ກະຊວງໂຍທາທິການ ແລະ ຂົນສົ່ງ ສະເໜີຮ່າງກົດໝາຍໃໝ່ ເພື່ອໃຫ້ມີປະສິດທິພາບ, ທັນສະໄໝ, ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ

ກະຊວງໂຍທາທິການ-ແລະ-ຂົນສົ່ງ

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 20 ທັນວາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການທາງນໍ້າ (ສະບັບສ້າງໃໝ່) ປະກອບມີ 16 ພາກ, 23 ໝວດ ແລະ 145 ມາດຕາ ເຊິ່ງກົດໝາຍດັ່ງກ່າວ, ຈະເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວກັບວຽກງານທາງນໍ້າ ລະຫວ່າງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການ ກ່ຽວຂ້ອງມີຄວາມເປັນເອກະພາບກັນ.

ທ່ານ ວຽງສະຫວັດ ສີພັນດອນ ໄດ້ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍວ່າດ້ວຍການທາງນໍ້າ ເຊິ່ງບໍ່ທັນມີກົດໝາຍຄຸ້ມຄອງວຽກງານການທາງນໍ້າສະເພາະ; ນິຕິກຳທີ່ມີໃນປັດຈຸບັນ ຍັງບໍ່ທັນກຳນົດລະອຽດ, ຮັດກຸມກວມເອົາໜ້າທີ່ສໍາຄັນ ກ່ຽວກັບວຽກງານການທາງນໍ້າ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ; ແກ້ໄຂຂໍ້ຄົງຄ້າງໃນການຄຸ້ມຄອງວຽກງານການທາງນໍ້າ ໂດຍໃຫ້ເປັນລະບົບລວມສູນ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງບັນດາຂະແໜງການທີ່ກ່ຽວຂ້ອງ, ມີກົນໄກປະສານງານ ແລະ ຕິດຕາມກວດກາ ໃນການຈັດຕັ້ງປະຕິບັດ ວຽກງານການທາງນໍ້າ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ; ຮັບປະກັນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

ກະຊວງໂຍທາທິການ-ແລະ-ຂົນສົ່ງ

ຮ່າງກົດໝາຍວ່າດ້ວຍການທາງນໍ້າສະບັບນີ້, ພາຍຫຼັງໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວ ຈະກາຍເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງວຽກງານທາງນໍ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງຈະເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວກັບວຽກງານທາງນໍ້າ ລະຫວ່າງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ; ຈະກາຍເປັນເຄື່ອງມືທີ່ສຳຄັນ, ຮັດກຸມ ແລະ ຄົບຖ້ວນ ໃນການຄຸ້ມຄອງລັດດ້ວຍກົດໝາຍ, ປະກອບສ່ວນໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ເປັນບ່ອນອີງ ໃຫ້ແກ່ການສ້າງນິຕິກຳໃຕ້ກົດໝາຍ ແລະ ມາດຕະຖານເທັກນິກຕ່າງໆ ໃນການຄຸ້ມຄອງມະຫາພາກ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ ເທື່ອລະກ້າວ.

ກະຊວງໂຍທາທິການ-ແລະ-ຂົນສົ່ງ

ຈາກນັ້ນ ບັນດາ ສສຊ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ບາງພາກ, ບາງໝວດ ແລະ ບາງມາດຕາ ໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ, ທັນສະໄໝ, ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແນໃສ່ຮັບປະກັນໃຫ້ການທາງນໍ້າມີຄວາມສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ ສາມາດເຊື່ອມໂຍງກັບສາກົນ.

ຂອບໃຈຂໍ້ມູນຈາກ: https://bit.ly/3HKsCtH

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/