ເຈເຈ ພອນປະເສີດ ຈິນດາໄມ ເຈົ້າຂອງແບຣນ SANÉ ຜູ້ສ້າງສັນຜົນງານຜ້າລາວຕາມລະດູການທີ່ມາພ້ອມກັບຄວາມລຽບສະຫງ່າ

ເຈເຈ ພອນປະເສີດ

ຖ້າຈະເວົ້າເຖິງແບຣນເສື້ອຜ້າແຟຊັ່ນທີ່ມີຄົນລາວເປັນຜູ້ກໍ່ຕັ້ງ SANÉ ຫຼື ສະເໜ່ ກໍເປັນນັບວ່າແບຣນເສື້ອຜ້າແຟຊັ່ນລາວປະຍຸກທີ່ມີຄວາມເປັນເອກະລັກສະເພາະຕົວໂດຍການນໍາໃຊ້ຜ້າຝ້າຍໄໝລາວຕາມລະດູການ ນໍາມາສ້າງສັນໃຫ້ເປັນຜົນງານໃໝ່ທີ່ມີຄວາມລຽບງ່າຍ ແຕ່ເບິ່ງແລ້ວສະແດງໃຫ້ເຫັນເຖິງຄວາມສະຫງ່າຜ່າເຜີຍ ເຊິ່ງຜູ້ທີ່ຢູ່ເບື້ອງຫຼັງແບຣນນີ້ກໍບໍ່ແມ່ນຄົນອື່ນໄກ ນັ້ນກໍຄື ພອນປະເສີດ ຈິນດາໄມ ຫຼື ເຈເຈ ດີໄຊເນີ້ຈາກແດນໃຕ້ຂອງລາວເຮົາ ທີ່ເປັນໜຶ່ງບຸກຄົນທີ່ມີຈິດໃຈມັກຮັກໃນການອອກແບບ ມາພ້ອມກັບຄວາມສາມາດ ແລະ ຄວາມຄິດສ້າງສັນທີ່ທັນສະໄໝ ເຊິ່ງມື້ນີ້ Lao X ຈະພາທຸກຄົນມາສຳຜັດກັບຄວາມເປັນແຟຊັ່ນຮ່ວມສະໄໝ ແຕ່ຄົງຄວາມເອກະລັກຄວາມເປັນລາວ ຈາກ ເຈເຈ ພອນປະເສີດ ຈິນດາໄມ ຜູ້ເປັນເຈົ້າຂອງແບຣນ SANÉ.

ເຈເຈ ພອນປະເສີດ

Lao X: ເຈເຈ ຊ່ວຍແນະນໍາຕົວຕື່ມໄດ້ບໍ່ເຈົ້າ?

ເຈເຈ SANÉ: ເຈົ້າສະບາຍດີ ເຮົາມີຊື່ວ່າ ພອນປະເສີດ ຈິນດາໄມ ຫຼື ເຈເຈ ເປັນຄົນພື້ນຖານມາຈາກພາກໃຕ້ຂອງ ສປປ ລາວ ນັ້ນກໍຄືນະຄອນປາກເຊ ແຂວງຈໍາປາສັກ ເຊິ່ງ ເຈເຈ ນັ້ນເປັນໜຶ່ງໃນຄົນທີ່ມັກຮັກ ແລະ ສົນໃຈໃນດ້ານການອອກແບບເສື້ອຜ້າມາຕັ້ງແຕ່ອາຍຸຍັງນ້ອຍ ບວກກັບຢາກນຳເສື້ອຜ້າສີມືຄົນລາວໄປເຜີຍແຜ່ໃນລະດັບໂລກ ແລະຢາກຊຸກຍູ້ໃຫ້ຕົນເອງເປັນໜຶ່ງໃນດີໄຊເນີ້ລາວທີ່ຫຼາຍໆຄົນຮູ້ຈັກ.

ເຈເຈ ພອນປະເສີດ

Lao X: ຄວາມເປັນມາ, ແຮງບັນດານໃຈ, ແລະ ຈຸດປະສົງຂອງແບຣນ SANÉ?

ເຈເຈ SANÉ: ແບບຄືໄດ້ເວົ້າໄປຂ້າງເທິງ SANÉ ເກີດມາຈາກຄວາມມັກຮັກໃນການອອກແບບມາຕັ້ງແຕ່ນ້ອຍໆ. ຕໍ່ມາເມື່ອຕົນເອງໄດ້ມີໂອກາດກໍໄດ້ສືບຕໍ່ແລະພັດທະນາສີມືການອອກແບບຂອງຕົນເອງຂຶ້ນເລື້ອຍໆ ຈົນກາຍເປັນທີ່ຮູ້ຈັກຂອງຫຼາຍໆຄົນ. ຈົນມາຮອດປີ 2017 ເຊິ່ງຖືໄດ້ວ່າເປັນປີຂອງການເປີດແບຣນ SANÉ ເພາະໄດ້ຮ່ວມສະແດງຜົນງານໃນງານປະກວດແຟຊັ່ນລາວປະຈໍາປີ 2017.

ສໍາລັບທຸກໆຜົນງານຂອງ SANÉ ທີ່ເຮົາຜະລິດອອກມາ ແມ່ນໄດ້ທຸ່ມເທສຸດຄວາມສາມາດເພື່ອເຮັດໃຫ້ຕົວຜົນງານອອກມາດີທີ່ສຸດແລະມີຄຸນະພາບ. ພ້ອມກັນນັ້ນແຮງບັນດານໃຈໃນການອອກແບບແຕ່ລະຄັ້ງແມ່ນມາຈາກຫົວຂໍ້ Think Earth ໂດຍເປັນຫົວຂໍ້ທີ່ວ່າເຮັດແນວໃດເຮົາຈະຊ່ວຍຮັກສາໂລກ ແລະ ເປັນການສົ່ງເສີມຊາວຫັດຖະກໍາໃຫ້ໄປຄຽງຄູ່ກັນກັນໄດ້. ດ້ວຍເຫດນີ້ຜະລິດຕະພັນຂອງທາງ SANÉ ຂອງເຮົາຈຶ່ງເລືອກໃຊ້ຜ້າຝ້າຍລາວ, ໄໝລາວ ໃນການຜະລິດເສື້ອຜ້າ ອອກສູ່ຕະຫຼາດທັງໃນແລະຕ່າງປະເທດ ພ້ອມຍັງສາມາດກະຈາຍຜົນງານຂອງຊາວຫັດຖະກໍາໄປສູ່ສາຍຕາຊາວໂລກອີກພ້ອມ..

ແລະຈຸດປະສົງຂອງແບຣນ SANÉ ແມ່ນຢາກໃຫ້ຜູ້ຊົມໃຊ້ໄດ້ຮູ້ວ່າ ຜ້າລາວທີ່ອອກແບບດີ ສາມາດຂາຍໄດ້ທຽບເທົ່າກັບແບຣນຕ່າງປະເທດໄດ້ ແລະເປັນການສົ່ງເສີມຜະລິດຕະພັນພາຍໃນປະເທດໄປໃນຕົວ ດ້ວຍລາຄາທີ່ຈັບຕ້ອງໄດ້ ນີ້ແຫຼະຫົວໃຈຂອງ SANÉ ❤️ ນອກຈາກນີ້ແລ້ວ ໂລໂກ້ ແລະ ເຄື່ອງໝາຍຄວາມເປັນ ສະເໜ່-SANÉ ແມ່ນໄດ້ເກີດມາພ້ອມກັນແຕ່ປີ 2018.

ເຈເຈ ພອນປະເສີດ

Lao X: ຜະລິດຕະພັນຂອງ SANÉ ມີຫຍັງແດ່? ແລະແມ່ນຫຍັງຄືເອກະລັກຂອງ SANÉ?

ເຈເຈ SANÉ: ຫຼັກໆແລ້ວທາງ SANÉ ຂອງເຮົາແມ່ນຈະເນັ້ນໄປທາງແຟຊັ່ນຂອງຜູ້ຍິງເຊັ່ນ: ຊຸດແຟຊັ່ນຮ່ວມສະໄໝ, ເສື້ອ, ໂສ້ງ, ກະໂປງ, ກະເປົ໋າຜ້າ ເປັນຕົ້ນ ໂດຍຜະລິດຕະພັນຕ່າງໆ ແມ່ນຈະເໝາະກັບສາວໆ ໃນໄວເຮັດວຽກຕາມຫ້ອງການ ຫຼື ສະຖານທີ່ຕ່າງໆ ເພາະດ້ວຍເອກະລັກຂອງເນື້ອຜ້າທີ່ໃສ່ສະບາຍ ແຕ່ຍັງແຝງໄປດ້ວຍຄວາມລຽບສະຫງ່າງາມ ແລະເມື່ອລູກຄ້າສວມໃສ່ແມ່ນຈະເສີມບຸກຄະລິກໃຫ້ດູດີ, ມີຄວາມໝັ້ນໃຈຂຶ້ນໄປອີກລະດັບ.

ແລະເອກກະລັກອີກຢ່າງໜຶ່ງຂອງແບຣນເຮົາ ເມື່ອຫຼາຍຄົນເຫັນແມ່ນຈະຮູ້ໄດ້ທັນທີເລີຍວ່ານີ້ແມ່ນຂອງ SANÉ ນັ້ນກໍຄື ດອກກຸຫຼາບທີ່ຜະລິດຈາກເສດຜ້າຝ້າຍ ເຊິ່ງມັນຕິດໄປກັບຕົວສິນຄ້າເຮົາພ້ອມ.

ນອກຈາກນີ້ແລ້ວ SANÉ ຍັງມີອີກ 2 ກິດຈະການທີ່ຢູ່ໃນເຄືອດຽວກັນນັ້ນກໍຄື ເຮືອນສະເໜ່ (SANÉ house) ໂດຍຈະຍັງຈະຄວາມເປັນສະເໜ່ ແຕ່ມາໃນຮູບແບບລາວເດີມຄືຈະມີເສື້ອຜ້າຫັດຖະກໍາຈາກເມືອງຫຼວງພຣະບາງ ທີ່ມີບໍລິການໃຫ້ເຊົ່າ ຫຼື ຊື້ໄດ້ຕາມຄວາມປະສົງຂອງລູກຄ້າ ແລະ ອີກອັນຄື ສະເໜ່ອັນເດີ້ແວ (SANÉ underwear) ເຊິ່ງຈະເປັນຜະລິດຕະພັນທີ່ສ້າງມາເພື່ອຜູ້ຊາຍໂດຍສະເພາະ.

ເຈເຈ ພອນປະເສີດ

Lao X: ກະແສຕອບຮັບຂອງ SANÉ ໄປໃນທິດທາງໃດ? ຜົນງານທີ່ຜ່ານມາຂອງສະເໜ່ມີຫຍັງແດ່?

ເຈເຈ SANÉ: ສຳລັບກະແສຕອບຮັບຂອງ SANÉ ແມ່ນຢູ່ໃນເກນທີ່ດີເລີຍ ເພາະທາງແບຣນເຮົາແມ່ນຈະຜະລິດສິນຄ້າທີ່ລູກຄ້າອໍເດີ້ເທົ່ານັ້ນ ແລະຈະມີລູກຄ້າສັບປ່ຽນໝູນວຽນກັນມາອຸດໜຸນພ້ອມກັບໃຊ້ບໍລິການເຮົາຢູ່ເລື້ອຍໆ ບໍ່ວ່າຈະເປັນຄົນດັງໃນວົງການບັນເທີງລາວເຮົາ ຫຼື ລູກຄ້າໜ້າໃໝ່.

ໃນສ່ວນຜົນງານຂອງ SANÉ ແມ່ນໄດ້ມີຜູ້ໃຫຍ່ໃຈດີເຫັນແວວ ແລະ ໃຫ້ໂອກາດກັບທາງເຮົາໄດ້ຮ່ວມສະແດງຜົນງານໂດຍການເດີນແບບໃນງານ Lao Fashion Week 2020 ແລະ ມາຮອດປີ 2022 ທາງເຮົາກໍໄດ້ຮ່ວມເດີນແບບໃນງານ Lao Fashion Week 2022 ອີກຄັ້ງ ໃນນາມຫ້ອງເສື້ອ SANÉ. ນອກຈາກນີ້ ຄອນເຊັບຂອງເສື້ອຜ້າທີ່ເຮົາໃຊ້ຕັດຫຍິບແມ່ນຈະປ່ຽນໄປຕາມລະດູການ ແລະຕາມພື້ນທີ່ ເຊັ່ນ: ການໃຊ້ຜ້າຝ້າຍຂອງຊົນເຜົ່າຕະລ່ຽງແຂວງເຊກອງ ຫຼື ການໃຊ້ຜ້າເລນິນ ທີ່ເປັນຄໍເລັກຊັ່ນຫຼ້າສຸດຂອງແບຣນ.

ເຈເຈ ພອນປະເສີດ

Lao X: ຢາກຝາກຫຍັງແດ່ເຖິງຄົນສະໜັບສະໜູນ ແລະ ຕິດຕາມຜົນງານຂອງ SANÉ?

ເຈເຈ SANÉ: ເຈເຈ ໃນນາມດີໄຊເນີ້ຄົນໜຶ່ງທີ່ມາຈາກທາງພາກໃຕ້ ແລະ ມີຄວາມໃຝ່ຝັນຢາກເປັນໜຶ່ງໃນດີໄຊເນີ້ຜູ້ປະສົບສໍາເລັດຄົນໜຶ່ງຂອງລາວ ກໍຢາກຈະຝາກຂອບໃຈສຳລັບຄົນທີ່ໃຫ້ກໍາລັງໃຈ ແລະ ສະໜັບສະໜູນໃນຜົນງານເຮົາ ແລະໃນໄວໆນີ້ທາງແບຣນເຮົາຈະມີການຜະລິດສິນຄ້າແບບວາງຂາຍແລ້ວ. ສຳລັບໃຜທີ່ສົນໃຈ ສາມາດແວ່ເບິ່ງຜົນຂອງເຮົາໄດ້ທີ່ຫ້ອງເສື້ອຂອງພວກເຮົາທີ່: ບ້ານ ອານຸ ເມືອງຈັນທະບູລີ ຖະໜົນສາມແສນໄທໃກ້ກັບໄຟແດງສີຫອມ.

ຂອບໃຈບົດສຳບາດຈາກ: ເຈເຈ ພອນປະເສີດ ຈິນດາໄມ

ສາມາດຕິດຕາມຜົນງານຂອງແບຣນ SANÉ ໄດ້ທີ່:

Facebook: Phonepaseuth Sa Né

Facebook fanpage: SaNé House ເຮືອນສະເໜ່

ສຳພາດໂດຍ: Tern Saiyasack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ