕິດພັນກັບມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງຜົນການກວດກາ ຂອງອົງການກວດກາແຫ່ງລັດ ແລະ ຜົນການກວດສອບແຫ່ງລັດ ແລະ ມະຕິຂອງຄະນະປະຈໍາສະພາ ວ່າດ້ວຍການຮັບຮອງການອອກພັນທະບັດອວາຍໜີ້ 3 ແຈ ຮ່ວງ 8.000 ຕື້ກີບ, ບົດລາຍງານກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035, ບົດລາຍງານກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າແຫ່ງຊາດ ຮອດປີ 2030, ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມ. ພ້ອມນັ້ນ, ຍັງຈະພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ. ໃນນີ້, ຮ່າງກົດໝາຍສ້າງໃໝ່ 4 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ. ພ້ອມນີ້, ຍັງຈະໄດ້ຮັບຟັງລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ບົດລາຍງານຂອງອົງການ ໄອຍະການປະຊາຊົນສູງສຸດ ກ່ຽວກັບການປະເມີນ ການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ສຳລັບວຽກງານ ສພຊ ປະກອບມີ: ບົດລາຍງານຂອງຄະນະປະຈໍາ ສພຊ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ໃນໄລຍະ 2 ກອງປະຊຸມທີ່ຜ່ານມາ ແລະ ທິດທາງແຜນການ 6 ເດືອນ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງ ສພຊ ຊຸດທີ IX ຮອດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສພຊ ຊຸດທີ IX. ນອກນີ້, ຍັງມີບົດປະກອບຄໍາເຫັນຄະນະປະຈໍາ ສພຊ ຕໍ່ບົດລາຍງານດັ່ງກ່າວ. ພ້ອມນີ້, ຍັງຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາມະຕິກອງປະຊຸມ ສພຊ 18 ສະບັບ. ໃນນັ້ນ, ຈະໄດ້ມີມະຕິຮັບຮອງເອົາວຽກງານຂົງເຂດຕ່າງໆຄື: ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ 6 ສະບັບ, ມະຕິຮັບຮອງເອົາບົດລາຍງານຂອງ ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ 1 ສະບັບ, ມະຕິຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ 1 ສະບັບ ແລະ ມະຕິຮັບຮອງເອົາກົດໝາຍອີກ 10 ສະບັບ.

ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມຄະນະເລຂາທິການ ສພຊ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ, ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ໂດຍຜ່ານສາຍດ່ວນ: 156 ທີ່ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຊຸດທີ IX ຫຼື ອີເມວ: nalao.156@gmail.com.

ຂໍ້ມູນຈາກ: https://cutt.ly/ZwrMe0Zv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/