ພາດບໍ່ໄດ້! Binance World Championship ຕອນນີ້ເປີດໃຫ້ສະໝັກເເລ້ວ ມີໂອກາດລຸ້ນຮັບຮາງວັນໃຫຍ່ມູນຄ່າຫຼາຍກວ່າ 4.2 ລ້ານໂດລາ


Binance ກະດານເທຣດ crypto ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ປະກາດສົງຄາມຄັ້ງຍິ່ງໃຫຍ່ ເປີດຕົວການແຂ່ງຂັນ Binance World Championship ຄັ້ງທໍາອິດ, ອີງຕາມຂໍ້ມູນຫຼ້າສຸດທີ່ປ່ອຍອອກມາໃນວັນທີ 4 ເດືອນມິຖຸນາ 2024.

ແຄມເປນ​ດັ່ງ​ກ່າວ​ຈະ​ເລີ່ມຕົ້ນຕັ້ງແຕ່​ວັນ​ທີ 4 ຫາ​ວັນ​ທີ 25 ມິ​ຖຸ​ນາ, ໂດຍມີ​ເງິນ​ຮາງວັນ​ລວມ​ເຖິງ 4.2 ລ້ານ​ໂດ​ລາ. ເຊິ່ງຫຼາຍທີ່ສຸດໃນປະຫວັດສາດຂອງແພລັດຟອມ ຕອກຢ້ຳຄວາມມຸ່ງໝັ້ນ​ ແລະ ການສະໜັບສະໜູນຊຸມຊົນ crypto ຂອງ Binance ທີ່ມີຕະຫຼອດມາ.

ແຄມເປນນີ້ແມ່ນເປີດໃຫ້ທຸກຄົນ ບໍ່ວ່າຈະເປັນຜູ້ໃຊ້ໃໝ່ ຫຼື ຜູ້ໃຊ້ເກົ່າ, Binance ອະນຸຍາດໃຫ້ທຸກຄົນສາມາດເຈາະເລິກເຂົ້າໄປໃນໂລກຂອງ cryptocurrencies. ໂດຍການເຂົ້າຮ່ວມມ່ວນຊື່ນກັບແຄມເປນທີ່ຕື່ນເຕັ້ນທີ່ສຸດ, ໄດ້ສະແດງທັກສະການຊື້ຂາຍຂອງທ່ານ ແລະ​ໄດ້​ຮັບ​ຮາງ​ວັນ​ສຸດ​ຍິ່ງ​ໃຫຍ່​

ໂດຍ Binance World Championship ປະກອບດ້ວຍ 3 ພາກສ່ວນຫຼັກໆຄື:

1. ການແຂ່ງຂັນ:

– Spot Tournament: ຜູ້ໃຊ້ສາມາດເຮັດພາລະກິດເພື່ອຮັບຄະແນນສະສົມ ເພື່ອແລກຂອງຮາງວັນລວມມູນຄ່າ 1.2 ລ້ານໂດລາສະຫະລັດ.

– Futures Grand Tournament: ທົດສອບທັກສະການຊື້ຂາຍ Future ຂອງທ່ານ, ເພື່ອລຸ້ນຮັບຮາງວັນໃຫຍ່ສູງເຖິງ 3 ລ້ານໂດລາສະຫະລັດ.

– ກິດຈະກໍາປະຈໍາວັນ: ເທຣດສິນຊັບທີ່ໄດ້ກໍານົດໄວ້, ເພື່ອລຸ້ນຮັບ 500 USD Coin (USDC) ທຸກໆມື້.

2. ໂປຣໂມຊັນ:

– Binance Simple Earn: ພຽງແຕ່ສະໝັກໃຊ້ບໍລິການ “Simple Earn” ກໍມີໂອກາດລຸ້ນຮັບຮາງວັນສູງເຖິງ 100,000 ໂດລາສະຫະລັດຕໍ່ອາທິດ.

– ຝາກ / ຖອນ / ເທຣດຄັ້ງທໍາອິດກໍມີສິດໄດ້ຮັບຮາງວັນ

  • ຝາກ / ຖອນຄັ້ງທຳອິດມີສິດໄດ້ລຸ້ນຮັບ 15,000 Tether (USDT) ແລະ ເທຣດຄົບ 100 USD ໃນຕະຫຼາດ Spot, Futures ຫຼື Convert ແຕ່ລະລາຍການກໍມີໂອກາດລຸ້ນຮັບຮາງວັນ Binance coin ຈຳນວນ 1 BNB.

3. ຮາງວັນພິເສດ: Binance ຈະມອບຮາງວັນສຸດພິເສດແກ່ຜູ້ໃຊ້ທີ່ໂດດເດັ່ນທີ່ສຸດໃນການແຂ່ງຂັນ.

Binance World Championship ມີຄວາມຕ້ອງການທີ່ຈະມອບປະສົບການທີ່ໜ້າດຶງດູດ ແລະ ສ້າງສັນໃຫ້ກັບ​ຜູ້​ໃຊ້​ທັງ​ໝົດ​ ບໍ່ວ່າຈະເປັນມືໃໝ່ ຫຼື ຜູ້ຊ່ຽວຊານໃນໂລກ cryptocurrency. ນອກເໜືອຈາກນັ້ນ Binance ຍັງເປີດໂອກາດໃຫ້ຊຸມຊົນໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບ cryptocurrency ຫຼາຍຂຶ້ນກວ່າເກົ່າແລ້ວ, ທາງບໍລິສັດຍັງໄດ້ສະແດງຄວາມຮູ້ສຶກຂອບໃຈຕໍ່ຜູ້ໃຊ້ທຸໆຄົນຜ່ານການມອບຮາງວັນສຸດພິເສດອີກດ້ວຍ.

ແນວໃດກໍຕາມ, ຕະຫຼອດການແຂ່ງຂັນຄັ້ງນີ້ Binance ຫວັງວ່າຈະເຫັນຜູ້ໃຊ້ຂອງຕົນສະແດງໃຫ້ເຫັນທັກສະ ແລະ ຄວາມຮູ້ຄວາມສາມາດທີ່ໜ້າເຫຼືອເຊື່ອຂອງພວກເຂົາ. ແລະຫວັງວ່າບັນດານັກລົງທຶນໃນໂລກ crypto ຈະສືບຕໍ່ມຸ່ງໝັ້ນເພື່ອປົດລັອກສັກກະຍະພາບອັນໃຫຍ່ຫຼວງຂອງ cryptocurrency.

ທີ່ມາ:

finbold

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/