ຮັບຈົບ! ໄຣເດີກາຍເປັນສາຍສືບຈຳເປັນ ຫຼັງລູກຄ້າສັ່ງອາຫານໄປສົ່ງໃຫ້ແຟນ ແຕ່ແຟນບໍ່ຢູ່

xr:d:DAGCAhRNUO4:4,j:5286524486513998542,t:24041010


ເມື່ອວັນທີ 10 ເມສາ 2024 ທີ່ຜ່ານມາ ໜຸ່ມໄຣເດີສົ່ງອາຫານທີ່ປະເທດໄທ ເຈົ້າຂອງບັນຊີ  TikTok @weerap2000 ທີ່ມີຜູ້ຕິດຕາມຫຼາຍກວ່າ 1.3 ລ້ານບັນຊີ ໄດ້ລົງຄິບພາລະກິດສົ່ງອາຫານທີ່ສຸດທ້າຍກໍໄດ້ກາຍເປັນສາຍລັບຈຳເປັນ.

ໂດຍໃນຄິບເປັນເຫດການທີ່ໄຣເດີຂີ່ລົດໄປຮອດເດີ່ນເຕະບານແຫ່ງໜຶ່ງ ລະຫວ່າງນັ້ນກໍໄດ້ໂທຫາຍິງສາວທີ່ເປັນຄົນສັ່ງອາຫານ ເພາະຮອດປາຍທາງແລ້ວພົບວ່າ ເດີ່ນເຕະບານດັ່ງກ່າວປິດແລ້ວ ບໍ່ມີຄົນຢູ່ ແຕ່ເມື່ອລູກຄ້າສາວໄດ້ຍິນແບບນັ້ນ ກໍຕອບກັບດ້ວຍນ້ຳສຽງທີ່ເສົ້າໂສກວ່າ “ບໍ່ມີໃຜຢູ່ເລີຍຫວາ? ແຟນນ້ອງບອກວ່າໄປເຊຍບານ ຕອນນີ້ 1 ໂມງກາງຄືນແລ້ວຍັງບໍ່ກັບ ຂອບໃຈຫຼາຍໆອ້າຍ ສ່ວນໄກ່ທີ່ສັ່ງອ້າຍເອົາໄປກິນໄດ້ເລີຍ ຂໍໂທດນຳຫຼາຍໆ”.

ສ່ວນເລື່ອງລາວຕໍ່ຈາກນີ້ຈະເປັນຈັ່ງໃດ ບໍ່ມີໃຜຮູ້ ແຕ່ພໍ່ບ້ານໃຈກ້າທັງຫຼາຍລະວັງໂຕໄວ້ ເພາະດຽວນີ້ໄຣເດີສົ່ງອາຫານ ຈະບໍ່ແມ່ນພຽງແຕ່ສົ່ງອາຫານເທົ່ານັ້ນ ສ່ວນສາວໆທ່ານໃດສົນໃຈຢາກລອງວິທີນີ້ ເພື່ອພິສູດວ່າແຟນທ່ານຈະບໍ່ຕົວະທ່ານ ກໍສາມາດລອງໄດ້ ຖືວ່າເປັນວິທີທີ່ດີຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/