ເມືອງວັງວຽງ ມີໂຄງການລົງທຶນທັງໝົດ 20 ໂຄງການ ມູນຄ່າ 4.207,05 ລ້ານກີບ


ປີ 2023 ເມືອງວັງວຽງ ແຂວງ ວຽງຈັນ ມີການລົງທຶນທັງໝົດ 20 ໂຄງການ, ມູນຄ່າ 4.207,05 ລ້ານກີບ, ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນຂອງເມືອງ ປະຕິບັດໄດ້ 4,6% ມູນຄ່າທັງໝົດ 1.793,87 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 26 ລ້ານກີບ.

ຕົວເລກດັ່ງກ່າວໄດ້ຖືກລາຍງານໂດຍ ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ເມື່ອບໍ່ດົນມານີ້ ໃນໂອກາດການລົງມາເຄື່ອນໄຫວວຽກງານຢູ່ເມືອງວັງວຽງຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ.

ໂດຍທ່ານ ບຸນຈັນ ລາຍງານວ່າ: ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2023 ແລະ ວຽກງານຈຸດສຸມ ຂອງເມືອງວັງວຽງ ເຊິ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຜ່ານມາ ຖືວ່າມີຫຼາຍບັນຫາຫຍຸ້ງຍາກຈາກສະພາບແວດລ້ອມທັງພາຍໃນ ແລະ ພາຍນອກ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາຊົນຢ່າງໜັກໜ່ວງ. ແຕ່ຢ່າງໃດກໍຕາມ ເສດຖະກິດ ຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນຂອງເມືອງ ປະຕິບັດໄດ້ 4,6% ມູນຄ່າທັງໝົດ 1.793,87 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 26 ລ້ານກີບ ຫຼື ເທົ່າກັບ 1.340 ໂດລາ.

ໃນນັ້ນ, ຂະແໜງກະສິກຳປະຕິບັດໄດ້ 504,42 ຕື້ກີບ, ຂະແໜງອຸດສາຫະກຳ ແລະ ກໍ່ສ້າງປະຕິບັດໄດ້ 475,57 ຕື້ກີບ, ຂະແໜງບໍລິການປະຕິບັດໄດ້ 813,88 ຕື້ກີບ. ໃນນີ້, ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວເມືອງວັງວຽງ ທັງໝົດ 300.531 ຄົນ, ຍິງ 162.658 ຄົນ (ນັກທ່ອງທ່ຽວພາຍໃນປະເທດ 200.415 ຄົນ, ຍິງ 113.032 ຄົນ, ນັກທ່ອງທ່ຽວຕ່າງປະເທດ 100.116 ຄົນ, ຍິງ 49.626 ຄົນ) ສະເລ່ຍລາຍຮັບໃຫ້ແກ່ສັງຄົມໄດ້ 150,22 ຕື້ກີບ.

ສຳລັບການລົງທຶນ ໃນປີ 2023 ມີທັງໝົດ 20 ໂຄງການ, ມູນຄ່າ 4.207,05 ລ້ານກີບ, ເປັນໂຄງການສືບຕໍ່ຊໍາລະ 19 ໂຄງການ. ໃນນັ້ນ, ທຶນປົກກະຕິ 10 ໂຄງການ, ມູນຄ່າ 2.336,30 ລ້ານກີບ, ທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ 4 ໂຄງການ, ມູນຄ່າ 204 ລ້ານກີບ, ທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 3 ໂຄງການ, ມູນຄ່າ 355 ລ້ານກີບ, ທຶນຟື້ນຟູໄພພິບັດ 2 ໂຄງການ ມູນຄ່າ 818,37 ລ້ານກີບ ແລະ ທຶນພັດທະນາຊຸມຊົນກອງທຶນພະລັງງານ-ບໍ່ແຮ່ແຂວງວຽງຈັນ (ໂຄງການສະເໜີໃໝ່) 1 ໂຄງການ ມູນຄ່າ 493,38 ລ້ານກີບ. ໂຄງການລົງທຶນທົ່ວໄປຂອງປະຊາຊົນ 78 ຫົວໜ່ວຍ, ມູນຄ່າການລົງທຶນທັງໝົດ 17,47 ຕື້ກວ່າກີບ.

ສ່ວນໝົດປີ 2023 ນີ້ ເມືອງວັງວຽງ ຈະສູ້ຊົນຈັດຕັ້ງປະຕິບັດຄາດໝາຍຕ່າງໆຂອງແຜນ ພັດທະນາເສດຖະກິດ-ສັງຄົມທີ່ກໍານົດໄວ້ ໂດຍເລັ່ງໃສ່ການຜະລິດກະສິກໍາ, ການປຸງແຕ່ງ, ການຄ້າ-ການລົງທຶນ, ການບໍລິການ ແລະ ທ່ຽວທ່ຽວ ເພື່ອເຮັດໃຫ້ເສດຖະກິດ-ສັງຄົມ ຂອງເມືອງຂະຫຍາຍຕົວຕາມແຜນທີ່ວາງໄວ້ ເພື່ອເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/