ວັນທີ 11 ເດືອນ 11 ວັນຄົນໂສດແຫ່ງຊາດ ປະເທດຈີນ.


ໝູນວຽນມາຮອດອີກປີແລ້ວສຳລັບ “ວັນຄົນໂສດ” ຫຼື ວັນ 11.11 ຂອງປະເທດຈີນ ຖືວ່າເປັນອີກວັນໜຶ່ງທີ່ສຳຄັນຂອງໄວໜຸ່ມປະເທດຈີນເລີຍ. ຍ້ອນວ່າໃນວັນນີ້ ຈະມີກິດຈະກຳຫຼາກຫຼາຍໃຫ້ກັບຄົນໂສດໄດ້ຄຶກຄື້ນ ເຊັ່ນ: ການຊື້ເຄື່ອງ, ການລົດລາຄາສິນຄ້າ, ອາຫານ ແລະ ກິດຈະກຳອື່ນໆ.

ວັນຄົນໂສດເກີດຂຶ້ນໄດ້ແນວໃດ?

ເລີ່ມຕົ້ນຈາກກຸ່ມນັກສຶກສາ ປະມານປີ 1990 ເຊິ່ງຈັດໃນມະຫາວິທະຍາໄລແຫ່ງໜຶ່ງເທົ່ານັ້ນ ແຕ່ຍ້ອນມາຮອດປັດຈຸບັນສື່ອອນໄລນ໌ກວ້າງຂຶ້ນ ແລະ ມີຄວາມນິຍົມກັນຫຼາຍຂຶ້ນໃນທຸກໆປີ ເຮັດໃຫ້ຕອນນີ້ວັນດັ່ງກ່າວໄດ້ກາຍເປັນວັດທະນະທຳສະໄໝໃໝ່ໃນກຸ່ມໄວໜຸ່ມໄປແລ້ວ. ໃນປັດຈຸບັນ ບໍ່ສະເພາະແຕ່ໄວໜຸ່ມພາຍໃນປະເທດຈີນເທົ່ານັ້ນ ແຕ່ໄວໜຸ່ມບັນດາປະເທດອ້ອມຂ້າງ ແລະ ຫຼາຍປະເທດໃນໂລກ ກໍເລີ່ມໃຫ້ຄວາມສົນໃຈວັນດັ່ງກ່າວ ເລີ່ມມີການຈັດກິດຈະກຳຫຼາຍຢ່າງຂຶ້ນມາ.

ໄວໜຸ່ມປະເທດລາວເຮົາເອງກໍເລີ່ມມີຄວາມສົນໃຈວັນດັ່ງກ່າວ ລວມໄປເຖິງຫ້າງຮ້ານ, ເວັບໄຊ ແລະ ຮ້ານອອນໄລນ໌… ກໍມີກິດຈະກຳຕ່າງໆອອກມາໃນວັນທີ 11 ເດືອນ 11 ນີ້ ເພື່ອປັບໃຊ້ເຂົ້າໃນດ້ານທຸລະກິດອີກດ້ວຍ.

ຄວາມໝາຍຂອງວັນຄົນໂສດແມ່ນຫຍັງ?

ສຳລັບເທສະການວັນຄົນໂສດນີ້ ມີຊື່ເອີ້ນໃນພາສາຈີນວ່າ 光棍节 ຍ້ອນຄຳວ່າ 光棍 (Guānggùn) ນອກຈາກຈະແປວ່າ “ທ່ອນໄມ້” ແລ້ວ ຍັງໝາຍເຖິງ “ຄວາມໂສດ” ໄດ້ອີກ. ທີ່ເອີ້ນວັນທີ 11 ເປັນວັນຄົນໂສດ ກໍຍ້ອນເລກ 1 ສີ່ໂຕກໍຄືກັບທ່ອນໄມ້ສີ່ທ່ອນນັ້ນເອງ.

ຈຸດປະສົງຂອງການຈັດງານວັນຄົນໂສດນີ້  ກໍເພື່ອເປີດໂອກາດໃຫ້ຄົນບໍ່ມີຄູ່ ຄົນໂສດທັງຫຼາຍອອກມາສັງສັນ ຫຼື ນັດພົບກັບເພດກົງກັນຂ້າມເພື່ອຫາຄູ່ ໄດ້ທຳຄວາມຮູ້ຈັກກັນນັ້ນເອງ.

ນອກຈາກວັນທີ 11 ເດືອນ 11 ແລ້ວຍັງມີອີກ 3 ເທສະການຍ່ອຍອີກນັ້ນກໍຄື:

  • ວັນທີ 1 ເດືອນ 1, ວັນທີ 11 ເດືອນ 1
  • ວັນທີ 1 ເດືອນ 11 ຖືເປັນເທສະການກາງ
  • ວັນທີ 11 ເດືອນ 11 ເປັນວັນເທສະການໃຫຍ່ ເພາະວ່າມີເລກຄີກເຖິງ 4 ໂຕ.

ເມື່ອປີໃດທີ່ເລກຂອງປີລົງທ້າຍດ້ວຍເລກ 11 ກໍຈະເອີ້ນໄດ້ວ່າເປັນ “ວັນຊຸບເປີ້ເທສະການຄົນໂສດ” ເລີຍ! ເຊັ່ນວັນທີ 11 ພະຈິກ ປີ 2011 ທີ່ຜ່ານມາກໍແມ່ນ ແລະ ຄັ້ງຕໍ່ໄປທີ່ຈະມີວັນຊຸບເປີ້ເທສະການຄົນໂສດນັ້ນແມ່ນອີກເກືອບ 100 ປີຕໍ່ໜ້າພຸ້ນ.

ຂອບໃຈຂໍ້ມູນຈາກ: