ສະພາວະ Burnout ທີ່ຫຼາຍຄົນອາດເບິ່ງຂ້າມ


ສະພາວະ Burnout ຫຼື ໝົດໄຟ ແມ່ນຄວາມຮູ້ສຶກອິດເມື່ອຍທາງສະພາບຈິດໃຈ ແລະ ຮ່າງກາຍ ທີ່ຈະດຶງເອົາຄວາມສຸກອອກຈາກການເຮັດວຽກ, ການພົວພັນໃນສັງຄົມ ແລະ ຄອບຄົວ. ເມື່ອຊຸມປີ 1970, ນັກຈິດຕະວິທະຍາ Herbert Freudenberger ໄດ້ອອກມາອະທິບາຍວ່າສະພາວະການ Burnout ນັ້ນ ແມ່ນອາການກົດດັນທີ່ນຳໄປສູ່ຄວາມອິດເມື່ອຍຢ່າງຮຸນແຮງບໍ່ວ່າຈະເປັນທາງຮ່າງກາຍ, ສະພາບຈິດໃຈ ແລະ ອາລົມຄວາມຮູ້ສຶກ.

ການໝົດໄຟແມ່ນການໄດ້ເຂົ້າເຖິງສະຖານະການທີ່ກົດດັນຢ່າງຕິດຕໍ່ກັນເຊັ່ນ: ຕ້ອງມາດູແລສະມາຊິກຄອບຄົວທີ່ເຈັບເປັນ, ເຮັດວຽກທີ່ກ່ຽວກັບການຊ່ວຍເຫຼືອຜູ້ຄົນ, ການເຮັດວຽກຫຼາຍຊົ່ວໂມງ ຫຼື ໄດ້ເຫັນຂ່າວທີ່ຫົດຫູ່ຈິດໃຈກໍສາມາດນຳໄປສູ່ສະພາວະກົດດັນໄດ້. ຜູ້ທີ່ໄດ້ຮັບຄວາມກົດດັນໃນລະດັບສູງເປັນເວລາຕິດຕໍ່ກັນກໍຈະໄດ້ປະສົບເຖິງສະພາວະ Burnout. ບາງຄົນທີ່ມີກຳມະພັນດ້ານລັກສະນະນິໄສ ຫຼື ການໃຊ້ຊີວິດ ກໍສາມາດມີສະພາວະໝົດໄຟໄດ້ເຊັ່ນກັນ. ເຊິ່ງມັນໜັກໜາກວ່າຄວາມຮູ້ສຶກອິດເມື່ອຍອ່ອນເພຍທົ່ວໄປ, ເນື່ອງຈາກຜູ້ທີ່ຢູ່ໃນສະພາວະດັ່ງກ່າວນັ້ນຈະຕ້ອງຈັດການກັບຄວາມກົດດັນໄປພ້ອມກັບໜ້າທີ່ຄວາມຮັບຜິດຊອບແຕ່ລະມື້ຂອງພວກເຂົາ.

ທຸກມື້ນີ້ບໍ່ວ່າຈະແມ່ນໃຜຕ່າງກໍມີວຽກງານ ແລະ ໜ້າທີ່ຮັບຜິດຊອບທີ່ຫຼວງຫຼາຍ. ໂດຍສະເພາະການທີ່ຕ້ອງມາປັບປ່ຽນເຂົ້າກັບສະຖານະການໃນປັດຈຸບັນ ທີ່ເປັນຜົນຈາກການລະບາດຂອງໂຄວິດແລ້ວ ມັນກໍມີຄວາມເປັນໄປໄດ້ທີ່ຫຼາຍຄົນຈະປະສົບກັບສະພາວະ Burnout ແຖມຍັງຫຍຸ້ງຍາກທີ່ຈະລະບຸໄດ້ອີກ. ແຕ່ຂັ້ນຕອນການເປັນນັ້ນຈະບໍ່ກາຍເປັນຄົນໝົດໄຟໃນຂ້າມຄືນ, ມັນຈະຄ່ອຍໆເພີ່ມຂຶ້ນມາຈາກທາງກາຍະພາບ, ອາລົມຄວາມຮູ້ສຶກ ແລະ ພຶດຕິກຳເຊັ່ນ:

  • ທາງກາຍະພາບ: ຮູ້ສຶກອິດເມື່ອຍຕະຫຼອດ, ປວກກ້າມຊີ້ນ, ເຈັບຫົວ, ເປັນໄຂ້ງ່າຍຂຶ້ນ, ການກິນນອນບໍ່ປົກກະຕິ.
  • ທາງຄວາມຮູ້ສຶກ: ຮູ້ສຶກໝົດຫວັງ, ເບິ່ງໂລກໃນແງ່ຮ້າຍ, ເລີ່ມຫງຸດຫງິດງ່າຍ, ມັກວິຈານດ້ານລົບໃນເວລາເຮັດວຽກ, ຮູ້ສຶກຕົນເອງຖືກຕັດຂາດອອກຈາກໂລກຄວາມເປັນຈິງ.
  • ທາງພຶດຕິກຳ: ເລີ່ມປ່ອຍປະລະເລີຍຕໍ່ໜ້າທີ່ຮັບຜິດຊອບ, ເລີ່ມແຍກຕົວອອກຈາກສັງຄົມ, ປ່ອຍອາລົມຫງຸດຫງິດໃສ່ຄົນອື່ນ, ເລີ່ມຂາດວຽກ, ມາຊ້າກັບໄວ.

ຖ້າພົບວ່າຕົນເອງເປັນຕາມທີ່ມີໃນນີ້ ແລ້ວປ່ອຍປະລະເລີຍມັນໄປ ກໍຈະນຳໄປສູ່ສະພາວະໝົດໄຟຢ່າງເຕັມທີ່. ຜູ້ທີ່ຢູ່ໃນສະພາວະໝົດໄຟນີ້ຈະມີຄວາມຮູ້ສຶກວ່າພວກເຂົາບໍ່ມີສິ່ງທີ່ຕ້ອງພະຍາຍາມຕໍ່ໄປ ພ້ອມທັງເລີ່ມມີທ່າທີເບິ່ງໂລກໃນແງ່ລົບ ແລະ ສິ້ນຫວັງ. ເຊິ່ງວ່າສະພາວະນີ້ຈະບໍ່ຫາຍໄປເອງ ແລະ ຖ້າບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງ ມັນກໍຈະລົດຄວາມມີປະສິດທິຜົນ ແລະ ດູດເອົາພະລັງງານອອກຈາກຕົວຄົນ; ສົ່ງຜົນເສຍຕໍ່ທຸກມຸມໃນການໃຊ້ຊີວິດທັງວຽກ, ສັງຄົມ, ຄອບຄົວ. ເມື່ອດົນໄປກໍຈະກະທົບຕໍ່ສຸຂະພາບຈິດ ແລະ ພຶດຕິກຳເຊັ່ນ: ການເປັນສະພາວະຊຶມເສົ້າ, ຄວາມເສົ້າ, ໃຈຮ້າຍຫງຸດຫງິດງ່າຍ, ນອນບໍ່ຫຼັບ, ການເສບຕິດຢາ ແລະ ແອລກໍຮໍ ຫຼື ໂຣກທາງກາຍະພາບເຊັ່ນ: ການອິດເມື່ອຍ, ພູມຕ້ານທານຕ່ຳ, ໂຣກຫົວໃຈ, ໂຣກເບົາຫວານ.

ຄວາມແຕກຕ່າງຂອງສະພາວະ Burnout ຈາກການກົດດັນແມ່ນ ເມື່ອຜູ້ທີ່ມີຄວາມຮູ້ສຶກຖືກກົດດັນນັ້ນຈະກ່ຽວຂ້ອງກັບການທີ່ຮ່າງກາຍ ແລະ ຈິດໃຈໄດ້ຮັບແຮງກົດດັນຫຼາຍ ແຕ່ວ່າພວກເຂົາກໍຍັງສາມາດຈິນຕະນາການວ່າຈະສາມາດຜ່ານມັນໄປໄດ້ ແລະ ຄວບຄຸມມັນໄດ້ພ້ອມກັບຈະຮູ້ສຶກດີຂຶ້ນ.

ສຳລັບຜູ້ທີ່ເຮັດວຽກນັ້ນ, ເພື່ອລະບຸວ່າຕົນເອງແມ່ນຢູ່ໃນສະພາວະກົດດັນ ຫຼື ໝົດໄຟ ອາດຈະສາມາດປຶກສາຫາລືບັນຫາທີ່ເຈາະຈົງກັບຫົວໜ້າ ເພື່ອທີ່ຈະຊອກຫາທາງແກ້ໄຂ ຫຼື ຫາທາງອອກໄປນຳກັນ ໂດຍການຕັ້ງເປົ້າໝາຍວ່າຈະຕ້ອງເຮັດສິ່ງໃດໃຫ້ໄດ້ແດ່ ແລະ ມີສິ່ງໃດທີ່ລໍຖ້າໄດ້.

ນອກຈາກນີ້ອາດແມ່ນການໄດ້ປຶກສາ ຫຼື ລະບາຍບັນຫາກັບເພື່ອນຮ່ວມງານ, ໝູ່ ຫຼື ຄົນຮັກ ທີ່ສະໜັບສະໜູນ ແລະ ຕ້ອງການມີສ່ວນຮ່ວມທີ່ຈະຊ່ວຍໃຫ້ເຮົາຈັດການກັບມັນໄດ້.

ການທົດລອງຫາກິດຈະກຳເພື່ອຊ່ວຍຜ່ອນຄາຍເຊັ່ນ: ອອກກຳລັງກາຍ ຫຼື ນັ່ງສະມາທິ ເພື່ອໃຫ້ຮ່າງກາຍໄດ້ຮັບການເຄື່ອນເໜັງເປັນປະຈຳ ຈະສາມາດຊ່ວຍໃຫ້ຈັດການກັບຄວາມກົດດັນໄດ້ດີຂຶ້ນ. ເຊິ່ງນັ້ນລວມໄປເຖິງການນອນພັກຜ່ອນພຽງພໍທີ່ຈະຊ່ວຍປົກປ້ອງສຸຂະພາບໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/