ຢ່າຫາເຮັດ! ໜຸ່ມຈີນຖ່າຍອອກຍາກ ເລືອກວິທີພື້ນບ້ານເອົາ “ອ່ຽນ” ເຂົ້າຮູທະວານໜັກ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ໜຸ່ມຈີນຈາກມົນທົນຊິນຫົວ ໄດ້ເກີດອາການທ້ອງຜູກ ແຕ່ແທນທີ່ລາວຈະໄປຫາໝໍ ຫຼື ຊື້ຢາມາກິນແບບຄົນທ່ົວໄປນັ້ນລາວກັບບໍ່ເຮັດ ແລະ ເລືອກວິທີປິ່ນປົວແບບພື້ນບ້ານນັັ້ນກໍຄືການນຳເອົາ ອ່ຽນ ເຂົ້າໄປທາງຮູທະວານໜັກ ເພື່ອໃຫ້ມັນປິ່ນປົວໃຫ້.

ໂດຍໜຸ່ມຈີນຄົນນີ້ໄດ້ນຳເອົາອ່ຽນທີ່ມີຄວາມຍາວ 20 ຊັງຕີແມັດ ໃສ່ເຂົ້າໄປໃນຮູທະວານ ເຊິ່ງອ່ຽນໄດ້ເຂົ້າໄປຮອດຊ່ອງທ້ອງ ຈົນເຮັດໃຫ້ຊາຍໜຸ່ມເຈັບປວດແຕ່ກໍຍັງບໍ່ໄປຫາໝໍເພາະວ່າອາຍ ສຸດທ້າຍຕົນເອງອົດທົນບໍ່ໄດ້ຈຶ່ງຍອມໄປໂຮງໝໍໃນທີ່ສຸດ ທາງໝໍຈຶ່ງໄດ້ຜ່າເອົາອ່ຽນອອກໃຫ້ ພ້ອມຍັງກ່າວອີກວ່າການເຮັດແບບນີ້ມັນອັນຕະລາຍຮອດຊີວິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/