“ຢາກໃຫ້ທຸກຄົນເປີດໃຈໃຫ້ກວ້າງ ແລະ ຍອມຮັບໃນຄວາມແຕກຕ່າງ” ຮູ້ຈັກ Angela Ponce ຍິງຂ້າມເພດຄົນທຳອິດທີ່ໄດ້ໄປຢືນໃນເວທີ Miss Universe

Miss Universe

ຢ້ອນກັບໄປໃນປີ 2018 ຄົນທົ່ວໂລກຕ່າງກໍພາກັນຮືຮາເມື່ອ Angela Ponce ຍິງສາວຂ້າມເພດຈາກສະເປນ ໄດ້ເປັນຕົວແທນຂອງປະເທດເຂົ້າຮ່ວມການປະກວດນາງງາມໃນ ເວທີ Miss Universe 2018 ເຊິ່ງນັ້ນມັນໄດ້ກາຍເປັນການສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ກຸ່ມຄົນ LGBTQ+ ແລະສ້າງການຍອມຮັບຫຼາຍຂຶ້ນພາຍໃນໂລກ.

Angela Ponce

Angela Ponce ເກີດເມື່ອວັນທີ 18 ມັງກອນ 1991 (ປັດຈຸບັນອາຍຸ 31 ປີ) ທີ່ບ້ານນ້ອຍໆ ໃນເມືອງເຊບີຍາ ຕັ້ງຢູ່ທາງຕອນໃຕ້ຂອງສະເປນ, Angela ເລົ່າວ່າ ຮູ້ວ່າຕົນເອງເປັນຄົນຂ້າມເພດຕັ້ງແຕ່ຍັງນ້ອຍ ແລະ ມີຄອບຄົວທີ່ແສນອົບອຸ່ນ ເພາະພໍ່ແລະແມ່ແມ່ນໃຫ້ການຍອມຮັບໂດຍບໍ່ມີການປິດກັ້ນໃດໆ ພ້ອມຍັງສະໜັບສະໜູນໃຫ້ຍ່າງຕາມຄວາມຝັນ. ພ້ອມນັ້ນ ຜູ້ຄົນທີ່ອາໄສຢູ່ໃນຊຸມຊົນດຽວກັນຍັງສົ່ງເສີມຄວາມເປັນຕົວຕົນຂອງ Angela ໂດຍໃນເວລາທີ່ມີງານ ຫຼື ເທສະການ Angela ມັກຈະຖືກເລືອກໃຫ້ໄດ້ຮັບສະແດງ ແລະເດີນແບບຊຸດພື້ນເມືອງຢູ່ຫຼາຍຄັ້ງ.

Angela Ponce

ໃນປີ 2014 Angela Ponce ຕອນນັ້ນແມ່ນອາຍຸ 22 ປີ ເລືອກເຮັດຕາມຄວາມຝັນດ້ວຍການເຂົ້າຜ່າຕັດແປງເພດ ແລະ ຫຼັງຈາກນັ້ນກໍໄດ້ເຂົ້າປະກວດເວທີ Miss World Cadiz 2015 ຈົນສາມາດຄວ້າມົງກຸດມາຄອງ ເຊິ່ງໃນປີດຽວກັນ Angela ຍັງໄດ້ລົງການປະກວດນາງງາມໃນເວທີ Miss World Spain 2015 ແຕ່ບໍ່ສາມາດຄວ້າຕໍາແໜ່ງມາຄອງໄດ້ ຍ້ອນວ່າທາງກອງປະກວດມີການປ່ຽນແປງກົດບໍ່ໃຫ້ຍິງຂ້າມເພດຊະນະ.

Angela Ponce

“ຂ້ອຍຫາກໍຮູ້ໃນມື້ປະກວດວ່າ ມີກົດຫ້າມຍິງຂ້າມເພດຊະນະ ຈິດໃຈຂ້ອຍເກືອບແຫຼກສະຫຼາຍ ແຕ່ຂ້ອຍກໍຍັງເດີນໜ້າປະກວດຕໍ່ໄປ ມັນຮູ້ສຶກບໍ່ດີເລີຍ ແຕ່ເມື່ອຂ້ອຍຜ່ານເຂົ້າຮອບສຸດທ້າຍ ທາງກອງປະກວດກໍໄດ້ປ່ຽນກົດ ໂດຍບອກວ່າທາງກອງນີ້ແຫຼະເປັນຜູ້ປ່ຽນ” Angela ໄດ້ໃຫ້ສຳພາດໃນວາລະສານໄທມ໌.

Angela Ponce

ຫຼັງຈາກນັ້ນ 3 ປີຕໍ່ມາ ຫຼື ໃນປີ 2018 Angela ໄດ້ກັບຄືນມາສູ່ວົງການນາງງາມອີກຄັ້ງ ໂດຍການຕັດສິນໃຈເຂົ້າປະກວດ Miss Universe Spain 2018 ແລະ ສາມາດຄວ້າຕຳແໜ່ງຂອງປີນັ້ນມາຄອງໄດ້ສຳເລັດ. ພ້ອມນີ້ Angela ກໍຍັງໄດ້ເປັນຕົວແທນສາວງາມຈາກສະເປນ ແລະ ກາຍເປັນສາວປະເພດສອງຄົນທຳອິດຂອງໂລກທີ່ໄດ້ໄປເຂົ້າປະກວດໃນເວທີ Miss Universe.

Miss Universe

ທັງນີ້ ການເປັນຜູ້ຍິງຂ້າມເພດຄົນທຳອິດທີ່ໄດ້ເປັນກວດໃນເວທີລະດັບໂລກ ເຮັດໃຫ້ Angela ຖືກຈັບຕາເບິ່ງ ແລະ ເບິ່ງຄືວ່າລາວຈະເຂົ້າໃຈດີເຖິງເລື່ອງນີ້. ດັ່ງນັ້ນ Angela ຈຶ່ງຢາກໃຊ້ເວທີນີ້ຮຽກຮ້ອງໄປຍັງທຸກໆຄົນໃນໂລກໃຫ້ເປີດໃຈໃຫ້ກວ້າງ ແລະ ຍອມຮັບໃນຄວາມແຕກຕ່າງ.

Miss Universe

“ຢາກໃຫ້ຜູ້ຄົນເປີດໃຈກວ້າງຂຶ້ນ ຍອມຮັບຜູ້ອື່ນ ບໍ່ແບ່ງແຍກ ແລະ ທີ່ສຳຄັນສຸດຄືການເຄົາລົບເຊິ່ງກັນແລະກັນ ຖ້າເຮົາສາມາດປ່ຽນແປງມຸມມອງໄດ້ ເຮົາຈະສາມາດປ່ຽນແປງສະພາບຄວາມເປັນຈິງໄດ້ເຊັ່ນກັນ” Angela ກ່າວ.

Miss Universe

ນອກຈາກນີ້ Angela ບອກວ່າ ສາເຫດທີ່ເຂົ້າປະກວດກໍເພື່ອຢາກຈະສົ່ງສານອອກໄປວ່າ ການຢູ່ຮ່ວມກັນຢ່າງສັນຕິ ແລະ ເຄົາລົບເຊິ່ງກັນແລະກັນນັ້ນເປັນໄປໄດ້ ໂດຍສະເພາະຢ່າງຍິ່ງຄວາມເຄົາລົບໃນເສລີພາບແຫ່ງການເລືອກເພດສະພາບ.

ຢ່າງໃດກໍດີ ການປະກວດ Miss Universe 2018 ນັ້ນຈົບລົງດ້ວຍການທີ່ Angela ບໍ່ສາມາດຜ່ານເຂົ້າຮອບໃດໆ ໄດ້ເລີຍ. ແຕ່ວ່າໃນ ຮອບ 20 ຄົນສຸດທ້າຍນັ້ນ ທາງກອງປະກວດໄດ້ເຊີນໃຫ້ Angela ຂຶ້ນມາເວທີຮ່ວມກັບສາວງາມຄົນອື່ນໆ ເຊິ່ງນັ້ນມັນສະທ້ອນໃຫ້ເຫັນເຖິງການສະໜັບສະໜູນຄວາມເທົ່າທຽມກັນ ແລະ ສ້າງບັນທັດຖານໃໝ່ໃນການຍອມຮັບຄວາມຫຼາກຫຼາຍທາງງເພດໃຫ້ແກ່ຂົງເຂດອື່ນອີກພ້ອມ.

Miss Universe

“ຂ້ອຍບໍ່ໄດ້ມາເພື່ອໃຫ້ຄົນອື່ນເບິ່ງວ່າຂ້ອຍເປັນ Transgender (ຍິງຂ້າມເພດ) ຄົນທຳອິດເທົ່ານັ້ນ ແຕ່ຂ້ອຍຫວັງວ່າຢາກຈະຢູ່ໃນໂລກທີ່ມີຄວາມເທົ່າທຽມກັນ ແລະ ຢາກໃຫ້ທຸກຄົນໄດ້ຮູ້ວ່າຄວາມເປັນສະຕີເພດສະຖິດຢູ່ກັບຕົວຂ້ອຍເອງຕັ້ງແຕ່ກຳເນີດແລ້ວ ຂ້ອຍບໍ່ຕ້ອງການມົງກຸດ ແຕ່ຂ້ອຍຕ້ອງການໃຫ້ຄົນທັງໂລກໄດ້ເຫັນວ່າຂ້ອຍມາຢືນຢູ່ບ່ອນນີ້ໄດ້ແລ້ວ ໃນຖານະຂອງຜູ້ຍິງຄົນໜຶ່ງ” Angela ກ່າວພ້ອມນ້ຳຕາໃນຕອນທີ່ທາງກອງເຊີນຂຶ້ນເວທີຮ່ວມກັບສາວງາມຄົນອື່ນທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍ.

Miss Universe

Angela ບໍ່ພຽງເປັນນາງງາມຂ້າມເພດຄົນທຳອິດເທິງເວທີຊົງກຽດນີ້ທີ່ຈະຖືກຈື່ຈໍາໄປຕະຫຼອດການ ແຕ່ເວທີທີ່ເປັນດັ່ງບັນທັດຖານຂອງຍິງສາວຫຼາຍໆຄົນແຫ່ງນີ້ກໍຍັງຈະຖືກກ່າວຂານຕໍ່ໄປເຖິງການຍອມຮັບຄວາມຫຼາກຫຼາຍອີກພ້ອມ ອັນເປັນເລື່ອງລາວສຳຄັນຂອງທຸກຄົນໃນປັດຈຸບັນ ພ້ອມຍັງສະແດງໃຫ້ເຫັນວ່າ ທ້າຍສຸດແລ້ວເວທີນາງງາມກໍບໍ່ໄດ້ເມີນເສີຍ ຫຼື ຂັດຕໍ່ກະແສສະຕີນິຍົມ ແລະ ກອງປະກວດໄດ້ສະແດງໃຫ້ເຫັນວ່າແລ້ວວ່າເທິງເວທີແຫ່ງນີ້ ຄວາມງາມບໍ່ແມ່ນເລື່ອງຮູບຮ່າງທີ່ສົມບູນແບບພຽງຢ່າງດຽວອີກຕໍ່ໄປ ແຕ່ຄວາມຫຼາກຫຼາຍຂອງມະນຸດກໍສວຍງາມບໍ່ນ້ອຍໜ້າກັນ.

ສະນັ້ນແລ້ວ ບໍ່ວ່າຈະເປັນຍິງແທ້, ຊາຍແທ້ ຫຼື ກຸ່ມຄົນ LGBTQ+ ທຸກຄົນມີສິດທິແລະຄວນມີໂອກາດເທົ່າທຽມກັນ ບໍ່ຄວນເກີດການແບ່ງແຍກ ຫຼື ເອົາຄ່ານິຍົມແບບເກົ່າມາກົດທັບຄົນທີ່ມີຄວາມຫຼາກຫຼາຍທາງເພດບໍ່ໃຫ້ມີຈຸດຢືນໃນສັງຄົມ ເພາະວ່າເຮົາທຸກຄົນກໍລ້ວນເປັນມະນຸດຄືກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ