Gulf Binance ໄດ້ຮັບໃບອະນຸຍາດການໃຫ້ບໍລິການສິນຊັບດິຈິຕອນເປັນທີ່ຮຽບຮ້ອຍແລ້ວ, ໂດຍມີແຜນທີ່ຈະເປີດໃຫ້ບໍລິການໃນຕົ້ນປີໜ້າ


ໃນວັນທີ 15 ພະຈິກທີ່ຜ່ານມາ, ບໍລິສັດ Gulf Energy Development Public Company Limited ໄດ້ເຂົ້າແຈ້ງຕໍ່ຕະຫຼາດຫຼັກຊັບແຫ່ງປະເທດໄທເຖິງການເລີ່ມຕົ້ນປະກອບທຸລະກິດສິນຊັບດິຈິຕອນ ຫຼື ‘Gulf Binance’ ແມ່ນໄດ້ຮັບໃບອະນຸຍາດດໍາເນີນການເປັນສູນການຄ້າຊັບສິນດິຈິຕອນ ແລະ ທຸລະກິດນາຍໜ້າສິນຊັບດິຈິຕອນຈາກ SEC ແລະ ຄັງເງິນເປັນທີ່ຮຽບຮ້ອຍແລ້ວ ແລະ ກຽມພ້ອມທີ່ຈະເປີດໃຫ້ບໍລິການພາຍໃນຕົ້ນປີ 2024.

ໂດຍໃນລາຍງານໄດ້ລະບຸວ່າ Gulf Binance, ເຊິ່ງເປັນບໍລິສັດຮ່ວມທຶນລະຫວ່າງ Gulf Innova ທີ່ເປັນບໍລິສັດໃນເຄືອ Gulf ແລະ Binance ກະດານເທຣດ crypto ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດຊັບສິນດິຈິຕອນຈາກ ຫ້ອງການຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ (SEC).

ທັງນີ້ແພລັດຟອມສິນຊັບດິຈິຕອນຂອງ Gulf Binance ຈະເປີດໃຫ້ບໍລິການແລກປ່ຽນສິນຊັບດິຈິຕອນ (Digital Asset Exchange) ແລະ ເປັນນາຍໜ້າສິນຊັບດິຈິຕອນ (Digital Asset Broker) ຂອງທັງ Cryptocurrency ແລະ Digital Token. ໂດຍທາງແພລັດຟອມຈະເນັ້ນໜັກໄປທີ່ຄວາມປອດໄພ ແລະ ການປະຕິບັດຕາມຂໍ້ກຳນົດຂອງ SEC , ເຊິ່ງຈະເປີດໃຫ້ບໍລິການໃຫ້ແກ່ຜູ້ໃຊ້ທີ່ໄດ້ຮັບອະນຸຍາດກ່ອນ (by invitation only) ແລະ ຫຼັງຈາກນັ້ນຈຶ່ງຈະມີກໍານົດການເປີດໃຫ້ຜູ້ໃຊ້ທົ່ວໄປເຂົ້າມາໃຊ້ງານໃນຕົ້ນປີໜ້າ.

ນອກຈາກນີ້, Gulf Binance ຍັງມີຕັ້ງເປົ້າໝາຍທີ່ຈະເປັນແພລັດຟອມທີ່ໄດ້ຮັບມາດຕະຖານສາກົນ ເພື່ອ​ຍົກ​ສູງ​ລະ​ດັບ​ການ​ບໍ​ລິ​ການ​​ສິນຊັບ​ດິ​ຈິ​ຕອນ​ໃນ​ປະ​ເທດ​ໄທ​ ລວມທັງການສົ່ງເສີມເຕັກໂນໂລຊີ blockchain ໃຫ້ກ້າວໜ້າໂດຍຜ່ານການໃຫ້ບໍລິການໂຄງສ້າງພື້ນຖານສິນຊັບດິຈິຕອນ ແລະ ການບໍລິການເຕັກໂນໂລຊີ blockchain.

siamblockchain

finance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/