Elon Musk ເວົ້າຢອກວ່າຈະຊື້ສະໂມສອນແມນຢູ ແລະ ບໍ່ໄດ້ຈະຊື້ທີມໃດເລີຍ!

Elon Musk

ເມື່ອບໍ່ດົນມານີ້ Elon Musk ເສດຖີດັງລະດັບໂລກ ໄດ້ທະວີດຂໍ້ຄວາມຜ່ານ Twitter ວ່າ: “ຈະຊື້ສະໂມສອນແມນຢູ (Manchester United)” ຈຶ່ງເປັນທີ່ຮືຮາກັນຢ່າງແຜ່ຫຼາຍໃນໂລກໂຊຊ່ຽວ. ແຕ່ຫຼ້າສຸດກໍໄດ້ອອກມາບອກວ່າ ບໍ່ແມ່ນເລື່ອງແທ້, ເລື່ອງທີ່ຈະຊື້ສະໂມສອນແມນຢູ ຫຼື ສະໂມສອນກິລາທີມອື່ນ ເປັນພຽງການຢອກເຮັດເປັນເລື່ອງຕະຫຼົກເທົ່ານັ້ນ.

ແມນຢູ ເປັນທີມທີ່ Elon Musk ມັກມາແຕ່ຍັງນ້ອຍຢູ່ແລ້ວ ສ່ວນເລື່ອງຊື້ສະໂມສອນແມ່ນເປັນພຽງການຢອກຫຼິ້ນ. ແຕ່ຖ້າຈະຊື້ສະໂມສອນໃດໜຶ່ງ ກໍຄົງຕ້ອງແມ່ນທີມແມນຢູ ເພາະເປັນທີມທີ່ມັກມາແຕ່ຍັງນ້ອຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ