Nick Carter ນັກຮ້ອງວົງ Backstreet Boys ຖືກກ່າວຫາວ່າໄດ້ລ່ວງລະເມີດທາງເພດ ເດັກຍິງ ອໍທິສຕິກ ອາຍຸ 17 ປີ ເມື່ອປີ 2001

Nick Carter

ນິກ ຄາເຕີ້ ນັກຮ້ອງຄົນດັງຈາກວົງ Backstreet Boys ຖືກກ່າວຫາວ່າໄດ້ລ່ວງລະເມີດທາງເພດ ເດັກຍິງອໍທິສຕິກ ອາຍຸ 17 ປີ ຢູ່ໃນລົດເມ ເມື່ອປີ 2001. ໃນຂະນະທີ່ ທະນາຍສ່ວນຕົວຂອງນັກຮ້ອງຂວັນໃຈໄວໜຸ່ມຍຸກ 90 ໄດ້ປະຕິເສດທຸກຂໍ້ກ່າວຫາ ພ້ອມບອກວ່າເປັນຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງຈັກໜ້ອຍເລີຍ.

ວັນທີ 8 ທັນວາ ທີ່ຜ່ານມາ ຊານນອນ ເຊ ຣູດ (Shannon ‘Shay’ Ruth) ແມ່ຍິງ ອາຍຸ 39 ປີ ທີ່ອ້າງວ່າຕົນເອງເປັນໂຣກ ອໍທິສຕິກ ແລະ ມີບັນຫາທາງສະໝອງ ໄດ້ອອກມາຖະແຫຼງຂ່າວພ້ອມນໍ້າຕາ ວ່າຕົນເອງນັ້ນຖືກນັກຮ້ອງວົງ Backstreet Boys ລ່ວງລະເມີດທາງເພດໃນລົດເມ ເມື່ອປີ 2001 ທີ່ຕອນນັ້ນຕົນເອງມີອາຍຸພຽງ 17 ປີ ຫຼັງງານຄອນເສີດຂອງວົງ ໃນ ວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອເດືອນ ກຸມພາ ປີ 2001.

Nick Carter

ມາກ ໂບສໂຄວິສ (Mark J. Boskovich) ທະນາຍຄວາມ ຊານນອນ ເຊ ຣູດ ໃຫ້ລະລາຍລະອຽດວ່າ: ຊານນອນ ເຊ ຣູດ ເດັກຍິງ ອາຍຸ 17 ປີ ໄດ້ເດີນທາງໄປເຂົ້າຮ່ວມງານຄອນເສີດຂອງວົງ Backstreet Boys ທີ່ ທາໂຄມາ ເມືອງຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອປີ 2001. ຫຼັງຈົບຄອນເສີດ ຊານນອນ ເຊ ໄດ້ໄປຢືນລໍຖ້າຂໍລາຍເຊັນໃນບໍລິເວນທີ່ກຳນົດໄວ້ ກ່ອນທີ່ຈະຖືກເຊື້ອເຊີນໃຫ້ຂຶ້ນໄປໃນລົດທົວ ຂອງທາງວົງ. ຫຼັງຈາກນັ້ນ ນິກ ຄາເຕີ້ ໄດ້ຊັກຊວນໃຫ້ນາງດື່ມນໍ້າສີແດງ ທີ່ຕອນນັ້ນ ນິກ ຄາເຕີ້ ເອີ້ນມັນວ່າ ນໍ້າໝາກໄມ້ ວີໄອພີ. ຫຼັງຈາກນັ້ນ ຄາເຕີ້ ໄດ້ພາ ຊານນອນ ເຊ ເຂົ້າໄປໃນຫ້ອງນໍ້າຂອງລົດເມ ແລ້ວບັງຄັບໃຫ້ ຊານນອນ ເຊ ມີເພດສຳພັນກັບຕົນເອງ.

ມາກ ເຈ ໂບສໂຄວິສ ລະບຸຕື່ມອີກວ່າ ຊານນອນ ເຊ ຣູດ ຍັງເປັນເດັກຍິງທີ່ບໍລິສຸດ ບໍ່ເຄີຍມີເພດສຳພັນມາກ່ອນ ແລະ ໄດ້ພະຍາຍາມຂັດຂືນຢ່າງສຸດແຮງ ແຕ່ກໍສູ້ແຮງຜູ້ຊາຍບໍ່ໄດ້. ມາກ ໂບສໂຄວິສ ແລະ ຊານນອນ ອ້າງວ່າ ຫຼັງຈາກນັ້ນ ນິກ ຄາເຕີ້ ໄດ້ຂົ່ມຂູ່ ວ່າ: “ຫ້າມເອົາເລື່ອງນີ້ໄປບອກໃຜ ເພາະຈະບໍ່ມີໃຜເຊື່ອເລື່ອງແບບນີ້ ແລະ ຖ້າເຈົ້າເວົ້າເລື່ອງນີ້ກັບຄົນອື່ນ ຂ້ອຍຈະເອົາເຈົ້າເຂົ້າຄຸກ ຂ້ອຍຢາກເຮັດຫຍັງກໍໄດ້ ເພາະຂ້ອຍ ແມ່ນ ນິກ ຄາເຕີ້”

Nick Carter

ຊານນອນ ເຊ ກ່າວພ້ອມນໍ້າຕາໃນງານຖະແຫຼງຂ່າວວ່າ: “ຕະຫຼອດ 21 ປີທີ່ຜ່ານມາ ຂ້ອຍຮູ້ສຶກເຈັບປວດ, ສັບສົນ ຂັບຂ້ອງໃຈ, ອັບອາຍ ແລະ ຢາກທຳຮ້າຍຕົນເອງ ຈາກເຫດການທີ່ ນິກ ຄາເຕີ້ ນັ້ນໄດ້ເຮັດກັບຂ້ອຍ ແລະ ເຖິງແມ່ນວ່າ ຂ້ອຍຈະເປັນໂຣກ ອໍທິສຕິກ ແລະ ມີບັນຫາທາງດ້ານສະໝອງ ຂ້ອຍກໍເຊື່ອວ່າ ບໍ່ມີຫຍັງທີ່ຈະເຮັດໃຫ້ຂ້ອຍເຈັບປວດ ແລະ ສົ່ງຜົນກະທົບ ຕໍ່ກັບຊີວິດຂ້ອຍ ໄດ້ຫຼາຍເທົ່າທີ່ ນິກ ຄາເຕີ້ ເຮັດກັບຂ້ອຍ ເມື່ອ 21 ປີກ່ອນໄດ້ເລີຍ”.

Nick Carter

ໃນຂະນະທີ່ ໄມເຄິລ ໂຮສ (Michael Holtz) ທະນາຍສ່ວນຕົວ ຂອງ ນິກ ຄາເຕີ້ ໄດ້ຖະແຫຼງກັບ Daily Mail ສຳນັກຂ່າວຊື່ດັງວ່າ ຂໍ້ກ່າວຫາທັງໝົດບໍ່ມີມູນຄວາມຈິງເລີຍ. ໂດຍໄມເຄິລ ໂຮສ ລະບຸວ່າ: “ຂໍ້ກ່າວຫາທີ່ອ້າງເຖິງເຫດການທີ່ເກີດຂຶ້ນເມື່ອ 20 ກວ່າປີກ່ອນ ບໍ່ພຽງແຕ່ໄຮ້ປະໂຫຍດທາງກົດໝາຍ ເທົ່ານັ້ນ ແຕ່ຄຳກ່າວອ້າງດັ່ງກ່າວ ຍັງບໍ່ແມ່ນຄວາມຈິງຈັກໜ້ອຍເລີຍ”.

ໄມເຄິລ ໂຮສ ລະບຸຕື່ມອີກວ່າ: “ໜ້າເສຍດາຍ ທີ່ຫຼາຍປີທີ່ຜ່ານມາ ລາວຖືກຊີ້ນຳໃຫ້ສ້າງຂໍ້ກ່າວຫາທີ່ບໍ່ເປັນຄວາມຈິງໃຫ້ກັບ ນິກ ຄາເຕີ້ ແລະ ຂໍ້ກ່າວຫາ ເຫຼົ່ານັ້ນ ກໍປ່ຽນໄປເລື້ອຍໆຕາມເວລາ”.

ໂດຍກ່ອນໜ້ານີ້ ນິກ ຄາເຕີ້ ກໍເຄີຍຖືກກ່າວຫາໃນກໍລະນີ ທີ່ຄ້າຍກັນແບບນີ້ ເມື່ອປີ 2017 ໂດຍໃນຕອນນັ້ນເປັນທາງຂອງ ເມລິສຊາ (Melissa) ນັກຮ້ອງສາວ ໃນຍຸກ 90 ກໍໄດ້ອອກມາຍື່ນຄຳຮ້ອງຕໍ່ຕຳຫຼວດ ວ່າ ນິກ ຄາເຕີ້ ໄດ້ລ່ວງລະເມີດທາງເພດ ເມື່ອປີ 2003 ເຊິ່ງແນ່ນອນ ຄາເຕີ້ ໄດ້ປະຕິເສດຂໍ້ກ່າວຫາດັ່ງກ່າວ. ກ່ອນທີ່ຕໍ່ມາໃນປີ 2018 ສານໃນ ລອສແອງເຈີລິສ ຈະຕັດສິນ ຍົກຟ້ອງຄະດີດັ່ງກ່າວ ເນື່ອງຈາກຄະດີໄດ້ໝົດອາຍຸຄວາມແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/