ຜົນການສຶກສາຊີ້ ການປ່ຽນແປງສະພາບອາກາດສົ່ງຜົນຕໍ່ສຸຂະພາບສະໝອງ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ນັກວິໄຈຈາກມະຫາວິທະຍາໄລ ລອນດອນ (UCL) ໄດ້ອອກມາເປີດເຜີຍການຄົ້ນຄວ່າການສຶກສາດ້ານປະສາດວິທະຍາວ່າ ໄພຈາກຄວາມຮ້ອນ ແລະ ການປ່ຽນແປງສະພາບອາກາດມີອິດທິພົນຕໍ່ລະບົບປະສາດ ແລະ ໂຣກທີ່ກ່ຽວຂ້ອງກັບສຸຂະພາບຈິດ.

ໂດຍນັກວິໄຈຈຳນວນຫຼາຍ ໄດ້ພົບວ່າອາກາດຮ້ອນສົ່ງຜົນເສຍຕໍ່ສຸຂະພາບຂອງລະບົບປະສາດ ເຊິ່ງເຮັດໃຫ້ຂະບວນການຄວບຄຸມ ອຸນຫະພູມຂອງຮ່າງກາຍ ເຊິ່ງເປັນກົນໄກການເຮັດວຽກທີ່ສຳຄັນໃນສະພາວະຕ່າງໆ ຫາກໄດ້ຮັບຜົນກະທົບຈາກຄວາມຮ້ອນຫຼາຍເກີນ ອາດຈະຜົນເສຍຮອດຊີວິດ.

ນອກຈາກນີ້ ສະພາບອາກາດທີ່ຮ້ອນຫຼາຍເກີນໄປ ຍັງມີແນວໂນ້ມທີ່ຈະນຳໄປສູ່ໂຣກຫຼອດເລືອດໃນສະໝອງ ທີ່ອັນຕະລາຍຮອດຊີວິດ ແລະ ອາດເຮັດໃຫ້ພິການໄດ້ ລວມໄປຮອດອາດຈະສົ່ງຜົນຕໍ່ໂຣກລົມຊັກ ເຊິ່ງອາການອາດຮຸນແຮງຂຶ້ນ ຫາກມີການພັກຜ່ອນບໍ່ພຽງພໍຮ່ວມນຳນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/