ມີໃຜຮູ້ບໍ່? ເປັນຫຍັງ ຕົວ x  ຈຶ່ງເປັນຕົວແທນຄວາມໂປ້

ມີໃຜຮູ້ບໍ່

ຖ້າຢ້ອນເວລາໄປໃນຍຸກທຳອິດຂອງຮໍລິວູດ ກັບໄປຕົ້ນສະຕະວັດທີ 20 ເຊິ່ງເປັນຍຸກທີ່ອຸດສາຫະກຳອາເມຣິກາ ມີຂໍ້ຕົກຮ່ວມກັນ ເພື່ອໃຫ້ຮູບເງົາທຸກເລື່ອງເບິ່ງໄດ້ທຸກເພດທຸກໄວ ໃນຂໍ້ຕົກລົງນີ້ເອີ້ນວ່າ: Hays Code’ ຕາມຊື່ຂອງ Wil H.Hays ປະທານສະມາຄົມຮູບເງົາອາເມຣິກາໃນຍຸກ Wil H.Hays ເປັນປະທານໃນ ປີ 1922-1945.

ໃນຮູບເງົາມີຂໍ້ກຳນົດເປັນຈຳນວນຫຼາຍ ເຊັ່ນ: ຫ້າມມີສາກຄ້າຢາ, ຫ້າມລ່ວງເກີນພະ, ຫ້າມມີຕົວລະຄອນຮັກຮ່ວມເພດ, ຫ້າມມີຕົວລະຄອນຕ່າງເຊື້ອຊາດຮັກກັນ ແລະ ຫ້າມມີການເປືອຍ ເດັດຂາດ.

ມີໃຜຮູ້ບໍ່

ພໍເວລາຜ່ານໄປຈົນຮອດຍຸກ 1960’s (ຍຸກທີ່ເຕັມໄປດ້ວຍຄົນຮຸ່ນໃໝ່ ຫຼື ຍຸກຮິບປີ້) ໄວໜຸ່ມເຫັນດີຮ່ວມກັນວ່າ ເປັນຫຍັງວົງການຮູບເງົາຈຶ່ງບໍ່ໄປຮອດໃສ. ຫຼັງຈາກນັ້ນ ກໍເລີ່ມມີຄົນເຮັດຮູບເງົາທ້າທາຍທີ່ຕ່າງຈາກເມື່ອກ່ອນ ເລີ່ມມີສາກທີ່ລະເມີດຂໍ້ຕົກລົງທາງສະມາຄົມວາງອອກ ແລ້ວກໍມີການລະເມີດໄປເທື່ອລະເລັກລະໜ້ອຍ. ມາຮອດປາຍປີ 1960 ຮູບເງົາທີ່ມີການເສບຢາກໍໄດ້ເຫັນ ແລະ ເຫັນນັກສະແດງຍິງທີ່ມີການໂຊໜ້າເອິກ ຈົນກາຍເປັນເລື່ອງປົກກະຕິ.

ລະບົບເຣດຕິ້ງຍຸກທຳອິດ:

  • G ສຳລັບຮູບເງົາທີ່ເບິ່ງໄດ້ທຸກເພດທຸກໄວ.
  • M ຄືຮູບເງົາທີ່ຜູ້ໃຫຍ່ຄວນແນະນຳ.
  • R ຄືຮູບເງົາທີ່ເດັກອາຍຸຕ່ຳກວ່າ 16 ປີ ຈະເຂົ້າໂຮງໄປເບິ່ງໄດ້ຕ້ອງໄປກັບຜູ້ໃຫຍ່ເທົ່ານັ້ນ.
  • X ຄືຮູບເງົາທີ່ຫ້າມເດັກນ້ອຍອາຍຸຕ່ຳກວ່າ 16 ປີ ເຂົ້າໄປເບິ່ງຢູ່ໂຮງຮູບເງົາ.
ມີໃຜຮູ້ບໍ່

ລະບົບດັ່ງກ່າວແມ່ນລົງຕົວ ເປັນການປ້ອງກັນເດັກນ້ອຍອອກຈາກໂຮງຮູບເງົາໄດ້ຢ່າງເປັນລະບົບ ທາງສະຕູດິໂອກໍເລີຍເຕັມທີ່ກັບຊີວິດ ແລະ ຜະລິດຮູບເງົາໂປ້ ແບບໃສ່ສາກຮ່ວມເພດເຫັນອະໄວຍະວະເພດເຕັມຈໍ ມາສາຍຢູ່ໂຮງຢ່າງຫຼວງຫຼາຍໃນອາເມຣິກາຍຸກ 1970’s ແລະ ຮູບເງົາຈຳນວນນີ້ກໍໄດ້ເຣດ X ທັງໝົດ.

ຂໍ້ມູນທາງເທິງນີ້ກໍເປັນທີ່ມາຂອງຄຳວ່າ ຮູບເງົາ X ຫຼື ຮູບເງົາໂປ້, ຖ້າຮູບເງົາຮຸນແຮງຫຼາຍ ເຖິງຂັ້ນເລືອດອອກ ກໍອາດຈະເປັນເຣດ X ເຊັ່ນກັນ ແຕ່ເນື່ອງຈາກຮູບເງົາໂປ້ ຈະໄດ້ເຣດ X ໂດຍອັດຕະໂນມັດ ເລີຍຖືກຂະໜານນາມວ່າ ຮູບເງົາ X ນັບແຕ່ຕອນນັ້ນມາ.

ຂໍ້ມູນຈາກ:

https://www.facebook.com/380379022389690/posts/1259092774518306/?d=n

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/