ສໍານັກງານປົກປ້ອງເງິນຝາກ ເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ

ສໍານັກງານປົກປ້ອງເງິນຝາກ

ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເນື້ອໃນຂອງດໍາລັດ ຂອງລັດຖະບານວ່າດ້ວຍການປົກປ້ອງເງິນຝາກ ສະບັບເລກທີ 329/ລບ, ລົງວັນທີ 25 ຕຸລາ 2017 ໂດຍສະເພາະການປົກປ້ອງເງິນຝາກ, ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ຝາກເງິນທີ່ຝາກໄວ້ກັບສະມາຊິກຂອງສຳນັກງານປົກປ້ອງເງິນຝາກ; ໃນວັນທີ 21 ກຸມພາ 2023 ກໍາມາທິການກົດໝາຍ ຮ່ວມກັບສໍານັກງານປົກປ້ອງເງິນຝາກ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ຢູ່ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກຳມາທິການກົດໝາຍ, ເຂົ້າຮ່ວມມີປະທານ-ຮອງປະທານກຳມາທິການສະພາແຫ່ງຊາດ, ຮອງເລຂາທິການສະພາແຫ່ງຊາດ, ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ສັງກັດກໍາມາທິການກົດໝາຍ ທີ່ປະຈໍາຢູ່ສູນກາງ, ຄະນະກົມ ແລະ ຄະນະພະແນກ ພ້ອມດ້ວຍ ພະນັກງານ-ວິຊາການ ພາຍໃນສະພາແຫ່ງຊາດ.

ກອງປະຊຸມ ໄດ້ຮັບຟັງຜູ້ຕາງໜ້າຈາກສໍານັກງານປົກປ້ອງເງິນຝາກ ສະເໜີສະພາບລວມຂອງສໍານັກງານປົກປ້ອງເງິນຝາກ ພ້ອມທັງເຜີຍແຜ່ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ສະບັບເລກທີ 329/ລບ, ລົງວັນທີ 25 ຕຸລາ 2017; ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນ ແລະ ຖາມ-ຕອບ ໃນບັນຫາທີ່ຕົນສົນໃຈ.

ສໍານັກງານປົກປ້ອງເງິນຝາກ

ໂອກາດດັ່ງກ່າວ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນກ່າວປິດກອງປະຊຸມວ່າ: ຜ່ານການຮັບຟັງການເຜີຍແຜ່ດໍາລັດວ່າດ້ວຍ ການປົກປ້ອງເງິນຝາກໃນຄັ້ງນີ້ ເຫັນວ່າຄະນະຮັບຜິດຊອບໄດ້ເອົາໃຈໃສ່ໃນການນໍາສະເໜີເນື້ອໃນຂອງດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໄດ້ຢ່າງຈະແຈ້ງສົມຄວນ; ບັນດາທ່ານຜູ້ເຂົ້າຮ່ວມ ກໍໄດ້ເອົາໃຈໃສ່ຮັບຟັງ ພ້ອມທັງໄດ້ຕັ້ງຄໍາຖາມເຈາະຈິ້ມ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ສໍາຄັນ ເຊິ່ງໄດ້ເປັນຂີດໝາຍທີ່ດີ ແລະ ເປັນປະໂຫຍດຢ່າງຫຼວງຫຼາຍ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ນໍາເອົາຂໍ້ມູນ ແລະ ບົດຮຽນທີ່ດີນີ້ໄປເຜີຍແຜ່ຕໍ່, ສໍາລັບເບື້ອງສໍານັກງານປົກປ້ອງເງິນຝາກ ກໍໄດ້ຮັບຄໍາຄິດເຫັນທີ່ດີຈາກຜູ້ເຂົ້າຮ່ວມ ເພື່ອນໍາໄປເປັນພື້ນຖານໃນການພັດທະນາວຽກງານຂອງຕົນໃນອະນາຄົດ; ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາຜູ້ເຂົ້າຮ່ວມ ຈະມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບດໍາລັດວ່າດ້ວຍການປົກປ້ອງເງິນຝາກ ກໍຄືວຽກງານການປົກປ້ອງເງິນຝາກ ໃນລະດັບທີ່ດີພໍສົມຄວນ ແລະ ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງເປັນເຈົ້າການໃນການສຶກສາດໍາລັດດັ່ງກ່າວ ດ້ວຍຕົນເອງຕື່ມ.

ສໍານັກງານປົກປ້ອງເງິນຝາກ

ສໍານັກງານປົກປ້ອງເງິນຝາກ ຫຼື ກອງທຶນປົກປ້ອງຜູ້ຝາກເງິນ (ຊື່ເກົ່າ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ກັນຍາ 1999 ເຊິ່ງໃນເມື່ອກ່ອນ ໄດ້ເຄື່ອນໄຫວພາຍໃຕ້ກົດລະບຽບວ່າດ້ວຍກອງທຶນປົກປ້ອງຜູ້ຝາກເງິນ ທີ່ອອກໂດຍທະນາຄານ ແຫ່ງ ສປປ ລາວ, ຈົນມາຮອດທ້າຍເດືອນຕຸລາ ປີ 2017 ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ຈຶ່ງຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ແລະ ປ່ຽນແທນ ກົດລະບຽບວ່າດ້ວຍກອງທຶນປົກປ້ອງຜູ້ຝາກເງິນ. ພາຍຫຼັງດໍາລັດສະບັບດັ່ງກ່າວຖືກຮັບຮອງ ແລະ ປະກາດໃຊ້ ສໍານັກງານປົກປ້ອງເງິນຝາກ ກໍໄດ້ເລັ່ງຄົ້ນຄວ້າສ້າງບັນດານິຕິກໍາລຸ່ມດໍາລັດວ່າດ້ວຍການປົກປ້ອງເງິນ ເພື່ອຜັນຂະຫຍາຍບາງມາດຕາຂອງ ດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໄປຄຽງຄູ່ກັບການກະກຽມເຜີຍແຜ່ດໍາລັດດັ່ງກ່າວ ໃຫ້ສັງຄົມຮັບຊາບກັນຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານປົກປ້ອງເງິນຝາກ ກໍຄືພາລະບົດບາດ-ໜ້າທີ່ຂອງສໍານັກງານປົກປ້ອງເງິນຝາກ ໃນການເຮັດໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຝາກເງິນ ໃນເວລາທີ່ສະຖາບັນການເງິນໃດໜຶ່ງ ທີ່ເປັນສະມາຊິກຫາກຕົກໃນສະພາວະລົ້ມລະລາຍ (ໝາຍຄວາມວ່າສໍານັກງານປົກປ້ອງເງິນຝາກ ຈະຈ່າຍຄືນເງິນຝາກ ໃຫ້ແກ່ຜູ້ຝາກເງິນ ທີ່ຝາກເງິນໄວ້ນໍາທະນາຄານທຸລະກິດ ຫຼື ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ທີ່ເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ ໃນວົງເງິນປົກປ້ອງທີ່ກໍານົດໄວ້ຕາມລະບຽບການ); ມາຮອດປັດຈຸບັນ ສໍານັກງານປົກປ້ອງເງິນຝາກ ໄດ້ຮັບການສ້າງຕັ້ງມາເປັນໄລຍະເວລາເກືອບ 23 ປີ ໃນການປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເງິນຂອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ກັບລະບົບທະນາຄານ ຢູ່ໃນ ສປປ ລາວ.

ສໍານັກງານປົກປ້ອງເງິນຝາກ

ຂອບໃຈຂໍ້ມູນຈາກ: https://bit.ly/41coeuG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/