ເອົາມາໄວ້ນຳຂ້ອຍ! CZ ເຕືອນ ການເກັບ Crypto ໄວ້ກັບຕົນເອງບໍ່ປອດໄພ ເທົ່າກັບການເອົາມາເກັບໃນເວັບຊື້ຂາຍ Crypto

ເອົາມາໄວ້ນຳຂ້ອຍ-cz-ເຕືອນ

Changpeng Zhao ຫຼື CZ ຜູ້ບໍລິຫານຂອງ Binance ແພລັດຟອມຊື້ຂາຍ Crypto ອັນດັບ 1 ຂອງໂລກ ອອກມາເຕືອນນັກລົງທຶນທັງຫຼາຍວ່າ ຜູ້ໃຊ້ບໍລິການມີຄວາມສ່ຽງທີ່ຈະສູນເສຍ Crypto ຈາກການເກັບມັນໄວ້ໃນກະເປົາເງິນເຢັນ (Cold wallet) ຫຼາຍກວ່າການທີ່ຈະເກັບມັນໄວ້ໃນແພລັດຟອມຊື້ຂາຍແບບລວມສູນ.

ເອົາມາໄວ້ນຳຂ້ອຍ-cz-ເຕືອນ

ໂດຍ CZ ອອກມາກ່າວຫຼັງມີຂ່າວອອກມາວ່າ ລາວໄດ້ເຕືອນພະນັກງານຂອງລາວໃຫ້ກຽມພ້ອມຮັບມືສຳລັບ “Crypto Winter” ທີ່ອາດຈະແກ່ຍາວໄປໃນອີກ 2 ຫາ 3 ເດືອນໂດຍກ່າວວ່າ ບໍລິສັດຂອງລາວເປັນກາງຕໍ່ກັບທຸກສິ່ງ ບໍ່ວ່າຜູ້ໃຊ້ບໍລິການຈະຕ້ອງການຖື Crypto ດ້ວຍຕົນເອງ ຫຼື ຝາກເອົາໄວ້ນຳແພລັດຟອມ ແຕ່ກໍໄດ້ເຕືອນວ່າ ການເກັບ Crypto ດ້ວຍຕົນເອງນັ້ນ ອາດຈະບໍ່ເໝາະກັບຫຼາຍໆຄົນໃນໂລກຂອງຄວາມເປັນຈິງ.

ໂດຍ CZ ກ່າວວ່າ: “ຄົນສ່ວນຫຼາຍບໍ່ສາມາດກູ້ຄືນກະແຈຂອງພວກເຂົາໄດ້ເອງ ແລະ ພວກເຂົາຈະສູນເສຍຄວາມສາມາດໃນການເຂົ້າເຖິງອຸປະກອນໃນການເກັບ Crypto. ຄົນສ່ວນໃຫຍ່ຈະບໍ່ມີການເຂົ້າລະຫັດທີ່ເໝາະສົມໃນການສຳຮອງຂໍ້ມູນ ພວກເຂົາຈະຂຽນລະຫັດເອົາໄວ້ໃນເຈ້ຍເສດ ເຊິ່ງມີໂອກາດທີ່ຄົນອື່ນຈະມາເຫັນ ແລະ ລັກເອົາໄປໃຊ້ກໍໄດ້ ເຊິ່ງໃນທຸກໆມື້ນີ້ ຖ້າວ່າໃຜບາງຄົນຈາກໄປໃນໂລກນີ້ ພວກເຂົາຈະບໍ່ເຫຼືອມໍລະດົກ Crypto ໃດໆທີ່ຈະສົ່ງຕໍ່ໃຫ້ແກ່ລູກຫຼານ ໃນຂະນະທີ່ບໍລິສັດພວກເຮົາມີການປະຕິບັດງານທີ່ເປັນມາດຕະຖານສຳລັບສິ່ງນີ້”

ເອົາມາໄວ້ນຳຂ້ອຍ-cz-ເຕືອນ

ນອກຈາກນີ້ CZ ຍັງໄດ້ກ່າວເສີມອີກວ່າ: “ຂ້ອຍພະຍາຍາມບອກກັບຄົນອື່ນມາຕະຫຼອດວ່າມັນສ່ຽງ ການຖື Crypto ໃນກະເປົາເງິນດ້ວຍຕົນເອງແມ່ນບໍ່ໄດ້ປາສະຈາກຄວາມສ່ຽງໄປທັງໝົດ ແລະ ຂ້ອຍກໍຄິດແທ້ໆວ່າ ຜູ້ທີ່ຖື Crypto ດ້ວຍຕົນເອງນັ້ນມີຄວາມສ່ຽງທີ່ຈະສູນເສຍ Crypto ໄປຫຼາຍກວ່າຜູ້ທີ່ຝາກ Crypto ເອົາໄວ້ນຳແພລັດຟອມຊື້ຂາຍແບບລວມສູນ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/