ສະຫະລັດລົງທຶນກວ່າ 6,6 ຕື້​ໂດ​ລາ​ເພື່ອດຶງບໍລິສັດ TSMC ຍັກໃຫຍ່ດ້ານການຜະລິດຊິບໃຫ້ມາ​ສ້າງ​ໂຮງງານ​ຢູ່ໃນ​ປະເທດຂອງຕົນ

xr:d:DAGCACOTvso:3,j:7863709367434888834,t:24041009


ຮຸ້ນຂອງບໍລິສັດ Taiwan Semiconductor Manufacturing Co. (TSMC) ໄດ້ເພີ່ມຂຶ້ນຫຼາຍເຖິງ 3.2% ໃນວັນຈັນທີ່ຜ່ານມາ, ເນື່ອງຈາກຝ່າຍບໍລິຫານຂອງປະທານາທິບໍດີ Joe Biden ໄດ້ອະນຸມັດເງິນຊ່ວຍເຫຼືອ ແລະ ເງິນກູ້ເກືອບ 12 ຕື້ໂດລາສະຫະລັດໃຫ້ແກ່ບັນດາບໍລິສັດ semiconductor ອັນດັບຕົ້ນໆຂອງໂລກ ເພື່ອຊຸກຍູ້ການດຳເນີນງານດ້ານການຜະລິດໃນສະຫະລັດ.

ໂດຍໃນຂໍ້ຕົກລົງດັ່ງກ່າວໄດ້ເຮັດໃຫ້ບໍລິສັດ TSMC ຜູ້ຜະລິດຊິບອັນດັບ 1 ຂອງໄຕ້ຫວັນໄດ້ຮັບເງິນສະໜັບສະໜູນຫຼາຍເຖິງ 6.6 ຕື້ໂດລາສະຫະລັດ ​ແລະ ​ເງິນ​ທຶນ​ໂດຍ​ກົງ​ຈາກຝ່າຍບໍລິຫານປະມານ 5 ຕື້​ໂດ​ລາ​ສະຫະລັດ​ ເພື່ອສະໜັບສະໜູນການສ້າງໂຮງງານໃນລັດ Arizona. ການເຄື່ອນໄຫວໃນຄັ້ງນີ້​ຖືເປັນ​ສ່ວນ​ໜຶ່ງ​ໃນ​ແຜນການ​ຂອງ​ປະທານາທິບໍດີ Joe Biden ​ເພື່ອ​ຊຸກຍູ້​ການ​ຜະລິດ​ເຕັກ​ໂນ​ໂລ​ຊີ​ສຳຄັນ​ພາຍ​ໃນ​ປະ​ເທດ.

ພາຍໃຕ້ຂໍ້ຕົກລົງເບື້ອງຕົ້ນທີ່ສະຫະລັດ ປະກາດໃນວັນຈັນ, TSMC ຈະສ້າງໂຮງງານທີສາມໃນ Phoenix ເພິ່ມເຕີມ, ນອກເໜືອຈາກສອງໂຮງງານຢູ່ໃນລັດດຽວກັນ. ເຊິ່ງຄາດວ່າຈະເລິ່ມການຜະລິດໃນຕົ້ນປີ 2025 ແລະ 2028. ໂດຍລວມແລ້ວ, ການສະໜັບສະໜູນໃນທຸກໆຄັ້ງທີ່ຜ່ານມາ ລວມເຖິງໃນຄັ້ງນີ້ແມ່ນໃຊ້ເງິນລົງທຶນລວມຫຼາຍກວ່າ 65 ຕື້ໂດລາສະຫະລັດໃນໂຮງງານທັງ 3 ແຫ່ງຂອງ TSMC.

ໃນປັດຈຸບັນ TSMC ໄດ້ຖືຄອງ 90% ຂອງຊິບທີ່ທັນສະໄໝທີ່ສຸດໃນໂລກ. ໂດຍ Mark Liu ປະທານ TSMC ກ່າວວ່າການສ້າງຕັ້ງໂຮງງານຢູ່ໃນສະຫະລັດຈະເຮັດໃຫ້ລູກຄ້າສາມາດເຂົ້າເຖິງຊິບພາຍໃນປະເທດທີ່ສາມາດໃຊ້ໄດ້ກັບສະມາດໂຟນຈົນໄປເຖິງດາວທຽມ, ລວມທັງລະບົບປັນຍາປະດິດອີກດ້ວຍ.

ໂຮງງານຜະລິດຊິບ 3 ແຫ່ງນີ້ ຄາດວ່າຈະສ້າງວຽກເຮັດງານທຳດ້ານເຕັກໂນໂລຊີ ປະມານ 6,000 ຕໍາແໜ່ງ ແລະ ວຽກງານທາງອ້ອມຫຼາຍກວ່າ 20,000 ຕໍາແໜ່ງເຊັ່ນ: ວຽກງານກໍ່ສ້າງ, ການຮັກສາຄວາມປອດໄພ ແລະ supply chain, ລວມທັງດຶງດູດ semiconductor suppliers 14 ແຫ່ງໃຫ້ເຂົ້າມາລົງທຶນໃນລັດ.

ການທີ່ສະຫະລັດສາມາດດຶງດູດ TSMC ເຂົ້າມາລົງທຶນໃນປະເທດນັ້ນຖືວ່າເປັນຜົນດີສໍາລັບທັງສອງຝ່າຍ. ເນື່ອງຈາກລັດຖະບານສະຫະລັດ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈໍາ​ເປັນ​ທີ່​ຈະ​ນໍາ​ເອົາ​ການ​ຜະ​ລິດຊິບມາໃຊ້ໃນປະເທດຫຼາຍ​ຂຶ້ນ​. ເພື່ອຫຼຸດຜ່ອນການອີງໃສ່ການຜະລິດຊິບຈາກປະເທດອື່ນໆ ຫຼັງຈາກທີ່ປະເຊີນກັບການຂາດແຄນຊິບໃນໄລຍະການລະບາດຂອງ COVID-19, ເຮັດໃຫ້ລາຄາເພີ່ມສູງຂຶ້ນ.

ພ້ອມ​ກັນ​ນັ້ນ, ໄຕ້​ຫວັນ​ຍັງ​ຢູ່​ໃນຕໍ່າແໜ່ງທີ່ອ່ອນແອເຊັ່ນກັນ ເນື່ອງຈາກຜູ້ຊ່ຽວຊານດ້ານ supply chain ແລະ ເຈົ້າໜ້າທີ່ສະຫະລັດກັງວົນວ່າ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສະຫະລັດ ແລະຈີນສາມາດນໍາໄປສູ່ການຮຸກຮານທາງທະຫານຕໍ່ໄຕ້ຫວັນ. ເຊິ່ງມັນອາດຈະສົ່ງຜົນກະທົບຕໍ່ອຸດສາຫະກໍາການຜະລິດຊິບທີ່ສໍາຄັນຂອງປະເທດ. ນອກຈາກນັ້ນ, ໄຕ້ຫວັນກໍກຳລັງປະສົບກັບແຜ່ນດິນໄຫວຂະໜາດໃຫຍ່ ເຊິ່ງນີ້ຊີ້ໃຫ້ເຫັນເຖິງຄວາມອ່ອນແອຂອງອຸດສາຫະກໍາຕໍ່ກັບໄພພິບັດທໍາມະຊາດ.

ທີ່ມາ:

edition.cnn

finance.yahoo

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/