ເກົາຫຼີໃຕ້ ກຳລັງຈະກາຍເປັນໜຶ່ງປະເທດທີ່ມີ ປະຊາກອນຜູ້ສູງອາຍຸ ຫຼາຍທີ່ສຸດໃນໂລກ


ເມື່ອວັນທີ 16 ມິຖຸນາ 2023 ສຳນັກງານສະຖິຕິແຫ່ງເກົາຫຼີໃຕ້ ລາຍງານວ່າປະເທດເກົາຫຼີໃຕ້ຈະກາຍເປັນໜຶ່ງໃນປະເທດທີ່ມີປະຊາກອນຜູ້ສູງອາຍຸຫຼາຍທີ່ສຸດໃນໂລກພາຍໃນປີ 2070 ໂດຍອ້າງອີງຈາກລາຍງານທ່າອ່ຽງປະຊາກອນໂລກຂອງສະຫະປະຊາຊາດປີ 2022  ເນື່ອງຈາກເກົາຫຼີໃຕ້ມີຈຳນວນປະຊາກອນສູງອາຍຸເພີ່ມຂຶ້ນຢ່າງວ່ອງໄວ.

ໂດຍລາຍງານໄດ້ລະບຸວ່າ ອັດຕາສ່ວນຂອງຊາວເກົາຫຼີໃຕ້ ເຊິ່ງມີອາຍຸ 75 ​ປີຂຶ້ນໄປຢູ່ທີ່ 7,7% ຂອງປະຊາກອນທົ່ວປະເທດໃນປີ 2023 ແລະ ຄາດວ່າອັດຕາສ່ວນດັ່ງກ່າວຈະເພີ່ມຂຶ້ນເປັນ 16% ໃນປີ 2037 ແລະ ເພີ່ມສູງຂຶ້ນຮອດ 30,7% ໃນປີ 2070.

ໂດຍທີ່ໃນປະເທດເກົາຫຼີໃຕ້ ຄົນທີ່ມີອາຍຸ 65​ ປີຂຶ້ນໄປຈະເພີ່ມຂຶ້ນຈາກ 18,4 ໃນປີ 2023 ເປັນ 31,9% ໃນປີ 2037 ແລະ ເພີ່ມຂຶ້ນເປັນ 46,4% ໃນປີ 2070. ນອກຈາກນີ້ ຍັງມີຜົນສຳຫຼວດເມື່ອປີກ່ອນທີ່ຊີ້ໃຫ້ເຫັນວ່າ ຜູ້ທີ່ມີອາຍຸລະຫວ່າງ 65​-74 ປີ 60% ແລະ ມີອາຍຸລະຫວ່າງ 75-79 ປີ 39,4% ສະແດງຄວາມຫວັງດຽວກັນວ່າຍັງຄົງ ຢາກຫາວຽກເຮັດໃນອະນາຄົດ. ທັງນີ້ ຕົວເລກຜົນສຳຫຼວດເລື່ອງຄວາມຫວັງໃນການມີເຮັດວຽກຂອງຜູ້ສູງໄວເພີ່ມຂຶ້ນຈາກ 10 ປີກ່ອນປະມານ 11,9 ຈຸດ.

ກ່ອນໜ້ານີ້ເມື່ອປີ 2021 ຜົນສຳຫຼວດຄວາມຄິດຫັນຂອງຜູ້ທີ່ມີອາຍຸລະຫວ່າງ 65-74 ປີເກືອບ 60% ເປີດເຜີຍວ່າລາຍໄດ້ຂອງພວກເຂົາບໍ່ພຽງພໍເມື່ອປຽບທຽບກັບຄ່າຄອງຊີບໂດຍສະເລ່ຍ ແລະ 63,8% ຂອງຜູ້ທີ່ມີອາຍຸ 75 ປີຂຶ້ນໄປກໍໄດ້ຢືນຢັນຄືກັນວ່າ ພວກເຂົາຍັງປະສົບກັບພາວະລາຍໄດ້ບໍ່ພຽງພໍກັບຄ່າຄອງຊີບໃນປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/