ອະນາຄົດສົດໃສ! ເກືອບ 60% ຂອງສະຖາບັນການເງິນໃນອາຊີ ກຽມທີ່ຈະລົງທຶນໃນ Crypto ໂດຍມຸ່ງເປົ້າໄປທີ່ tokenize, ອະສັງຫາລິມະຊັບ ແລະ ກອງທຶນ


ອີງຕາມຜົນການສໍາຫຼວດຫຼ້າສຸດຂອງ SBI Digital Assets Holdings, ບໍລິສັດຍ່ອຍຂອງ SBI Holdings ຜູ້ຈັດການກອງທຶນລາຍໃຫຍ່ຂອງຍີ່ປຸ່ນ ພົບວ່າເກືອບ 60% ຂອງນັກລົງທຶນສະຖາບັນໃນອາຊີໄດ້ລົງທຶນໃນສິນຊັບດິຈິຕອນພາຍໃນໄລຍະ 1 ປີທີ່ຜ່ານມາ.

ໂດຍໃນບົດລາຍງານຍັງເປີດເຜີຍຂໍ້ມູນທີ່ສໍາຄັນອື່ນໆດັ່ງນີ້:

  • Crypto ໄດ້ຮັບຄວາມສົນໃຈເພິ່ມຂຶ້ນ: ເກືອບ 40% ຂອງນັກລົງທຶນສະຖາບັນວາງແຜນທີ່ຈະລົງທຶນໃນສິນຊັບດິຈິຕອນໃນປີ 2024, ແລະອີກ 25% ວາງແຜນທີ່ຈະເພີ່ມການລົງທຶນຂອງພວກເຂົາຢ່າງມີໄນຍະສຳຄັນ.
  • ຄວາມຫຼາກຫຼາຍຂອງສິນຊັບ: 67% ຂອງນັກລົງທຶນທີ່ກໍາລັງສຶກສາກ່ຽວກັບສິນຊັບດິຈິຕອນຢູ່ມີຄວາມສົນໃຈໃນ Crypto ແລະ ອີກ 33% ມີຄວາມສົນໃຈໃນ ໃນ CBDC ຫຼື ສະກຸນເງິນດິຈິຕອນຂອງທະນາຄານກາງ. ໃນຂະນະດຽວກັນ, ກຸ່ມຂອງ Tokeniziation real-world assets ກໍເປັນກຸ່ມທີ່ໄດ້ຮັບຄວາມສົນໃຈເຊັ່ນດຽວກັນ, ໂດຍເກືອບ 62% ຂອງສະຖາບັນການເງິນກ່າວວ່າ ລູກຄ້າຂອງພວກເຂົາຕ້ອງການທີ່ຈະລົງທຶນໃນຊັບສິນດິຈິຕອນດັ່ງກ່າວ.
  • ປະເພດສິນຊັບທີ່ເໝາະສົມສໍາລັບການ tokenize: ອະສັງຫາລິມະຊັບ, ກອງທຶນ, ໂຄງສ້າງພື້ນຖານທາງດ້ານກະຍະພາບ, ພັນທະບັດ ແລະ ຂອງສະສົມ.
  • ຂໍ້ໄດ້ປຽບຂອງ Tokenization: ບົດບາດຂອງຕົວກາງຫຼຸດລົງ, ການຊຳລະເງິນທີ່ໄວຂຶ້ນ, ຄ່າໃຊ້ຈ່າຍທີ່ຕໍ່າລົງ, ຄວາມໂປ່ງໃສຫຼາຍຂຶ້ນ ແລະ ສະພາບຄ່ອງເພີ່ມຂຶ້ນ
  • ອຸປະສັກຕໍ່ການຮັບຮອງເອົາ: ນັກລົງທຶນ 60% ກັງວົນກ່ຽວກັບລະບົບນິເວດທີ່ບໍ່ສະໜັບສະໜູນການເຮັດທຸລະກໍາແບບຄົບວົງຈອນ, 20% ມີຄວາມກັງວົນກ່ຽວກັບໄພຄຸກຄາມທາງອິນເຕີເນັດ ແລະ 18% ມີຄວາມກັງວົນກ່ຽວກັບກົດລະບຽບທີ່ບໍ່ຊັດເຈນ.

ໂດຍລວມ, ບົດລາຍງານນີ້ຊີ້ໃຫ້ເຫັນວ່າ ສິນຊັບດິຈິຕອນກຳລັງກາຍເປັນທີ່ຍອມຮັບຫຼາຍຂຶ້ນໃນບັນດານັກລົງທຶນສະຖາບັນ. ເຖິງແມ່ນວ່າມີອຸປະສັກບາງປະການ ແຕ່ມີແນວໂນ້ມ ຄວາມຕ້ອງການສິນຊັບດິຈິຕອນທີ່ຈະສືບຕໍ່ເພີ່ມຂຶ້ນໃນອະນາຄົດອັນໃກ້ນີ້.

ທີ່ມາ:

en.bitcoinsistemi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/