ສິງກະໂປ ກຳລັງຕໍ່ສູ້ກັບໄພເງິນເຟີ້ ສິນຄ້າແພງ ຈຶ່ງມອບເງິນອຸດໜູນໃຫ້ແຕ່ລະຄົວເຮືອນ

ສິງກະໂປ-ກຳລັງຕໍ່ສູ້ກັບໄພເງິນເຟີ້

ສິງກະໂປ ເປັນອີກປະເທດໜຶ່ງທີ່ພັດທະນາໃນຫຼາຍໆດ້ານ ແຕ່ກໍປາສະຈາກບໍ່ໄດ້ວ່າເສດຖະກິດຈະສູງຕາມຄາດ ອາດຈະມີຕ່ຳ, ປານກາງ ແລະ ສູງ ປະປົນກັນໄປ. ລັດຖະມົນຕີກະຊວງການຄັງໄດ້ເປີດເຜີຍວ່າ ສິງກະໂປອາດມີການຂາດດຸນງົບປະມານລົງເລັກໜ້ອຍ ຫຼື 0,3% ຂອງ GDP ໃນປີ 2021 ເຊິ່ງກ່ອນໜ້ານີ້ຄາດວ່າການຂາດດຸນແມ່ນ 3 ພັນລ້ານໂດລາສິງກະໂປ.

ຮອງນາຍົກລັດຖະມົນຕີກໍໄດ້ສະແດງຄຳຄິດເຫັນວ່າ ລັດຖະບານແມ່ນມີລາຍໄດ້ສູງກວ່າປີທີ່ຜ່ານມາ ແລະ ຄາດວ່າການຂາດດຸນງົບປະມານໃນປີ 2023 ຈະຕ່ຳລົງພຽງເລັກໜ້ອຍເຫຼືອພຽງ 0,4 ພັນລ້ານໂດລາສິງກະໂປ ຫຼື ປະມານ 0,1% ຂອງ GDP ແລະ ຍັງກ່າວອີກວ່າ ສິງກະໂປຈະບໍ່ນຳທຶນສຳຮອງໃນອະດີດມາໃຊ້ປີນີ້ ແລະ ສິງກະໂປ ຫວັງວ່າຈະສາມາດລົດການຂາດທຶນງົບປະມານປີ 2023 ໄດ້ຜ່ານການຈັດເກັບພາສີ.

ສິງກະໂປ-ກຳລັງຕໍ່ສູ້ກັບໄພເງິນເຟີ້

ນອກຈາກນີ້ ສິງກະໂປຍັງຕ້ອງໄດ້ຕໍ່ສູ້ກັບແຮງກົດດັນຂອງເງິນເຟີ້ ໂດຍທະນາຄານກາງສິງກະໂປໄດ້ໃຊ້ນະໂຍບາຍການເງິນຫົດຕົວເຖິງ 5 ຄັ້ງ ນັບຕັ້ງແຕ່ເດືອນຕຸລາ 2020 ທີ່ຜ່ານມາ. ບໍ່ພຽງເທົ່ານີ້ ລັດຖະບານສິງກະໂປສາມາດກ້າວຜ່ານຄ່າຄອງຊີບ ທີ່ເພີ່ມສູງຂຶ້ນ ແລະ ການປັບຂຶ້ນພາສີສິນຄ້າ ແລະ ການບໍລິການໄດ້ ແລະ ຈະໃຫ້ການສະໜັບສະໜູນ ພາກຄົວເຮືອນເພີ່ມ 3 ພັນລ້ານໂດລາສິງກະໂປ.

ໃນດ້ານທຸລະກິດ ກໍຊ່ວຍໃຫ້ກ້າວຜ່ານຄວາມທ້າທາຍທີ່ເກີດຂຶ້ນແບບກະທັນຫັນ ຈາດເງື່ອນໄຂດ້ານການເງິນທີ່ເຂັ້ມແຂງ ແລະ ລາຄາພະລັງງານທີ່ເພີ່ມສູງຂຶ້ນ. ໂດຍຈະໃຊ້ມາດຕະການຕ່າງໆ ລວມເຖິງໂຄງການຈັດຫາເງິນທຶນ ສຳລັບທຸລະກິດ ແລະ ເງິນອຸດໜູນ ດ້ານການອະນຸລັກພະລັງງານໄປຈົນເຖິງ 31 ມີນາ 2024 ແລະ ຈະໃຫ້ສິນເຊື່ອ ເພື່ອໃຊ້ເປັນເງິນທຶນໝູນວຽນສໍາລັບໂຄງການກໍ່ສ້າງໃນທ້ອງຖິ່ນອີກດ້ວຍ.

ສິງກະໂປ-ກຳລັງຕໍ່ສູ້ກັບໄພເງິນເຟີ້

ຂອບໃຈຂໍ້ມູນຈາກ:

https://bit.ly/3XGc8Hi

https://bit.ly/3XOHV93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/