ອອງຊານ ຊູຈີ ຕ້ອງຖືກຈໍາຄຸກລວມເປັນ 17 ປີ ຫຼັງຈາກຖືກສານມຽນມາຕັດສິນຈໍາຄຸກເພີ່ມອີກ 6 ປີ ໃນຂໍ້ຫາສໍ້ລາດບັງຫຼວງ

ອອງຊານ ຊູຈີ

ໃນວັນຈັນທີ 15 ສິງຫາ 2022 ທີ່ຜ່ານມາ ສຳນັກຂ່າວ Channelnewsasia ລາຍງານວ່າ ສານຂອງປະເທດມຽນມາທີ່ມີຜູ້ນໍາເປັນຄະນະລັດຖະປະຫານ ໄດ້ມີການພິພາກສາຈໍາຄຸກນາງ ອອງຊານ ຊູຈີນ ອະດີດຜູ້ນຳມຽນມາ ເປັນເວລາ 6 ປີ ຫຼັງພົບວ່າມີຄວາມຜິດໃນຂໍ້ຫາສໍ້ລາດບັງຫຼວງຈໍານວນ 4 ຂໍ້ຫາ.

ອອງຊານ ຊູຈີ

ຕາມການເປີດເຜີຍຂໍ້ມູນຂອງແຫຼ່ງຂ່າວພົບວ່າ ນາງ ອອງຊານ ຊູຈີ ແມ່ນມີຄວາມຜິດແທ້ໃນຂໍ້ຫາໃຊ້ເງິນກອງທຶນ ດໍ ຂິ່ນ ຈີ (Daw Khin Kyi Foundation) ເຊິ່ງ ອອງຊານ ຊູຈີ ກໍ່ຕັ້ງຂຶ້ນເພື່ອສະໜັບສະໜູນການສຶກສາແລະສຸຂະພາບ ຢ່າງຜິດວັດຖຸປະສົງ ໂດຍໄດ້ນຳໄປສ້າງເຮືອນຫຼັງໜຶ່ງ ແລະ ຂໍ້ຫາໃຫ້ເຊົ່າດິນຂອງລັດຖະບານໃນລາຄາທີ່ຕໍ່າກວ່າຄວາມເປັນຈິງ.

ອອງຊານ ຊູຈີ

ທັງນີ້ ຕັ້ງແຕ່ມຽນມາມີການລັດຖະປະຫານເກີດຂຶ້ນເມື່ອເດືອນກຸມພາ ປີ 2021 ອອງຊານ ຊູຈີ ໃນອາຍຸ 77 ປີ ແມ່ນໄດ້ຖືກຕັ້ງຂໍ້ຫາກ່ຽວກັບການສໍ້ລາດບັງຫຼວງເປັນຈໍານວນ 18 ຂໍ້ຫາ ເຊັ່ນ: ຕິດສິນບົນ, ລະເມີດການເລືອກຕັ້ງ, ທຸຈະລິດການເລືອກຕັ້ງ, ຍຸແຍ່ໃຫ້ເກີດມີຄວາມປັ່ນປ່ວນ ແລະ ອື່ນໆ ເຊິ່ງຂໍ້ຫາທີ່ກ່າວມານີ້ມີໂທດຈໍາຄຸກລວມກັນເກືອບ 190 ປີ ແຕ່ທາງດ້ານນາງອອງຊານ ຊູຈີ ກໍໄດ້ອອກມາປະຕິເສດທຸກຂໍ້ກ່າວຫາ ແລະບອກວ່າເປັນເລື່ອງທີ່ໄຮ້ເຫດຜົນ.

ອອງຊານ ຊູຈີ

ກ່ອນໜ້ານີ້ ຊອງຊານຊູຈີ ແມ່ນຖືກຕ້ອງໂທດຈໍາຄຸກຢູ່ທີ່ຄຸກໃນນະຄອນເນປີດໍ ເມືອງຫຼວງຂອງມຽນມາ ເປັນເວລາ 11 ປີ ຈາກຄະດີຄວາມອື່ນໆ ທີ່ຖືກຕັດສິນກ່ອນໜ້ານີ້ ແລະ ຫຼ້າສຸດນີ້ຖືກຕັດສິນຈໍາຄຸກເພີ່ມອີກ 6 ປີ ສົ່ງຜົນໃຫ້ ຊອງຊານ ຊູຈີ ຕ້ອງຈໍາຄຸກລວມກັນເຖິງ 17 ປີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ