ຄົ້ນພົບພືດຊະນິດໃໝ່ “ດອກຈິນດາພູເຂົາຄວາຍ” ພືດຊະນິດໃໝ່ຂອງໂລກໃນປະເທດລາວ


ທີ່ຜ່ານມາ ເຮົາອາດຈະເຄີຍເຫັນຂ່າວທີ່ນັກວິໄຈ-ນັກຄົ້ນຄວ້າ ໄດ້ຄົ້ນພົບພືດຊະນິດໃໝ່ຂອງໂລກໃນປະເທດລາວມາແລ້ວຫຼາຍຊະນິດ ຢູ່ຕາມເຂດປ່າສະຫງວນຕ່າງໆ, ເຊິ່ງເມື່ອອາທິດທີ່ຜ່ານມາ ທີມນັກຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດລາວ ແລະ ສວນພຶກສາ ສິງກະໂປ ໄດ້ຄົ້ນພົບພືດຊະນິດໃໝ່ຂອງໂລກຢູຸ່ທີ່ປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ພູພຽງນາກາຍ-ນ້ຳເທີນ ປະເທດລາວ.

ອາຈານ ພົງໄພບູນ ພອນປະເສີດ ຈາກຄະນະວິທະຍາສາດສິ່ງແວດລ້ອມຂອງມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບ Dr. Michele Rodda ຈາກສວນພຶກສາສິງກະໂປ ໄດ້ຄົ້ນພົບພືດຊະນິດໃໝ່ຂອງໂລກ ແລະ ພືດຊະນິດໃໝ່ຂອງລາວ ເຊິ່ງເປັນພືດຈັດຢູ່ໃນຕະກູນດອກຈຳປາ (Apocynaceae), ແຍກອອກຢູ່ກັບຕະກູນຍ່ອຍໃນກຸ່ມດອກຕ້າງ (Asclepiadoidea).

ໂດຍພືດຊະນິດໃໝ່ເພິ່ນໄດ້ຕັ້ງຊື່ລາວວ່າ ດອກຈິນດາພູເຂົາຄວາຍ ແລະ ຊື່ລາຕິນ Ceropegia longicaudata Phonep. & Rodda, ເຊິ່ງຄຳວ່າ “longicaudata” ໝາຍຄວາມວ່າແສກຂອງກີບດອກຍາວ.

ອີກຊະນິດໜຶ່ງເປັນຊະນິດທີ່ພົບຄັ້ງທຳອິດໃນລາວ ເຊິ່ງແຕ່ກ່ອນແມ່ນຄົ້ນພົບຢູ່ປະເທດໄທພຽງປະເທດດຽວ, ມີຊື່ລາຕິນ: Ceropegia cochleata Kidyoo, ເຊິ່ງທັງສອງຊະນິດພົບໃນເຂດພະລານຫີນ ບ່ອນໂລ່ງແຈ້ງ. ເປັນພືດຂະໜາດນ້ອຍ ເຊິ່ງມີຫົວ ຫຼື ເຫງົ້າໃຕ້ດິນ ເພື່ອສະສົມນ້ຳ ແລະ ທາດອາຫານ ເພື່ອເອົາຊິວິດລອດໃນຍາມລະດູແລ້ງ ແລະ ຈະງອກງາມ ເພື່ອເກີດດອກ-ໝາກໃນລະດູຝົນ. ໃນອະນາຄົດອາດຈະມີບົດວິໄຈກ່ຽວກັບການຄົ້ນຄວ້າເພື່ອການນຳໃຊ້ແບບຍືນຍົງຂອງພືດຕະກູນນີ້.

ຂອບໃຈຂໍ້ມູນຈາກ: