ກ້ອງເວັບແຄມ FHD AVerMedia PW315 ສຳລັບການສະຕີມມິ່ງ


ກ້ອງເວັບແຄມກາຍເປັນພາກສ່ວນທີ່ສຳຄັນສຳລັບຫຼາຍວຽກງານ ບໍ່ວ່າຈະເປັນການປະຊຸມແບບອອນໄລນ໌ ຫຼື ການສະຕີມມິ່ງ ທີ່ກຳລັງໄດ້ຮັບຄວາມນິຍົມໃນປັດຈຸບັນ.

PW315 ກ້ອງເວັບແຄມແບບ FHD ທີ່ມີຄຸນະພາບສູງ ຈາກບໍລິສັດ AVerMedia Technology, Inc. ເຊິ່ງເປັນຜູ້ນຳທາງດ້ານສຽງ ແລະ ວີດີໂອ.

ກ້ອງເວັບແຄມ PW315 ໄດ້ຖືກອອກແບບມາຢ່າງລົງຕົວ ແລະ ເນັ້ນຄຸນະພາບໃນການຖ່າຍ ແລະ ບັນທຶກວີດີໂອ ໂດຍມີຄວາມລະອຽດເຖິງລະດັບ Full HD 60Fps ແລະ ມີມຸມມອງກວ້າງລະດັບ 95 ອົງສາ ໂດຍມີຮູຮັບແສງ F2.2 ແລະຍັງມີລະບົບເວັບແຄມແບບ Plug-and-Play ເຮັດໃຫ້ງ່າຍຕໍ່ການຕິດຕັ້ງໃນພື້ນທີ່ແຄບ ເໝາະກັບການຖ່າຍພາບຜູ້ຄົນໃນມຸມກວ້າງ.

ການນຳໃຊ້ກ້ອງເວັບແຄມຮຸ່ນ PW315 ແມ່ນເໝາະຢ່າງຍິ່ງສຳລັບຄົນທີ່ເປັນ ສະຕີມເມີ, ພະນັກງານຫ້ອງການ ຫຼື ຜູ້ທີ່ເປັນລະດັບຜູ້ບໍລິຫານທີ່ຕ້ອງປະຊຸມອອນໄລນ໌ເປັນປະຈຳ.

ອີກເລື່ອງໜຶ່ງທີ່ເປັນຂໍ້ດີຂອງກ້ອງເວັບແຄມຂອງ AVerMedia ທຸກຮຸ່ນສາມາດນຳໃຊ້ຮ່ວມກັບຊອບແວຫຼັກໆທີ່ນຳໃຊ້ໃນວຽກງານການປະຊຸມໄດ້ຢ່າງດີເຊັ່ນ: Zoom, Skype, Microsoft Teams ແລະ Google Hangout, ນອກຈາກນີ້ຍັງໃຊ້ຮ່ວມກັບຊອບແວສະເພາະທີ່ຫຼິ້ນກັບເອັບເຟັກ ແລະ ຟິລເຕີ້ທີ່ CamEngine, ພ້ອມກັບຄວາມສາມາດໃນການໝຸນອ້ອມຮອບ 360 ອົງສາ ໂດຍມີການຍຶດດ້ວຍນັອດຢ່າງດີ.

ສິ່ງທີ່ພິເສດອີກຢ່າງກໍຄືລະບົບຕິດຕາມການເຄື່ອນໄຫວດ້ວຍ AI ລວມໄປເຖິງການເຄື່ອນເໜັງ ແລະ ການຊູມແບບອີເລັກໂທຣນິກ (ePTZ).

ໂດຍລວມແລ້ວກ້ອງ AVerMedia PW315 ເປັນກ້ອງທີ່ສາມາດຍົກລະດັບການສະຕີມ ແລະ ການຈັດການປະຊຸມອອນໄລນ໌ ໃຫ້ເປັນເລື່ອງທີ່ດີຂຶ້ນ.

ຂໍຂອບໃຈຂໍ້ມູນຈາກ: