ພົບຊາກປາວານບູຮານຂະໜາດຍັກເທິງຜືນແຜ່ນດິນໃຫຍ່!


ພົບໂຄງກະດູກປາວານ ຂະໜາດໃຫຍ່ຢູ່ ຈັງຫວັດສະໝຸດສາຄອນ ປະເທດໄທ ເຊິ່ງທີມນັກບູຮານຄະດີສັນນິຖານວ່າ ເປັນຊາກວານບູຮານທີ່ອາດມີອາຍຸບໍ່ຕໍ່າກວ່າໝື່ນປີ. ວັນທີ 7 ພະຈິກ 2020 ທາງເຟສບຸກເພຈ ThaiWhales ໄດ້ລາຍງານວ່າ ໃນວັນທີ 6 ພະຈິກ ທີມງານໄດ້ຮັບແຈ້ງເຂົ້າມາໃນເພຈວ່າພົບໂຄງກະດູກຂອງປາວານຂະໜາດໃຫຍ່ ທີ່ ຕຳບົນອຳແພງ ອຳເພີບ້ານແກ້ວ ຈັງຫວັດສະໝຸດສາຄອນ.

ຕອນທຳອິດນັ້ນ ທີມງານໄດ້ຮວມຕົວກັນ ແລະ ຄົ້ນຂໍ້ມູນວ່າໄດ້ເຄີຍຝັງຊາກວານທີ່ເຄີຍມາເກີຍຕື້ນຕາຍ ຢູ່ແຖວນັ້ນບໍ່ ເພາະສະຖານທີ່ທີ່ພົບຫ່າງຈາກທະເລຫຼາຍ ປາກົດວ່າບໍ່ເຄີຍ ບໍ່ມີແນ່ນອນ.

ທາງທີມງານຮີບດ່ວນແຈ້ງໄປຍັງທີມສັດທະເລຫາຍາກ, ສູນວິໄຈຊັບພະຍາກອນທາງທະເລ ແລະ ຊາຍຝັ່ງອ່າວໄທຕອນເທິງຕາເວັນຕົກ ແລະ ຫຼັງຈາກແຕ່ລະພາກສ່ວນຮັບຊາບເລື່ອງກໍຮີບດ່ວນລົງໄປທັນທີ.

ໂຄງກະດູກວານທີ່ພົບນັ້ນ ເລິກລົງໄປຈາກໜ້າດິນປະມານ 6 ແມັດ ເປັນວານຂະໜາດໃຫຍ່ຍັງບໍ່ຮູ້ສາຍພັນ, ພົບສ່ວນກະດູກຫຼັງ 5 ອັນ ທີ່ມີຂະໜາດໃຫຍ່ກວ່າຊາກວານບຣູດາທີ່ເຄີຍພົບມາ.

ຈາກການສັງເກດພື້ນທີ່ທີ່ໃກ້ກັບແມ່ນ້ຳຈີນ ທີ່ພົບວ່າມີລັກສະນະເປັນເປືອກຫອຍທີ່ມຸ່ນທັບຖົມກັນຕາມທຳມະຊາດ ເຮັດໃຫ້ເກີດສັນນິຖານວ່າ ພື້ນທີ່ດັ່ງກ່າວເຄີຍເປັນທະເລມາກ່ອນ.

ນັກວິໄຈທຳມະຊາດ ກຳລັງຫາວິທີໃນການເກັບກູ້ໂຄງກະດູກທີ່ເໝາະສົມທີ່ສຸດ ລວມທັງຫາອາຍຸຂອງພື້ນທີ່ ແລະ ຄົ້ນຄວ້າຫາຄ່າອາຍຸຂອງກະດູກດ້ວຍວິທີທາງວິທະຍາສາດຕໍ່ໄປ.

ໂຄງກະດູກວານທີ່ເກົ່າແກ່ທີ່ສຸດທີ່ເຄີຍພົບໃນໄທ ແມ່ນໂຄງກະດູກຂອງວານຟິນ ທີ່ຈັງຫວັດຕຣາດ ຄົ້ນພົບລະຫວ່າງເຮັດຫົນທາງ, ໂຄງກະດູກນັ້ນບາງອັນກໍກາຍເປັນ Fossil ຫຼື ຫີນ ໄປແລ້ວ.

ຢ່າງໃດກໍຕາມ ການຄົ້ນພົບໂຄງກະດູກດັ່ງກ່າວ ເປັນເລື່ອງທີ່ສຳຄັນຫຼາຍທາງວິທະຍາສາດ ແລະ ບູຮານຄະດີ ເພາະມັນອາດຈະເປັນກະແຈໄຂເລື່ອງລາວຕ່າງໆທີ່ເກີດຂຶ້ນກັບການມີຢູ່ຂອງວານ ລວມໄປເຖິງກ່ຽວກັບທໍລະນີວິທະຍາ ຫຼື ການວິວັດທະນາການຂອງແຕ່ລະຍຸກ.

ຂອບໃຈຂໍ້ມູນຈາກ: https://www.facebook.com/thaiwhales/posts/4618622224877553