ຮ່ອງກົງປະກາດແບນກະດານເທຣດ Crypto ທີ່ບໍ່ໄດ້ຮັບອະນຸຍາດທັງໝົດຢ່າງເປັນທາງການ!


ໃນປັດຈຸບັນ, ຮ່ອງກົງໄດ້ຫັນມາໃສ່ໃຈຢ່າງຈິງຈັງໃນອຸດສາຫະກໍາ crypto ຫຼາຍກວ່າເກົ່າ ເຊິ່ງນີ້ເກີດຂຶ້ນຫຼັງຈາກຄະນະກໍາມະການຫຼັກຊັບ ແລະ ສັນຍາຊື້ຂາຍລ່ວງໜ້າຂອງຮ່ອງກົງ (SFC) ໄດ້ສັ່ງໃຫ້ຢຸດເຊົາກັບກະດານເທຣດທັງໝົດທີ່ບໍ່ໄດ້ຍື່ນຄໍາຮ້ອງຂໍໃບອະນຸຍາດ.

ໂດຍການເຄື່ອນໄຫວດັ່ງກ່າວໄດ້ຖືກດໍາເນີນເພື່ອຫຼຸດຜ່ອນການເປີດເຜີຍຂອງນັກລົງທຶນທີ່ອາດຈະສົ່ງໃຫ້ເກີດການສໍ້ໂກງ. ກ່ອນໜ້ານີ້ ທາງໜ່ວຍງານຄຸ້ມຄອງດູແລໄດ້ອອກມາໃຫ້ຄຳຂາດວ່າ ກະດານເທຣດ crypto ທີ່ໃຫ້ບໍລິການພາຍໃນປະເທດທັງໝົດຈຳເປັນຕ້ອງຍື່ນຄໍາຮ້ອງຂໍໃບອະນຸຍາດພາຍໃນວັນທີ 29 ກຸມພາ ຫຼື ປິດໃຫ້ບໍລິການພາຍໃນວັນທີ 31 ພຶດສະພານີ້

ເຊິ່ງໃນເວລານັ້ນ ຫຼາຍກວ່າ 22 ກະດານເທຣດ crypto ໄດ້ເຂົ້າມາຂໍເອົາໃບອະນຸຍາດເພື່ອຮັກສາສະຖານະພາບຂອງຕົນ. ຢ່າງໃດກໍຕາມ ກະດານເທຣດບາງສ່ວນໄດ້ຕັດສິນໃຈທີ່ຈະຖອນໃບສະໝັກຂອງພວກເຂົາກ່ອນກໍານົດເວລາ.

ໃນຂະນະດຽວກັນ, ການເທຣດທີ່ເຫຼືອທັງ 6 ແຫ່ງລວມທັງ OKX ແລະ Huobi HK ໄດ້ຖອນຕົວອອກຈາກຕະຫຼາດຮ່ອງກົງໃນເດືອນພຶດສະພາ. ເຖິງແມ່ນວ່າກະດານເທຣດສ່ວນໃຫຍ່ຈະບໍ່ໄດ້ໃຫ້ເຫດຜົນສໍາລັບການຖອນຕົວ, ແຕ່ Gate.HK ໄດ້ເປີດເຜີຍວ່າ “ພວກເຂົາກໍາລັງດຳເນີນການປັບປຸງຄັ້ງໃຫຍ່, ພວກ​ເຮົາ​ມີ​ແຜນ​ທີ່ຈະດຳເນີນທຸລະກິດ​ຢູ່​ຮ່ອງ​ກົງອີກຄັ້ງ​ໃນ​ອະ​ນາ​ຄົດ ແລະ ຈະສະໜັບສະໜູນລະບົບນິເວດສິນຊັບ virtual ຫຼັງຈາກໄດ້ຮັບໃບອະນຸຍາດທີ່ກ່ຽວຂ້ອງ”

ຢ່າງໃດກໍຕາມ, ກະດານເທຣດທີ່ຍື່ນໃບສະໝັກ 18 ແຫ່ງທີ່ໄດ້ຮັບການອະນຸມັດຈະປະກາດພາຍໃນວັນທີ 1 ເດືອນມິຖຸນາ. ອີງຕາມຂໍ້ມູນຈາກ SFC , ໂດຍທາງໜ່ວຍງານໄດ້ເນັ້ນໜັກໃຫ້ນັກລົງທຶນກວດສອບລາຍຊື່ກະດານເທຣດທີ່ໄດ້ຮັບການອະນຸມັດຢ່າງເປັນທາງການ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ກ່ຽວຂ້ອງກັບການຊື້ຂາຍ cryptocurrency.

ທີ່ມາ:

cointelegraph

cointelegraph2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/