ເປີດແລ້ວ! ໂລກເວດມົນທີ່ໂຕກຽວ ສວນສະໜຸກ Harry Potter ຂໍຕ້ອນຮັບຜູ້ວິເສດເຂົ້າສູ່ໂລກເວດມົນ


ເມື່ອວັນທີ 16 ມິຖຸນາ 2023 ທາງ Warner Bros. Studio Tour Tokyo – The Making of Harry Potter ຫຼື ທົວສະຕູດິໂອສາກຮູບເງົາ Harry Potter ໃນໂຕກຽວ ເມືອງຫຼວງຂອງປະເທດ ຍີ່ປຸ່ນ ໄດ້ເປີດປະຕູຕ້ອນຮັບທຸກໆຄົນເຂົ້າສູ່ໂລກເວດມົນ ທັງສຳຫຼວດເບື້ອງຫຼັງການຖ່າຍທຳຮູບເງົາ ພ້ອມກັບປະສົບການໃນໂລກເວດມົນ.

ສວນສະໜຸກ Harry Potter ແຫ່ງໃໝ່ໃນໂຕກຽວຖືວ່າ ເປັນສວນສະໜຸກຮູບເງົາ Harry Potter ແຫ່ງທີ 2 ຂອງໂລກ ແລະ ມີຄວາມຄ້າຍຄືກັບ Warner Bros. Studio ທີ່ລອນດອນ ປະເທດອັງກິດ ເຖິງແມ່ນວ່າ ສວນສະໜຸກ ແຫ່ງນີ້ບໍ່ໄດ້ມີເຄື່ອງຫຼິ້ນຄືກັບ The Wizarding World of Harry Potter ໃນ Universal ກໍຕາມ.

ໂດຍສິ່ງທີ່ແຕກຕ່າງກໍຄືການໄດ້ພົບກັບສາກສຸດອະລັງການທີ່ເຫັນໃນຮູບເງົາບໍ່ວ່າຈະເປັນ ຮ່ອມໄດແອກອນ, ປ່າຕ້ອງຫ້າມ, ເຄື່ອງແຕ່ງກາຍປະຈຳເຮືອນ ແຕ່ບໍ່ພຽງເທົ່ານັ້ນ ຍັງລວມໄປຮອດການໄດ້ສຳຜັດປະສົບການແບບໂຕ້ຕອບ ເຊັ່ນ: ຜູ້ເຂົ້າຊົມຈະໄດ້ຖ່າຍຮູບທີ່ຈະຖືກເອົາຂຶ້ນໜ້າຈໍທີ່ແຟນໆຮູ້ດີວ່າ ມັນຈະຄືຮູບແຕ້ມໃນຮູບເງົາ ທີ່ຈະເຮັດໃຫ້ຜູ້ເຂົ້າຊົມນັ້ນຮູ້ສຶກຄືໄດ້ເປັນສ່ວນໜຶ່ງຂອງສາກຮູບເງົາຊຸດນີ້.

ນອກຈາກນີ້ ຍັງໄດ້ພົບກັບຮ້ານຄ້າສະຕູດິໂອທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກເຊິ່ງແບ່ງອອກເປັນ 11 ແບບທີ່ບໍ່ຊ້ຳກັນ ພ້ອມກັບຕົບແຕ່ງດ້ວຍອຸປະກອນປະກອບສາກທີ່ສ້າງຂຶ້ນມາເປັນພິເສດຫຼາຍກວ່າ 7.000 ອັນ ແລະ ໄດ້ຮັບແຮງບັນດານໃຈໃນການອອກແບບມາຈາກຮ່ອມໄດແອກອນ ລວມໄປຮອດອາຫານແບບຜູ້ດີອັງກິດ ແລະ ອາຫານຈາກໂລກເວດມົນທີ່ສຸດໂດ່ງດັງ ເຊັ່ນ ບັດເຕີເບຍ ນັ້ນເອງ.

ສຳລັບການເຂົ້າຊົມສວນສະໜຸກຈະຕ້ອງຈອງບັດຜ່ານປະຕູລ່ວງໜ້າເທົ່ານັ້ນ ໂດຍລາຄາບັນເຂົ້າຊົມສຳລັບຄົນທີ່ມີອາຍຸ 18 ປີ​ຂຶ້ນໄປຢູ່ທີ່ປະມານ 6.300 ເຢນ, ສ່ວນຄົນທີ່ມີອາຍຸ 12-17 ປີ ຢູ່ທີ່ປະມານ 5.200 ເຢນ ແລະ ເດັກນ້ອຍອາຍຸ 4-11 ປີ ຢູ່ທີ່ 3.800 ເຍນ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/