ເມື່ອ 31.000 ປີກ່ອນ ມະນຸດສາມາດຜ່າຕັດຂາໂດຍບໍ່ມີການຕິດເຊື້ອ ສາມາດມີຊີວິດໄດ້ອີກ 6-9 ປີ

ເມື່ອ 31.000 ປີກ່ອນ

ຖ້າເວົ້າເຖິງສະໄໝກ່ອນ ມີຫຼາຍຢ່າງທີ່ບໍ່ທັນສະໄໝຄືກັບປັດຈຸບັນ ແຕ່ຊີວິດມະນຸດຍຸກນັ້ນກໍສາມາດດຳລົງຊີວິດຢູ່ໄດ້ໂດຍເພິ່ງທຳມະຊາດເປັນຫຼັກ ລວມທັງອາຫານການກິນ ກໍໄດ້ຊອກຕາມປ່າຕາມດົງ ເມື່ອເຈັບເປັນມາກໍຫາຮາກໄມ້ທີ່ສາມາດປົວພະຍາດນັ້ນໄດ້ ຫຼື ຜ່ອນຄາຍຄວາມເຈັບໄດ້ ບໍ່ຫຼາຍກໍໜ້ອຍ ແລະ ອາດມີຜູ້ຊ່ຽວຊານທາງດ້ານການແພດ. ຖ້າເວົ້າເຖິງບາດແຜ ຂອງມະນຸດໃນຍຸກເມື່ອ 31.000 ປີກ່ອນ ແມ່ນເກັ່ງໃນຫຼາຍດ້ານ ສາມາດເປັນໝໍໃຫ້ຕົນເອງໄດ້ ຫຼື ມີໝໍໃນກຸ່ມບ້ານນັ້ນໆ. ການຜ່າຕັດຂາ ສາມາດຫາຍດີ ຫຼື ບໍ່ມີເຊື້ອພະຍາດອື່ນໆມາຕິດ ເວົ້າງ່າຍໆເລີຍກໍຄື “ດີແລ້ວດີເລີຍ”.

(Tim Maloney) ນັກບູຮານຄະດີ ຈາກມະຫາວິທະຍາໄລກຣິບຟິດ ແລະ ເປັນໜຶ່ງໃນທີມທີ່ຂຸດຄົ້ນໄດ້ລະບຸໄວ້ວ່າ ພວກເຂົາໄດ້ພົບກັບໂຄງກະດູກອາຍຸປະມານ 31.000 ປີ ທີ່ສະແດງໃຫ້ເຫັນຢ່າງຊັດເຈນເລີຍວ່າ ການທີ່ມະນຸດສະໄໝນັ້ນຕັດຂາ ຫຼື ແຄ່ງ ເບື້ອງຊ້າຍອອກ ໂດຍບໍ່ມີການຕິດເຊື້ອໃດໆຕາມມາ ພ້ອມທັງຍັງແຂງແຮງສາມາດຕໍ່ອາຍຸໄດ້ອີກຫຼາຍປີ ຢ່າງຕ່ຳປະມານ 6-9 ປີ ບົ່ງບອກໄດ້ເລີຍມັນສະແດງໃຫ້ເຫັນເຖິງຄວາມເຂົ້າໃຈທາງການແພດສູງ ແລະ ເກົ່າແກ່ທີ່ສຸດເທົ່າທີ່ເຄີຍມີມາ.

ເມື່ອ 31.000 ປີກ່ອນ

ໂຄງກະດູກດັ່ງກ່າວ ຖືກຄົ້ນພົບໃນຖ້ຳຫີນປູນຂະໜາດໃຫຍ່ເອີ້ນວ່າ (Liang Tebo) ຢູ່ທາງຕາເວັນອອກຂອງກາລີມັນຕັນ (Kalimantan) ທີ່ປະເທດອິນໂດເນເຊຍ. ຂະນະທີ່ນັກບູຮານຄະດີຄົ້ນພົບສິ່ງປະດິດຕ່າງໆ ແລະ ສິລະປະບູຮານ ທາງທີມກໍໄດ້ພົບຂຸມຝັງສົບທີ່ມີກ້ອນຫີນສີແດງວາງຢູ່ ເຊິ່ງສະແດງໃຫ້ເຫັນເຖິງເຈຕະນາໃນການຝັງຮ່າງຜູ້ເສຍຊີວິດ ຫຼັງຈາກທຳການຂຸດຄົ້ນ ພວກເຂົາກໍໄດ້ພົບໂຄງກະດູກດັ່ງກ່າວ.

ໂຄງກະດູກນີ້ສັນນິຖານວ່າເປັນກະດູກເບື້ອງຊ້າຍ ສັດສ່ວນທາງລຸ່ມໄດ້ຫາຍໄປຄ້າຍຄືກັບຖືກຕັດດ້ວຍຂອງມີຄົມ ເຊິ່ງເມື່ອເຊົາແລ້ວ ແລະ ບໍ່ມີຮ່ອງຮອຍການຖືກຕັດ, ກະທົບ ຫຼື ຮອຍແຕກຮ້າຍແຮງ ສ່ວນທີ່ຫາຍເປັນປົກກະຕິບົ່ງບອກໄດ້ວ່າຄົນໄດ້ຮັບການຜ່າຕັດ ມີຊີວິດຕໍ່ໄປໄດ້ອີກເຖິງ 6-9 ປີ ແລະ ຈາກການປະເມີນອາຍຸຂອງກະດູກນີ້ແລ້ວເປັນເດັກ ປະມານ 20 ປີ ໝາຍຄວາມວ່າບຸກຄົນນີ້ໄດ້ຮັບການຜ່າຕັດເມື່ອຕອນອາຍຸຍັງນ້ອຍ ຫຼື ຕອນໄວໜຸ່ມ.

ມີການສັນນິຖານວ່າຄົນທີ່ຜ່າຕັດຍຸກນັ້ນ ອາດຈະໃຊ້ກ້ອນຫີນທີ່ມີດ້ານຄົມແຫຼມ ຫຼື ດາບອອບຊິດ້ຽນ ຕັ້ງແຕ່ກ່ອນຍຸກປະຫວັດສາດ ທີ່ຄົມຈົນສາມາດປາດຕົນເອງໄດ້. ເມື່ອຜ່າຕັດເອັນ ແລະ ຜ່າກະດູກ ລວມທັງບ່ອນອື່ນ ອາດຕ້ອງໃຊ້ເຄື່ອງມືອື່ນໆເສີມອີກເຊັ່ນກັນ ແຕ່ນີ້ກໍເປັນພຽງການສັນນິຖານ ແລະ ບໍ່ຮູ້ວ່າຄົນຍຸກນັ້ນເຂົາໃຊ້ຫຍັງປາດ ຫຼື ຕັດ.

ເມື່ອ 31.000 ປີກ່ອນ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/