ຢູໂຣບ ເຜີຍລະດູຮ້ອນປີ 2023 ຮ້ອນທີ່ສຸດໃນຮອບ 1,800 ປີ


ນັກວິທະຍາສາດໃນອັງກິດ ແລະ ເຢຍລະມັນ ໄດ້ອອກມາເປີດເຜີຍການສຶກສາໃນວາລະສານ Nature ວ່າ ລະດູຮ້ອນປີ 2023 ທີ່ຜ່ານມາ ຖືວ່າເປັນປີທີ່ຮ້ອນທີ່ສຸດໃນຢູໂຣບ ໃນຮອບ 1,800 ປີ ໂດຍການສຶກສາທີ່ໃຊ້ວິທີການບັນທຶກ “ວົງຮອບການເຕີບໃຫຍ່ຂອງລຳຕົ້ນຕົ້ນໄມ້” ພ້ອມຈະບັນທຶກການເຕີບໃຫຍ່ຂອງວົງລຳຕົ້ນຂອງຕົ້ນໄມ້ໃນແຕ່ລະປີ.

ເຊິ່ງພົບວ່າ ຕົ້ນໄມ້ມີຄວາມອ່ອນໄຫວຕໍ່ສະພາບອາກາດໃນທ້ອງຖິ່ນ ເຮັດໃຫ້ການເຕີບໃຫຍ່ຂອງວົງເນື້ອໃນລຳຕົ້ນ ຈະສາມາດສະທ້ອນເຖິງການເຕີບໃຫຍ່ທີ່ສຳພັນກັບຝົນ ແລະ ອຸນຫະພູມ ເຊິ່ງລຳຕົ້ນຂອງຕົ້ນໄມ້ມັກຈະຂະຫຍາຍໃຫຍ່ຂຶ້ນໃນປີທີ່ອົບອຸ່ນ ແລະ ປຽກຊື້ນ.

ໂດຍທ່ານ ແມັກ ທໍເບນສັນ ຜູ້ຮ່ວມການສຶກສາດັ່ງກ່າວຈາກປະເທດ ເຢຍລະມັນ ໄດ້ກ່າວວ່າ ແນ່ນອນວ່າມີຫຼາຍປີທີ່ຮ້ອນຫຼາຍໃນອະດີດ ແຕ່ບໍ່ມີປີໃດທີ່ຮ້ອນແບບປີ 2023 ເຊິ່ງໄລຍະອາກາດທີ່ຈັດວ່າໃກ້ຄຽງໃນອະດີດຈະຕ້ອງຢ້ອນກັບໄປຮອດປະມານ ຄ.ສ 240 ຫຼື ເກືອບ 1,800 ປີກ່ອນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/