ຈະເລີກແລ້ວເມືອເທາະ! ບໍລິສັດໃນອິນເດຍ ອອກແຈ້ງເຕືອນໃນໜ້າຈໍຄອມ ບອກໃຫ້ພະນັກງານເມືອ ບໍ່ຕ້ອງເຮັດວຽກກາຍເວລາ

ຈະເລີກແລ້ວເມືອເທາະ

ເຊື່ອວ່າໂມງທີ່ໃກ້ໆຈະເລີກວຽກ ຄົງຈະເປັນໄລຍະເວລາທີ່ພະນັກງານຫຼາຍຄົນທີ່ເຮັດວຽກຫ້ອງການຄົງຈະລໍຖ້າຢູ່ ແລະ ຖ້າວ່າຮອດໂມງເລີກວຽກແລ້ວ ແຕ່ຍັງມີວຽກຕ້ອງໄດ້ເຮັດຕ້ອງໄດ້ຢູ່ຫ້ອງການຢູ່ ມື້ນັ້ນກໍຄົງເມື່ອຍໃຈບໍ່ໜ້ອຍ. ແຕ່ບັນຫາເຫຼົ່ານີ້ ຈະບໍ່ເກີດກັບ ບໍລິສັດເທັກໂນໂລຢີແຫ່ງໜຶ່ງໃນອິນເດຍ ເພາະທາງບໍລິສັດ ໄດ້ເຮັດແຈ້ງເຕືອນໃນໜ້າຈໍຄອມ ບອກໃຫ້ພະນັກງານມ້ຽນເຄື່ອງກຽມຕົວເມືອເຮືອນ ຈັກໜ້ອຍຊິເລີກວຽກແລ້ວ.

ໂດຍບໍລິສັດດັ່ງກ່າວ ຊື່ວ່າ SoftGrid Computers ເຊິ່ງເປັນບໍລິສັດ ສະຕາດອັບ ດ້ານເທັກໂນໂລຢີແຫ່ງໜຶ່ງໃນປະເທດອິນເດຍ ທີ່ຄິດຄົ້ນວິທີສຸດແປກທີ່ຈະບັງຄັບໃຫ້ພະນັກງານເລີກວຽກ ເມືອເຮືອນກົງເວລາ ເພື່ອຮັກສາສົມດຸນລະຫວ່າງການເຮັດວຽກ ແລະ ການໃຊ້ຊີວິດ ໂດຍຕິດແຈ້ງເຕືອນໃຫ້ເດັ້ງຂຶ້ນມາໃນໜ້າຈໍຄອມຂອງພະນັກງານແຕ່ລະຄົນ.

ຈະເລີກແລ້ວເມືອເທາະ

ເຊິ່ງຂໍ້ຄວາມທີ່ເດັ້ງຂຶ້ນມາໃນໜ້າຈໍຂອງຄອມພິວເຕີ ພະນັກງານແຕ່ລະຄົນນັ້ນ ແປເປັນລາວໄດ້ໃຈຄວາມປະມານວ່າ: “ຄຳເຕືອນ! ເວລາເຮັດວຽກຂອງທ່ານໝົດແລ້ວ ລະບົບຕ່າງໆຂອງຫ້ອງການຈະປິດຕົວລົງໃນອີກ 10 ນາທີ. ກະລຸນາເມືອເຮືອນ”.

ຊາວີຕາ ຊູຄລາ (Shweta Shukla) ໜຶ່ງໃນຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ SoftGrid Computers ກ່າວວ່າ: “​ການອອກແຈ້ງເຕືອນດັ່ງກ່າວ ເປັນໜຶ່ງໃນຄວາມພະຍາຍາມຂອງບໍລິສັດ ທີ່ຈະຊ່ວຍຮັກສາສົມດຸນຊີວິດການເຮັດວຽກ ແລະ ນອກເວລາວຽກຂອງພະນັກງານ. ການແຜ່ລະບາດຂອງໂຄວິດ 19 ເຮັດໃຫ້ເຮົາເສຍສົມດຸນໃນການເຮັດວຽກ ຫຼາຍຄົນເຮັດວຽກຫຼາຍຊົ່ວໂມງຂຶ້ນ ແລະ ຂ້ອຍເອງກໍບໍ່ມີເວລາໃຫ້ກັບລູກໆເລີຍ”

ຈະເລີກແລ້ວເມືອເທາະ

ໂດຍລະບົບດັ່ງກ່າວຈະເດັ້ງຂຶ້ນມາແຈ້ງພະນັກງານກ່ອນ ແລ້ວ 10 ນາທີຕໍ່ມາ ລະບົບທຸກຢ່າງຈຶ່ງຈະເຮັດການປິດຕົວລົງ ເຊິ່ງລະບົບໄດ້ຕິດຕັ້ງໃສ່ລະບົບຂອງພະນັກງານຕັ້ງແຕ່ 6 ເດືອນກ່ອນ ແລະ ໃນໄລຍະທຳອິດ ພະນັກງານຫຼາຍຄົນຍັງຄິດວ່າ ເປັນການຢອກກັນ.

ຈະເລີກແລ້ວເມືອເທາະ

ເລື່ອງນີ້ສະແດງໃຫ້ເຮົາເຫັນວ່າໃນໂລກປັດຈຸບັນ ການຮັກສາສົມດຸນໃນການເຮັດວຽກ ແລະ ການໃຊ້ຊີວິດ ນັ້ນກຳລັງໄດ້ຮັບຄວາມສຳຄັນຂຶ້ນເລື້ອຍໆ ເຊິ່ງຂໍ້ມູນຈາກ ອົງການ ອະນາໄມໂລກ ລະບຸວ່າ ການເຮັດວຽກ 55 ຊົ່ວໂມງຕໍ່ອາທິດ ຂຶ້ນໄປ ມີຄວາມສ່ຽງຕໍ່ການເກີດໂຣກ ຫຼອດເລືອດສະໝອງ ສູງຂຶ້ນເຖິງ 35% ແລະ ມີຄວາມສ່ຽງສູງຂຶ້ນ 17% ໃນການເປັນໂຣກຫົວໃຈ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/