ແບບໃດກິນຄ່າໄຟຫຼາຍກວ່າກັນ? ລະຫວ່າງເປີດເເອແຊ່ຍາວເລີຍ ຫຼື ເປີດໆ ປິດໆ ບໍ່ເປີດດົນເກີນໄປ


ໃນມື້ທີ່ອາກາດຮ້ອນຈົນສາມາດຈືນໄຂ່ ຫຼື ເຮັດໃຫ້ຂອງກິນສຸກໄດ້ຈາກແສງແດດທີ່ສ່ອງລົງມາກະທົບພື້ນ ໂດຍທີ່ເຮົາບໍ່ຈຳເປັນຕ້ອງໃຊ້ໄຟຈາກເຕົາເເກ໊ສເລີຍ. ການເປີດພັດລົມອາດເປັນໜຶ່ງໃນທາງເລືອກທີ່ໄດ້ຮັບຄວາມນິຍົມຫຼາຍສຸດ ແຕ່ກໍບໍ່ໄດ້ເຮັດໃຫ້ເຮົາເຢັນຂຶ້ນຫຼາຍ ຊ້ຳບໍ່ໜຳຍັງພັດອາຍຮ້ອນໃສ່ເຮົາເຮັດໃຫ້ຮ້ອນຕື່ມໄປອີກ.

ເນື່ອງຈາກອາກາດໃນບ້ານເຮົານັບມື້ນັບຮ້ອນຂຶ້ນທຸກໆປີ ການເປີດເເອຈຶ່ງເປັນໜຶ່ງໃນທາງເລືອກທີ່ດີທີ່ສຸດ, ເຊິ່ງສິ່ງທີ່ຕາມມາຫຼັງຈາກການເປີດເເອນັ້ນກໍຄືຄ່າໄຟຟ້ານັ້ນເອງ. ໂດຍຫຼາຍຄົນຕ່າງກໍຊອກຫາທາງທີ່ຈະປະຢັດຄ່າໄຟຟ້າດ້ວຍວິທີຕ່າງໆ ເຊິ່ງການເປີດໆປິດໆເເອນັ້ນ ກໍເປັນໜຶ່ງໃນວິທີທີ່ຫຼາຍຄົນເອົາມາໃຊ້ ເພາະຄິດວ່າມັນຈະຊ່ວຍໃຫ້ເຮົາສາມາດປະຢັດຄ່າໃຊ້ຈ່າຍໄດ້? ແລະໃນມື້ນີ້ເຮົາຈະມາຄົ້ນຫາຄຳຕອບກັນວ່າ ການເປີດເເອໄວ້ເລີຍ ກັບ ການເປີດໆ ປິດໆເເອ ແລະ ບໍ່ເປີດເເອດົນເກີນໄປ ແບບໃດທີ່ຈະຊ່ວຍໃຫ້ເຮົາປະຢັດຄ່າໄຟຟ້າໄດ້ຫຼາຍກວ່າກັນ?

ຍົກ​ຕົວ​ຢ່າງ:

ຖ້າເຮົາເປີດແອຍາວໄປເລີຍ 1 ຊົ່ວໂມງ ກັບ 1 ຊົ່ວໂມງທີ່ເປີດ 20 ນາທີ ພັກ 20 ນາທີ ແລ້ວເປີດອີກ 20 ນາທີ.

ຄຳຕອບທີ່ໄດ້ກໍຄື: ການເປີດແອ ແບບປິດໆ ເປີດໆ ນັ້ນຈະກິນຄ່າໄຟຟ້າຫຼາຍກວ່າເກົ່າ. ເພາະໃນຕົວຈິງແລ້ວເຄື່ອງປັບອາກາດຈະເຮັດວຽກໜັກຂຶ້ນໃນຊ່ວງເວລາທີ່ຫາກໍເປີດ ເພື່ອລະບາຍຄວາມຮ້ອນ ແລະ ຄວາມຊຸ່ມຊື່ນທີ່ສະສົມຢູ່ໃນຫ້ອງ. ຫຼັງຈາກນັ້ນ, ເເອກໍຈະເຮັດວຽກເບົາລົງ.

ການເປີດແອຍາວໆໄປເລີຍ ກໍຈະໃຊ້ໄຟຟ້າແບບປົກກະຕິ. ແຕ່ຖ້າເປີດໆ ປິດໆ ຄ້າຍຄືກັບຕົວເຄື່ອງຕ້ອງເລີ່ມຕົ້ນໃໝ່ຕະຫຼອດເວລາ ກໍຈະຍິ່ງເຮັດໃຫ້ແອຖືກໃຊ້ງານໜັກຂຶ້ນ ແລະ ກິນພະລັງງານຫຼາຍກວ່າປົກກະຕິ. ການນໍາໃຊ້ທີ່ດີທີ່ສຸດແມ່ນເປີດໄວດົນໆຍາວໆ ເພື່ອຮັກສາຄວາມເຢັນໃນຫ້ອງແລ້ວປິດມັນເມື່ອທ່ານຮູ້ສຶກສະບາຍໂຕ ຫຼື ຢຸດໃຊ້ມັນຈະດີກວ່າ.

ນອກຈາກນັ້ນ, ເພື່ອບໍ່ໃຫ້ແອເຮັດວຽກໜັກເກິນໄປຈາກການເປີດເປັນເວລາດົນ. ພວກເຮົາຄວນສ້າງບັນຍາກາດໃນຫ້ອງໃຫ້ບໍ່ຮ້ອນເກີນໄປລະຫວ່າງກ່ອນກ່ອນເປີດໃຊ້ງານ ແລະ ຫຼັງການນໍາໃຊ້. ບໍ່ວ່າຈະເປັນການລະບາຍອາກາດເອົາຄວາມຮ້ອນອອກຈາກຫ້ອງກ່ອນ, ລວມໄປເຖິງໃນລະຫວ່າງການໃຊ້ງານກໍຄວນຫຼີກເວັ້ນເຄື່ອງໃຊ້ໄຟຟ້າທີ່ປ່ອຍຄວາມຮ້ອນທີ່ອາດເຮັດໃຫ້ເຄື່ອງປັບອາກາດຂອງເຮົາຕ້ອງເຮັດວຽກໜັກນັ້ນເອງ.

ທັງນີ້, ຕຳແໜ່ງໃນການຕິດຕັ້ງເເອກໍສຳຄັນເຊັ່ນກັນ. ຖ້າເຮົາຕິດຕັ້ງເເອຢູ່ທາງທິດຕາເວັນຕົກທີ່ໄດ້ຮັບແສງແດດຕອນບ່າຍແບບເຕັມໆ ຄວາມຮ້ອນກໍຈະສະສົມຢູ່ໃນຫ້ອງຫຼາຍ. ໃນເວລາທີ່ເປີດໃຊ້ງານເຄື່ອງປັບອາກາດ ກໍຈະເຮັດໃຫ້ຕົວເຄື່ອງເຮັດວຽກໜັກຂຶ້ນຫຼາຍກວ່າ ເເອທີ່ຕິດຕັ້ງຢູ່ທາງທິດເໜືອ ຫຼື ທິດຕາເວັນອອກນັ້ນເອງ.

ແລະຊ່ວງເວລາທີ່ຈະເປີດເເອກໍສຳຄັນເຊັ່ນກັນ, ແນ່ນອນວ່າຖ້າເຮົາເປີດໃຊ້ງານໃນຕອນທ່ຽງ ຫຼື ຕອນບ່າຍໃນຕອນທີ່ອາກາດຮ້ອນແຮງ ຕົວເຄື່ອງກໍຈະເຮັດວຽກໜັກກວ່າການເປີດເເອໃນຕອນຄ່ຳ. ແຕ່ຖ້າເຮົາຈຳເປັນທີ່ຈະຕ້ອງໃຊ້ງານແທ້ໆ ການເປິດແອໝົດມື້ກໍຈະຊ່ວຍປະຢັດຄ່າໄຟຟ້າໄດ້ຫຼາຍກວ່າການເປີດໆປິດ.

ສະພາບອາກາດກໍເປັນໜຶ່ງໃນຕົວແປສຳຄັນທີ່ເຮັດໃຫ້ເເອທຳງານໜັກຂຶ້ນ, ທາງທີ່ດີທີ່ຈະປະຢັດຄ່າໄຟຟ້າໃຫ້ໄດ້ຫຼາຍທີ່ສຸດຄືຄວນເປີດເເອໃນຕອນຄ່ຳ. ໂດຍເປີດປ່ອງຢ້ຽມ ລະບາຍຄວາມຮ້ອນສະສົມກ່ອນ, ຈາກນັ້ນຕັ້ງເວລາປິດແອໄວ້ໃນຕອນເຊົ້າ. ນີ້ຈະຊ່ວຍປະຢັດໄຟຟ້າ ແລະ ຍັງເຮັດໃຫ້ແອໄດ້ພັກເຄື່ອງອີກດ້ວຍ

ທີ່ມາ:

sanook

jorakay

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/