ສາຍມັກຮ້ອງເພງມາທາງນີ້! Apple ເປີດຕົວ Apple Music Sing ຄາຣາໂອເກະສະບັບ Apple ພ້ອມໃຫ້ບໍລິການທົ່ວໂລກແລ້ວ

ສາຍມັກຮ້ອງເພງມາທາງນີ້-apple

Apple ເອີ້ນໄດ້ວ່າເປັນບໍລິສັດເທັກໂນໂລຢີລະດັບໂລກ ທີ່ມັກຈະປ່ອຍຟັງຊັ່ນ, ລູກຫຼິ້ນ ຫຼື ແອັບພລິເຄຊັ່ນໃໝ່ໆ ອອກມາໃຫ້ລູກຄ້າໄດ້ນຳໃຊ້ຢູ່ຕະຫຼອດເວລາ ແລະ ຫຼ້າສຸດນີ້ Apple ໄດ້ເປີດຕົວບໍລິການໃໝ່ທີ່ເຮັດໃຫ້ທ່ານສາມາດຮ້ອງເພງໃນຮູບແບບຄາຣາໂອເກະໄດ້ ໂດຍຕົວແອັບບໍລິການດັ່ງກ່າວມີຊື່ວ່າ Apple Music Sing ເຊິ່ງຕອນນີ້ກໍເປີດໃຫ້ບໍລິການທົ່ວໂລກແລ້ວ ແລະ ຍັງສາມາດໃຊ້ງານຮ່ວມກັບສະມາຊິກຂອງ Apple Music ທີ່ມີເພງໃຫ້ເລືອກຟັງກວ່າ 10 ລ້ານເພງ. ພ້ອມນັ້ນຍັງສາມາດໃຊ້ງານໄດ້ທັງໃນ iPhone, iPad ແລະ Apple TV 4K.

ສາຍມັກຮ້ອງເພງມາທາງນີ້-apple

ໂດຍ Apple Music Sing ແມ່ນປະກອບດ້ວຍຟັງຊັ່ນດັ່ງລຸ່ມນີ້:

ສາຍມັກຮ້ອງເພງມາທາງນີ້-apple
  • ສາມາດປັບສຽງຮ້ອງ: ຕອນນີ້ຜູ້ໃຊ້ງານສາມາດຄວບຄຸມການປັບລະດັບສຽງຮ້ອງຂອງເພງໄດ້ ໂດຍພວກເຂົາສາມາດຮ້ອງໄປພ້ອມກັບສຽງຮ້ອງຂອງສິລະປິນ, ເປັນຄົນຮ້ອງນໍາເອງ ຫຼື ຈະຮ້ອງລວມກັບເພງອີກຫຼາຍລ້ານເພງໃນແຄັດຕາລັອກຂອງ Apple Music ກໍໄດ້.
  • ຮ້ອງແບບ Real Time: ໂດຍຜູ້ໃຊ້ສາມາດຮ້ອງຕາມເພງທີ່ມັກໄປກັບເນື້ອຮ້ອງທີ່ເຕັ້ນໄປຕາມຈັງຫວະຂອງສຽງເພງ.
  • ມຸມມອງການຮ້ອງຄູ່: ສາມາດຮ້ອງຮ່ວມກັນໄດ້ຫຼາຍຄົນ ໂດຍນັກຮ້ອງຫຼາຍຄົນຈະຢູ່ເທິງດ້ານກົງຂ້າມກັນຂອງໜ້າຈໍ ເພື່ອເຮັດໃຫ້ການຮ້ອງຄູ່ຫຼື ແທຣັກທີ່ມີນັກຮ້ອງຫຼາຍຄົນສາມາດຮ້ອງຕາມກັນໄດ້ງ່າຍ.

ທັງນີ້ Apple Music ຍັງຈະເປີດຕົວຊຸດເພລລິສເພງຄູ່ຫຼາຍກວ່າ 50 ຊຸດທີ່ຈະນຳສະເໜີເພງແນວ Epic, ເພງຄູ່, ເພງແນວຄໍຣັສ ແລະ ບົດເພງສັນລະເສີນ ເພື່ອດຶງດູດຄວາມສົນໃຈຈາກຜູ້ຄົນທົ່ວໂລກ ແລະເພື່ອເສີມປະສົບການ Apple Music Sing ໃຫ້ມ່ວນ, ມັນ, ເຕັມອີ່ມຍິ່ງຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/