ໝູນວຽນມາຮອດອີກປີແລ້ວສຳລັບ “ວັນຄົນໂສດ” ຫຼື ວັນ 11.11 ຂອງປະເທດຈີນ ຖືວ່າເປັນອີກວັນໜຶ່ງທີ່ສຳຄັນຂອງໄວໜຸ່ມປະເທດຈີນເລີຍ. ຍ້ອນວ່າໃນວັນນີ້ ຈະມີກິດຈະກຳຫຼາກຫຼາຍໃຫ້ກັບຄົນໂສດໄດ້ຄຶກຄື້ນ ເຊັ່ນ: ການຊື້ເຄື່ອງ, ການລົດລາຄາສິນຄ້າ, ອາຫານ ແລະ ກິດຈະກຳອື່ນໆ.
![](https://laox.la/wp-content/uploads/2020/11/image-13-5.jpg)
ວັນຄົນໂສດເກີດຂຶ້ນໄດ້ແນວໃດ?
ເລີ່ມຕົ້ນຈາກກຸ່ມນັກສຶກສາ ປະມານປີ 1990 ເຊິ່ງຈັດໃນມະຫາວິທະຍາໄລແຫ່ງໜຶ່ງເທົ່ານັ້ນ ແຕ່ຍ້ອນມາຮອດປັດຈຸບັນສື່ອອນໄລນ໌ກວ້າງຂຶ້ນ ແລະ ມີຄວາມນິຍົມກັນຫຼາຍຂຶ້ນໃນທຸກໆປີ ເຮັດໃຫ້ຕອນນີ້ວັນດັ່ງກ່າວໄດ້ກາຍເປັນວັດທະນະທຳສະໄໝໃໝ່ໃນກຸ່ມໄວໜຸ່ມໄປແລ້ວ. ໃນປັດຈຸບັນ ບໍ່ສະເພາະແຕ່ໄວໜຸ່ມພາຍໃນປະເທດຈີນເທົ່ານັ້ນ ແຕ່ໄວໜຸ່ມບັນດາປະເທດອ້ອມຂ້າງ ແລະ ຫຼາຍປະເທດໃນໂລກ ກໍເລີ່ມໃຫ້ຄວາມສົນໃຈວັນດັ່ງກ່າວ ເລີ່ມມີການຈັດກິດຈະກຳຫຼາຍຢ່າງຂຶ້ນມາ.
ໄວໜຸ່ມປະເທດລາວເຮົາເອງກໍເລີ່ມມີຄວາມສົນໃຈວັນດັ່ງກ່າວ ລວມໄປເຖິງຫ້າງຮ້ານ, ເວັບໄຊ ແລະ ຮ້ານອອນໄລນ໌… ກໍມີກິດຈະກຳຕ່າງໆອອກມາໃນວັນທີ 11 ເດືອນ 11 ນີ້ ເພື່ອປັບໃຊ້ເຂົ້າໃນດ້ານທຸລະກິດອີກດ້ວຍ.
![](https://laox.la/wp-content/uploads/2020/11/image-13.png)
ຄວາມໝາຍຂອງວັນຄົນໂສດແມ່ນຫຍັງ?
ສຳລັບເທສະການວັນຄົນໂສດນີ້ ມີຊື່ເອີ້ນໃນພາສາຈີນວ່າ 光棍节 ຍ້ອນຄຳວ່າ 光棍 (Guānggùn) ນອກຈາກຈະແປວ່າ “ທ່ອນໄມ້” ແລ້ວ ຍັງໝາຍເຖິງ “ຄວາມໂສດ” ໄດ້ອີກ. ທີ່ເອີ້ນວັນທີ 11 ເປັນວັນຄົນໂສດ ກໍຍ້ອນເລກ 1 ສີ່ໂຕກໍຄືກັບທ່ອນໄມ້ສີ່ທ່ອນນັ້ນເອງ.
ຈຸດປະສົງຂອງການຈັດງານວັນຄົນໂສດນີ້ ກໍເພື່ອເປີດໂອກາດໃຫ້ຄົນບໍ່ມີຄູ່ ຄົນໂສດທັງຫຼາຍອອກມາສັງສັນ ຫຼື ນັດພົບກັບເພດກົງກັນຂ້າມເພື່ອຫາຄູ່ ໄດ້ທຳຄວາມຮູ້ຈັກກັນນັ້ນເອງ.
ນອກຈາກວັນທີ 11 ເດືອນ 11 ແລ້ວຍັງມີອີກ 3 ເທສະການຍ່ອຍອີກນັ້ນກໍຄື:
- ວັນທີ 1 ເດືອນ 1, ວັນທີ 11 ເດືອນ 1
- ວັນທີ 1 ເດືອນ 11 ຖືເປັນເທສະການກາງ
- ວັນທີ 11 ເດືອນ 11 ເປັນວັນເທສະການໃຫຍ່ ເພາະວ່າມີເລກຄີກເຖິງ 4 ໂຕ.
ເມື່ອປີໃດທີ່ເລກຂອງປີລົງທ້າຍດ້ວຍເລກ 11 ກໍຈະເອີ້ນໄດ້ວ່າເປັນ “ວັນຊຸບເປີ້ເທສະການຄົນໂສດ” ເລີຍ! ເຊັ່ນວັນທີ 11 ພະຈິກ ປີ 2011 ທີ່ຜ່ານມາກໍແມ່ນ ແລະ ຄັ້ງຕໍ່ໄປທີ່ຈະມີວັນຊຸບເປີ້ເທສະການຄົນໂສດນັ້ນແມ່ນອີກເກືອບ 100 ປີຕໍ່ໜ້າພຸ້ນ.
ຂອບໃຈຂໍ້ມູນຈາກ: