ເຈົ້າຄອງນະຄອນຫຼວງວຽງຈັນ ຈະນຳເອົາຄວາມອຸດົມຮັ່ງມີ ຢູ່ດີກິນດີ ໃຫ້ແກ່ປະຊາຊົນ


ທ່ານ ອາດສະພັງທອງ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະໃຊ້ຄວາມສາມາດທີ່ຕົນມີ ມາພັດທະນາສ້າງສາບ້ານເມືອງ, ຈະເຊີດຊູບັນດາຈິດປະຕິວັດ ແລະ ອຸທິດຕົນທາງດ້ານເຫື່ອແຮງ, ສະຕິປັນຍາຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ ທີ່ໄດ້ຮັບການມອບໝາຍ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ.

ພ້ອມກັນນັ້ນ ຈະພ້ອມກັນກັບໝູ່ຄະນະນຳ ນະຄອນຫຼວງວຽງຈັນສືບຕໍ່ນຳພາຜັນຂະຫຍາຍ ໃນທາງນະໂຍບາຍຂອງພັກ ທີ່ໄດ້ກຳນົດໄວ້ໃນມາດຕາທີ 11 ຂອງສູນກາງພັກ, ລວມທັງແຜນພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ.

ໃນການນຳພາຈະຮັບປະກັນເຖິງຄວາມໝັ້ນຄົງ, ຄວາມອຸດົມຮັ່ງມີ ແລະ ຄວາມຢູ່ດີກິນດີ ມາສູ່ຊາວນະຄອນຫຼວງວຽງຈັນ ເຮັດໃຫ້ນະຄອນຫຼວງວຽງຈັນ ກ້າວເຂົ້າສູ່ການພັດທະນາແບບຍືນຍົງ ຕາມແຜນການທີ່ວາງໄວ້. ເພື່ອປະຕິບັດໜ້າທີ່ນັ້ນ ເຈົ້າຄອງນະຄອນຫຼວງ ຈະປັບປຸງແບບແຜນວຽກ ແລະ ສ້າງບາດກ້າວທະລຸທາງດ້ານກົນໄກ ແລະ ລະບຽບການບໍລິຫານຄຸ້ມຄອງໃຫ້ເປັນຈິງ, ເພື່ອສ້າງສະພາບແວດລ້ອມທີ່ອຳນວຍການສ້າງແຜນການພັດທະນາທາງດ້ານເສດຖະກິດ, ສັງຄົມ, ພາກທຸລະກິດ ເຄື່ອນໄຫວຢ່າງຄ່ອງຕົວ ແລະ ມີປະສິດທິຜົນ ພ້ອມກັນນັ້ນກໍຍັງເຮັດໃຫ້ການຄຸ້ມຄອງລັດ-ສັງຄົມ ເມືອງ ແລະ ບ້ານມີການກົມກຽວກັນ.

ນອກຈາກນີ້ ທ່ານ ອາດສະພັງທອງ ຍັງໄດ້ສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມໃຈກັນປະຕິບັດໜ້າທີ່ ໃຫ້ສອດຄ່ອງກັບແຜນການຕ່າງໆ ທີ່ວາງໄວ້ໃຫ້ສຳເລັດຜົນ ແລະ ຊ່ວຍກັນສ້າງສາພັດທະນາບ້ານເມືອງໃຫ້ຈະເລີນຮຸ່ງເຮືອງຂຶ້ນກວ່າເກົ່າ.

ຂອບໃຈຂໍ້ມູນຈາກ:

https://fb.watch/4CExS79kN9/